ຈີນຮຽກຮ້ອງໃຫ້ບັນດາຝ່າຍຊຸກຍູ້ຂະບວນການຄວບຄຸມແລະຫຼຸດກຳລັງຮົບ ໂດຍຍຶດໝັ້ນແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ

2024-02-28 16:26:23 cri


   ວັນທີ 26 ກຸມພານີ້,ທ່ານຊູ່ນສຽວໂປ່ ຫົວໜ້າກົມຄວບຄຸມກຳລັງຮົບກະຊວງການຕ່າງປະເທດຈີນໄດ້ກ່າວປາໄສໃນກອງປະຊຸມການເຈລະຈາທີ່ຫຼຸດກຳລັງຮົບທີ່ຈັດຂຶ້ນຢູ່ນະຄອນເຊີແນວປະເທດສະວິສ ໂດຍຮຽກຮ້ອງໃຫ້ບັນດາຝ່າຍຊຸກຍູ້ຂະບວນການຄວບຄຸມແລະຫຼຸດກຳລັງຮົບ ໂດຍຍຶດໝັ້ນແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

   ທ່ານຊູ່ນສຽວໂປ່ກ່າວວ່າ: ປັດຈຸບັນ ສະຖານະການຄວາມໝັ້ນຄົງຍຸດທະສາດສາກົນໄດ້ຜະເຊີນກັບສິ່ງທ້າທາຍໃໝ່,ປະເທດທີ່ເຂັ້ມແຂງທີ່ສຸດດ້ານການທະຫານຢາກສະແຫວງຫາທ່າແຮງເດັດຂາດຂອງຕົນ,ຈຶ່ງລະເມີດສັນຍາແລະຖອນອອກຈາກກຸ່ມທີ່ເຊັນສັນຍາເທື່ອແລ້ວເທື່ອອີກ, ພ້ອມທັງສ້າງກຸ່ມນ້ອຍຂອງຕົນຂຶ້ນ ເຊິ່ງໄດ້ທຳລາຍຄວາມກ້ຳເກິ່ງແລະຄວາມໝັ້ນຄົງທາງຍຸດທະສາດຢ່າງໜັກໜ່ວງ. ມີແຕ່ຍຶດໝັ້ນແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສົ່ງເສີມການຫັນໂລກເປັນຫຼາຍຂົ້ວທີ່ສະເໝີພາບແລະມີລະບຽບ, ຊຸກຍູ້ໃຫ້ເສດຖະກິດໂລກາພິວັດ ມີຜົນດີທົ່ວໄປແລະກວມລວມເທົ່ານັ້ນ, ຈຶ່ງສາມາດທັບມ້າງຄວາມຫຍຸ້ງຍາກດ້ານຄວາມໝັ້ນຄົງແລະບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນໃນທີ່ສຸດ.