ເຮືອບິນ C919 ສ່ອງແສງໃຫ້ເຫັນເຖິງການພັດທະນາດ້ວຍຄຸນນະພາບສູງຂອງຈີນ

2024-02-28 17:06:24 cri

ຫວ່າງມໍ່ໆມານີ້, ງານວາງສະແດງການບິນສິງກະໂປໄດ້ຈັດຂຶ້ນຢູ່ສູນວາງສະແດງຊາງກີ, ເຮືອບິນໂດຍສານຂະໜາດໃຫຍ່ C919 ສອງລຳ ແລະ ເຮືອບິນໂດຍສານສາຍຍ່ອຍ ARJ 21 ສາມລຳຂອງບໍລິສັດ COMAC ຂອງຈີນໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວ ເຊິ່ງແມ່ນເຮືອບິນຂະໜາດໃຫຍ່ທີ່ຈີນຜະລິດໄດ້ເຂົ້າຮ່ວມງານວາງສະແດງຢູ່ຕ່າງປະເທດເປັນຄັ້ງທຳອິດ, ເຮັດໃຫ້ຜູ້ຊົມທີ່ເປັນນັກວິຊາການ ແລະ ສື່ມວນຊົນປະເທດຕ່າງໆໃຫ້ຄວາມສົນໃຈຢ່າງສູງ. ໃນຖານະເປັນເຮືອບິນອາຍພົ່ນໂດຍສານສາຍຫຼັກ ທີ່ຈີນຄົ້ນຄວ້າຜະລິດເອງ ແລະ ມີຊັບສິນທາງປັນຍາເປັນຂອງຕົນທີ່ສອດຄ່ອງກັບມາດຕະຖານການບິນລະດັບສາກົນເປັນຄັ້ງທຳອິດ, ການວາງສະແດງເຮືອບິນ C919 ຢູ່ຕ່າງປະເທດເປັນຄັ້ງທຳອິດໄດ້ສ່ອງແສງໃຫ້ເຫັນເຖິງການພັດທະນາດ້ວຍຄຸນນະພາບສູງຂອງອຸດສາຫະກຳການບິນຂອງຈີນ.


ຕາມຂ່າວແຈ້ງວ່າ, ເຮືອບິນໂດຍສານຂະໜາດໃຫຍ່ C919 ໄດ້ນຳໃຊ້ການອອກແບບຕາມວິຊາກຳລັງອັດຂອງອາກາດທີ່ທັນສະໄໝ, ໄດ້ນຳໃຊ້ລະບົບຂັບເຄື່ອນ ແລະ ວັດສະດຸ ທີ່ທັນສະໄໝ, ການລະບາຍກາກບອນຕ່ຳກວ່າ ແລະ ສະມັດຖະພາບໃນການເຜົາໄໝ້ນ້ຳມັນເຊື້ອໄຟສູງກວ່າ. ການອອກແບບເຫຼົ່ານີ້ໄດ້ຊຸກຍູ້ໃຫ້ອຸດສາຫະກຳການບິນທົ່ວໂລກພັດທະນາໄປສູ່ທິດທາງທີ່ເປັນມິດກັບສິ່ງແວດລ້ອມຍິ່ງຂຶ້ນ ແລະ ປະກອບສ່ວນຫຼາຍກວ່າເກົ່າ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕາມແຜນການ, ໃນສອງອາທິດຕໍ່ໄປ, ເຮືອບິນ C919 ແລະ ARJ21 ຈະໄປດຳເນີນການສະແດງການບິນຢູ່ຫວຽດນາມ, ລາວ, ກຳປູເຈຍ, ມາເລເຊຍ ແລະ ອິນໂດເນເຊຍ, ຕົ້ນຕໍຈະສະແດງໃຫ້ເຫັນສະມັດຖະພາບທີ່ດີຂອງເຮືອບິນ ແລະ ສ້າງພື້ນຖານໃຫ້ແກ່ການບຸກເບີກຕະຫຼາດຢູ່ອາຊີຕາເວັນອອກສຽງໃຕ້.


ໃນຊຸມປີຜ່ານມາ, ຈີນໄດ້ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ການຜະລິດອຸດສາຫະກຳຂອງຈີນໃຫ້ຢ່ວາງບາດກ້າວໄປສູ່ການປະດິດສ້າງຂອງຈີນຢ່າງໜັກແໜ້ນ, ຈີນໄດ້ເລັ່ງບາດກ້າວການຍົກລະດັບແລະຫັນປ່ຽນຮູບແບບອຸດສາຫະກຳໃຫ້ໄວກວ່າເກົ່າ ແລະ ໄດ້ມີຄວາມກ້າວໜ້າຢ່າງເປັນຂີດໝາຍທີ່ສຳຄັນໃນປະຫວັດສາດ. ຈີນມີຄວາມສາມາດການປະດິດສ້າງນັບມື້ນັບສູງຂຶ້ນ. ຕໍ່ໄປ, ຂ້າພະເຈົ້າຂໍຍົກຕົວຢ່າງດັ່ງຕໍ່ໄປນີ້:


ກ່ອນອື່ນ, ການລົງທຶນ ແລະ ຄວາມສາມາດໃນດ້ານການປະດິດສ້າງໃໝ່ ຂອງຈີນໄດ້ເພີ່ມຂຶ້ນຢ່າງວ່ອງໄວແລະຫຼວງຫຼາຍ. ປີ 2023, ງົບປະມານດ້ານການພັດທະນາການຄົ້ນຄວ້າ ແລະ ການທົດລອງໃນທົ່ວສັງຄົມຈີນມີເຖິງ 3.327,82 ຕື້ຢວນ ແລະ ມີຄວາມແຮງເຖິງ 2,64%, ຈຳນວນນັກຄົ້ນຄວ້າພັດທະນາໃນທົ່ວປະເທດຈີນມີຫຼາຍກວ່າ 6 ລ້ານຄົນ, ສິດທິບັດດ້ານການປະດິດສ້າງທີ່ນຳໃຊ້ໄດ້ມີຫຼາຍກວ່າ 4 ລ້ານກວ່າຢ່າງ ເຊິ່ງເປັນປະເທດທຳອິດໃນໂລກ ທີ່ມີຈຳນວນສິດທິບັດການປະດິດສ້າງຢ່າງມີປະສິດທິຜົນຫຼາຍກວ່າ 4 ລ້ານຢ່າງ. ການລຽງລຳດັບດັດສະນີການປະດິດສ້າງໃໝ່ແຫ່ງຊາດຂອງຈີນໄດ້ຫຍັບຂຶ້ນມາຕື່ມອີກ ແລະ ກາຍເປັນປະເທດພວມພັດທະນາພຽງໜຶ່ງດຽວທີ່ຢູ່ໃນອັນດັບ 15 ທຳອິດຂອງໂລກ.

ສອງ, ເຕັກນິກລ້ຳສະໄໝທີ່ສຳຄັນເປັນຂໍກະແຈຕ່າງໆ ເຊັ່ນ: ເຕັນິກແຜ່ນຊິບ, 5G  ແລະ ການປະເມີນຜົນກວານຕຳ ໄດ້ມີການບຸກທະລຸໃໝ່ທີ່ສຳຄັນ. ແຜ່ນຊິບ Kirin 9000S ຂອງບໍລິສັດຫົວເຫວີຍໄດ້ທັບມ້າງການຜູກຂາດດ້ານເຕັກນິກຂອງຕ່າງປະເທດ, ເຕັກນິກໂຄງການການບິນອະວະກາດຂອງຈີນໄດ້ກ້າວເຂົ້າສູ່ແຖວໜ້າຂອງໂລກ, ເຮືອບິນໂດຍສານ C919 ໄດ້ສຳເລັດການບິນທົດລອງເປັນຄັ້ງທຳອິດ, ເຮືອສຳລານ Adora Magic City ທີ່ເປັນເຮືອສຳລານລຳທຳອິດທີ່ຈີນຜະລິດເອງໄດ້ມອບໃຫ້ຝ່າຍເຈົ້າຂອງນຳໃຊ້ເອງ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ຈີນມີຄວາມສາມາດໃນການຜະລິດກຳປັ່ນບັນທຸກເຮືອບິນ, ກຳປັ່ນຂົນສົ່ງແກັສທຳມະຊາດທີ່ເປັນທາດແຫຼວຂະໜາດໃຫຍ່ ແລະ ເຮືອສຳລານຂະໜາດໃຫຍ່.


ນອກນີ້, ຂະໜາດການຜະລິດຜະລິດຕະພັນພະລັງງານໃໝ່ຂອງຈີນໄດ້ນຳໜ້າໂລກ. ປີ 2023, ລົດໃຊ້ພະລັງງານໃໝ່, ແບດເຕີຣີພະລັງງານແສງຕາເວັນ ແລະ ແບດເຕີຣີລີທຽມໃຊ້ໃນລົດຂອງຈີນ ຕ່າງກໍໄດ້ເພີ່ມຂຶ້ນ 30,3%, 54% ແລະ 22,8% ຕາມລຳດັບ ເມື່ອທຽບໃສ່ປີ 2022; ປະລິມານການຜະລິດຜະລິດຕະພັນທີ່ກ່ຽວຂ້ອງກັບພະລັງງານສີຂຽວຕ່າງໆ ເຊັ່ນ: ຈັກຜະລິດໄຟຟ້າດ້ວຍພະລັງນ້ຳ, ຈັກຜະລິດໄຟຟ້າດ້ວຍພະລັງລົມ ແລະ ເສົາສາກໄຟເປັນຕົ້ນຕ່າງກໍໄດ້ເພີ່ມຂຶ້ນ 35,3%, 28,7% ແລະ 36,9% ຕາມລຳດັບ. ຍອດປະລິມານຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນໃນປີ 2023 ໄດ້ບັນລຸເຖິງ 1,45 ຕື້ກິໂລວັດ ເຊິ່ງໄດ້ຫຼາຍກວ່າ 50% ຂອງຍອດປະລິມານຜະລິດໄຟຟ້າໃນທົ່ວປະເທດ, ຂະໜາດການຜະລິດອຸປະກອນພະລັງງານສະອາດຕ່າງໆ ເຊັ່ນ: ໄຟຟ້າພະລັງລົມ ແລະ ໄຟຟ້າພະລັງແສງຕາເວັນເປັນຕົ້ນລ້ວນແຕ່ເປັນທີໜຶ່ງຂອງໂລກ; ຍອດປະລິມານຈຳໜ່າຍລົດໃຊ້ພະລັງງານໃໝ່ມີຫຼາຍກວ່າ 9 ລ້ານຄັນ ເຊິ່ງກວມ 60% ຂອງການຈຳໜ່າຍລົດໃຊ້ພະລັງງານໃໝ່ໃນທົ່ວໂລກ ແລະ ເປັນທີໜຶ່ງຂອງໂລກເປັນ 9 ປີລຽນຕິດ.


ການພັດທະນາອຸດສາຫະກຳຂອງຈີນໄດ້ຈາກ “ການແລ່ນນຳໝູ່” ປ່ຽນມາເປັນ “ການແລ່ນທັນໝູ່” ຈົນເຖິງຂັ້ນ “ການແລ່ນນຳໜ້າໝູ່” ໃນຂົງເຂດສຳຄັນທີ່ເປັນຂໍກະແຈບາງສ່ວນ, ໄດ້ກ້າວເຂົ້າສູ່ໄລຍະໃໝ່ ທີ່ນຳພາໂດຍການປະດິດສ້າງໃໝ່ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນທີ່ແຂງແຮງກວ່າເກົ່າໃຫ້ແກ່ການຊຸກຍູ້ຄວາມທັນສະໄໝແບບຈີນຢ່າງໜັກແໜ້ນ. ການຍົກລະດັບ ແລະ ຫັນປ່ຽນຮູບແບບອຸດສາຫະກຳແບບນີ້, ຈະຊຸກຍູ້ໃຫ້ເສດຖະກິດຈີນພັດທະນາໄດ້ເປັນຢ່າງດີ ແລະ ຢ່າງໜັກແໜ້ນຕາມເສັ້ນທາງພັດທະນາດ້ວຍຄຸນນະພາບສູງ.