ເບິ່ງລັກສະນະປະດິດສ້າງທີ່ພົ້ນເດັ່ນຂອງອະລິຍະທໍາຈີນຈາກລົດມ້າຮອດລົດຍົນ

2024-02-28 11:54:25 CRI

 

   ວັນທີ 26 ກຸມພານີ້, ອາຄານໃໝ່ຂອງຫໍພິພິທະພັນ ຢິ່ນຊວີ່ (ຮ່ອງຮອຍລາຊະທານີລາຊະວົງຊ່າງຂອງຈີນ) ຕັ້ງຢູ່ນະຄອນອ່ານຢາງແຂວງເຫີນານຂອງຈີນໄດ້ເປີດນໍາໃຊ້ຢ່າງເປັນທາງການ, ໃນຈໍານວນເຄື່ອງວາງສະແດງເກືອບ 4.000 ອັນ, ມີວັດຖຸບູຮານອັນລໍ້າຄ່າຫຼາຍກວ່າ 75% ແມ່ນໄດ້ນໍາມາວາງສະແດງເປັນເທື່ອທໍາອິດ.



   ໃນການວາງສະແດງວັດຖຸບູຮານລົດ ແລະ ມ້າຂອງ ຢິ່ນຊວີ່ ຕັ້ງຢູ່ຊັ້ນລຸ່ມຂອງຫໍວາງສະແດງ, ໄດ້ມີການວາງສະແດງລົດມ້າ 23 ຄັນທີ່ຄົ້ນພົບຢູ່ ຢິ່ນຊວີ່ ດ້ວຍຮູບແບບເປັນກ້ອນກໍາລັງ, ໃນນັ້ນມີລົດສູ້ຮົບ ແລະ ລົດໂດຍສານ.



   ໃນສະໄໝບູຮານ, ລົດມ້າບໍ່ພຽງແຕ່ເປັນຍານພາຫະນະຂອງຂຸນນາງ ແລະ ພະບໍລົມມະວົງສານຸວົງເທົ່ານັ້ນ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງຖານະຂອງຜູ້ເປັນເຈົ້າຂອງເຊັ່ນດຽວກັນ.


   ຄຽງຄູ່ກັບສັງຄົມຈະເລີນກ້າວໜ້າ ແລະ ໄດ້ຮັບການພັດທະນາ, ລົດຍົນໄດ້ເຂົ້າມາປ່ຽນແທນລົດມ້າ ແລະ ກາຍເປັນຍານພາຫະນະອັນຕົ້ນຕໍຂອງຜູ້ຄົນ ໂດຍໄດ້ອໍານວຍຄວາມສະດວກຢ່າງຫຼວງຫຼາຍໃນດ້ານຕ່າງໆໃຫ້ກັບຜູ້ຄົນເຊັ່ນ: ການສັນຈອນໄປມາ, ການຈໍລະຈອນສິນຄ້າ, ການຄ້າ ແລະ ການພັກຜ່ອນຢ່ອນອາລົມ ເປັນຕົ້ນ. ສິ່ງທີ່ແຕກຕ່າງກັບສະໄໝບູຮານຄື: ລົດຍົນໃນປັດຈຸບັນບໍ່ໄດ້ເປັນສັນຍາລັກດ້ານຖານະຂອງຜູ້ເປັນເຈົ້າຂອງອີກຕໍ່ໄປ, ແຕ່ຫາກໄດ້ກາຍເປັນຍານພາຫະນະທີ່ຂາດບໍ່ໄດ້ໃນຊີວິດປະຈໍາວັນຂອງຄົນທັງຫຼາຍ.



   ໃນກອງປະຊຸມສໍາມະນາວ່າດ້ວຍການສືບທອດວັດທະນະທໍາທີ່ຈັດຂຶ້ນເມື່ອເດືອນມິຖຸນາປີ 2023, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນໄດ້ຊີ້ໃຫ້ເຫັນວ່າ: ອະລິຍະທໍາຈີນມີລັກສະນະປະດິດສ້າງທີ່ພົ້ນເດັ່ນ, ຈຸດນີ້ໄດ້ຕັດສິນຈາກຂັ້ນພື້ນຖານກ່ຽວກັບຈິດໃຈບຸກບືນກ້າວໜ້າໃນການຮັກສາທາດແທ້ແຕ່ບໍ່ແມ່ນຮັກສາການຄອງເດີມ, ເຄົາລົບປະເພນີແຕ່ບໍ່ແມ່ນເຄົາລົບສິ່ງທີ່ຫຼ້າສະໄໝຂອງປະຊາຊາດຈີນ, ພ້ອມທັງໄດ້ຕັດສິນຄຸນທາດທີ່ອົງອາດກ້າຫານທີ່ບໍ່ຢ້ານກົວຕໍ່ສິ່ງທ້າທາຍໃໝ່ ແລະ ກ້າຮັບເອົາສິ່ງໃໝ່ຂອງຊົນຊາດຈີນນໍາອີກ.



   ຜົນງານການຄົ້ນພົບຈາກການສຳຫຼວດບູຮານຄະດີ ກັບ ການປ່ຽນແປງຂອງສັງຄົມໃນປັດຈຸບັນ, ແມ່ນໄດ້ຢັ້ງຢືນໃຫ້ເຫັນເຖິງທັດນະນະຂອງທ່ານ ສີຈິ້ນຜິງ ເປັນຢ່າງດີ.


   ກ້າວເດີນໄປຂ້າງໜ້າພ້ອມກັບຍຸກສະໄໝ ແລະ ການປະດິດສ້າງແບບບຸກທະລຸ ເປັນບຸກຄະລິກດ້ານຈິດໃຈຂອງອະລິຍະທໍາຈີນ. ບົນຂະບວນການໃໝ່ໃນຍຸກໃໝ່, ຈີນຈະຮ່ວມກັບອະລິຍະທໍາຫຼາຍກວ່າເກົ່າ, ບັນລຸການພັດທະນາ ແລະ ຄວາມກ້າວໜ້າຮ່ວມກັນໂດຍຜ່ານການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ເພື່ອສ້າງຮູບແບບໃໝ່ຂອງອະລິຍະທໍາມວນມະນຸດ ທີ່ມີການພັດທະນາຕົນເອງ ແລະ ສ້າງຜົນດີໃຫ້ກັບໂລກນໍາອີກ.