ອົງການສປຊ: ທະຫານອິດສະຣາແອນສະກັດກັ້ນຂະບວນລົດການແພດ ແລະກັກຂັງແພດໝໍຂອງອົງການອະນາໄມໂລກ

2024-02-28 15:21:13 cri

ວັນທີ 27 ກຸມພານີ້, ຫ້ອງການປະສານງານວຽກງານມະນຸດສະທຳອົງການສະຫະປະຊາຊາດເປີດເຜີຍໃຫ້ຮູ້ວ່າ: ວັນທີ 25 ກຸມພານີ້, ທະຫານອິດສະຣາແອນໄດ້ສະກັດກັ້ນຂະບວນລົດການແພດຂອງອົງການອະນາໄມໂລກຢູ່ເຂດກາຊາ ແລະກັກຂັງແພດໝໍຫຼາຍຄົນ. ໃນການກັກຂັງ, ພະນັກງານຂອງອົງການສປຊ ແລະແພດໝໍຫຼາຍຄົນໄດ້ຖືກ “ປະຕິບັດຕໍ່ຢ່າງປ່າເຖື່ອນ” ໂດຍທະຫານອິດສະຣາແອນ.

 

ຫ້ອງການປະສານງານວຽກງານມະນຸດສະທຳອົງການສປຊເປີດເຜີຍໃຫ້ຮູ້ຕື່ມວ່າ: ທະຫານອິດສະຣາແອນໄດ້ໂຈມຕີສະຖາບັນການແພດ ແລະສິ່ງກໍ່ສ້າງທີ່ກ່ຽວຂ້ອງຂອງອົງການສປຊຢູ່ເຂດກາຊາຫຼາຍເທື່ອ, ສະກັດກັ້ນການສົ່ງອຸປະກອນດ້ານມະນຸດສະທຳເຂົ້າໄປ, ພະນັກງານເຮັດວຽກດ້ານມະນຸດສະທຳຍັງສືບຕໍ່ຖືກຂົ່ມຂູ່ ຫຼືຖືກກັກຂັງໂດຍທະຫານອິດສະຣາແອນ.