ຈຳນວນນັກທ່ອງທ່ຽວແຜ່ນດິນໃຫຍ່ຈີນທີ່ໄປທ່ຽວປະເທດໄທໃນປີນີ້ມີຫຼາຍກວ່າ 1 ລ້ານເທື່ອຄົນ

2024-02-28 16:30:49 cri


    ອີງຕາມຕົວເລກສະຖິຕິຫຼ້າສຸດທີ່ກະຊວງທ່ອງທ່ຽວ ແລະ ກິລາໄທເປີຍເຜີຍໃນວັນທີ 27 ກຸມພານີ້ສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 25 ກຸມພາປີນີ້, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດທັງໝົດ 5.981.234 ຄົນ. ໃນນັ້ນ, ນັກທ່ອງທ່ຽວແຜ່ນດິນໃຫຍ່ຈີນມີ 1.114.316 ເທື່ອຄົນ ເຊິ່ງຫຼາຍເປັນອັນດັບທີໜຶ່ງ. ຖັດມາ, ແມ່ນນັກທ່ອງທ່ຽວມະເລເຊຍ, ຣັດເຊຍ, ສ ເກົາຫຼີ ແລະ ອິນເດຍຕາມລຳດັບ.