ໝາກເຜັດໄດ້ຊຸກຍູ້ການຟື້ນຟູເສດຖະກິດຂອງຊົນນະບົດ

2024-02-28 15:22:05 cri

ບ້ານລົງເຮີເມືອງໄຫໂຂແຂວງໄຫຫຼຳຈີນເຄີຍມີເສດຖະກິດທີ່ອ່ອນແອ, ໃນປີ 2021, ບ້ານນີ້ໄດ້ສ້າງຕັ້ງບໍລິສັດລວມໝູ່ຂອງບ້ານ, ນຳໃຊ້ຮູບແບບການຮ່ວມມື “ບໍລິສັດລວມໝູ່ຂອງບ້ານ+ວິສາຫະກິດ+ຄອບຄົວຊາວກະສິກອນ”, ເລີ່ມປູກໝາກເຜັດຢວກສີເຫຼືອງຕາມເງື່ອນໄຂທ້ອງຖິ່ນ. ຊາວກະສິກອນສະໜອງເນື້ອທີ່ດິນ, ບໍລິສັດລວມໝູ່ຂອງບ້ານສະໜອງເງິນທຶນ ແລະແນວພັນ, ວິສາຫະກິດຮັບຜິດຊອບການດຳເນີນທຸລະກິດ ແລະການຄຸ້ມຄອງ, ນຳພາບ້ານນີ້ ກໍຄືບ້ານຊົນນະບົດອ້ອມຂ້າງປູກໝາກເຜັດຢວກສີເຫຼືອງໃນເນື້ອທີ່ຫຼາຍກວ່າ 26 ເຮັກຕາ ເຊິ່ງໄດ້ສ້າງລາຍຮັບໃຫ້ຊາວກະສິກອນເພີ່ມຂຶ້ນ ແລະຊຸກຍູ້ການຟື້ນຟູເສດຖະກິດຂອງຊົນນະບົດ.