ຫົວໜ້າຝ່າຍປະຕິບັດງານໂຄງການສິ່ງແວດລ້ອມອົງການສະຫະປະຊາຊາດຍ້ອງຍໍຊົມເຊີຍການພັດທະນາຕາມທິດສີຂຽວຂອງຈີນ

2024-02-28 16:29:07 cri


    ໃນເວລາໃຫ້ສຳພັດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນຫວ່າງມໍ່ໆມານີ້, ທ່ານນາງ ອິນເກີ ອັນເດີເຊັນ ຫົວໜ້າຝ່າຍປະຕິບັດງາາໂຄງການສິ່ງແວດລ້ອມອົງການສະຫະປະຊາຊາດໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຈີນທີ່ໄດ້ປະກອບສ່ວນເຂົ້າໃນຂົງເຂດສີຂຽວ ແລະ ອະນຸລັກສິ່ງແວດລ້ອມ.

    ທ່ານນາງ ອິນເກີ ອັນເດີເຊັນກ່າວວ່າ: ຈີນແມ່ນຄູ່ຮ່ວມມືທີ່ດີເດັ່ນຂອງໂຄງການສິ່ງແວດລ້ອມອົງການສະຫະປະຊາຊາດ ແລະ ສົນທິສັນຍາສິ່ງແລດລ້ອມຫຼາຍຝ່າຍມາໂດຍຕະຫຼອດ, ມີຄວາມພົ້ນເດັ່ນໃນດ້ານການປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນານາພັນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາພະລັງງານໝູນວຽນເປັນຕົ້ນ. ນອກຈາກນີ້ແລ້ວ, ການປັບປຸງລະບົບນິເວດຂອງຈີນໄດ້ຮັບຜົນງານແບບບໍ່ທຳມະດາ, ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍເວົ້າວ່າ: ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ, ຂ້າພະເຈົ້າເຫັນວ່ານີ້ນີ້ແມ່ນແນວຄິດທີ່ຄົນທັງຫຼາຍເຫັນດີເຫັນພ້ອມນຳ.