ຜົນການເລືອກຕັ້ງປະທານາທິບໍດີຣັດເຊຍຈະເປີດເຜີຍກ່ອນວັນທີ 28 ມີນາ 2024

2024-02-29 16:20:20 cri

ວັນທີ 28 ກຸມພານີ້, ຄະນະກຳມະການເລືອກຕັ້ງຂັ້ນສູນກາງຣັດເຊຍລາຍງານວ່າ: ຈະເປີດເຜີຍຜົນການເລືອກຕັ້ງປະທານາທິບໍດີຣັດເຊຍກ່ອນວັນທີ 28 ມີນາ 2024.

 

ການລົງຄະແນນສຽງເລືອກຕັ້ງປະທານາທິບໍດີຣັດເຊຍຈະຈັດຂຶ້ນລະຫວ່າງວັນທີ 15 ຫາ 17 ມີນາ 2024, ມີຜູ້ສະໝັກຮັບເລືອກຕັ້ງ 4 ຄົນລວມທັງທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຄົນປັດຈຸບັນ.