ເລື່ອງລາວທ່ານສີຈິ້ນຜິງຢູ່ນະຄອນຟູໂຈ່ວ: ໂຄງການ“ຟູໂຈ່ວທາງທະເລ” ກັບ “ຊາວປະມົງຂຶ້ນບົກ”

2024-02-29 09:20:21 cri

 

ນັບແຕ່ປີ 1990 ເຖິງປີ 1996, ທ່ານ ສີຈິ້ນຜິງ ໄດ້ດໍາລົງຕໍາແໜ່ງເປັນເລຂາຄະນະພັກນະຄອນຟູໂຈ່ວ ເຊິ່ງເປັນນະຄອນທີ່ມີປະຫວັດຄວາມເປັນມາເປັນເວລາ 2.000 ກວ່າປີ.

 

ກ່ອນ ທ່ານ ສີຈິ້ນຜິງ ມານະຄອນຟູໂຈ່ວ, ທ້ອງຖິ່ນດັ່ງກ່າວບໍ່ໄດ້ໃຫ້ຄວາມສໍາຄັນຫຼາຍປານໃດຕໍ່ການສໍາຫຼວດເນື້ອທີ່ທາງທະເລຂອງຊາດ, ແຕ່ພາຍຫຼັງ ທ່ານ ສີຈິ້ນຜິງ ມານະຄອນຟູໂຈ່ວແລ້ວ, ໂດຍອີງຕາມແນວຄິດຂອງເພິ່ນ, ພາກສ່ວນລັດໄດ້ເພີ່ມທະວີການຄົ້ນຄວ້າຕໍ່ໂຄງການ “ຟູໂຈ່ວທາງທະເລ” ໂດຍໄດ້ສໍາຫຼວດຄົ້ນຄວ້າສະພາບໜ້ານໍ້າທະເລຂອງນະຄອນຟູໂຈ່ວຢ່າງເລິກເຊິ່ງ ແລະ ຄົ້ນຄວ້າອຸດສາຫະກໍາທີ່ອາດພັດທະນາໄດ້, ພ້ອມທັງໄດ້ສະເໜີແຜນການທີ່ສາມາດປະຕິບັດໄດ້ນໍາອີກ.

ທ່ານ ສີຈິ້ນຜິງ ໄດ້ຊີ້ອອກຢ່່າງຈະແຈ້ງວ່າ: ຕ້ອງເຮັດວຽກທາງທະເລເປັນຢ່າງດີ ໂດຍກ່າວວ່າ: ທ່າແຮງຂອງນະຄອນຟູໂຈ່ວແມ່ນຢູ່ກັບແມ່ນໍ້າ ແລະ ທະເລ, ທາງອອກຂອງນະຄອນຟູໂຈ່ວແມ່ນຢູ່ກັບແມ່ນໍ້າ ແລະ ທະເລ, ຄວາມຫວັງຂອງນະຄອນຟູໂຈ່ວແມ່ນຢູ່ກັບແມ່ນໍ້າ ແລະ ທະເລ, ພ້ອມດຽວກັນນີ້, ການພັດທະນາຂອງນະຄອນຟູໂຈ່ວກໍຢູ່ກັບແມ່ນໍ້າ ແລະ ທະເລເຊັ່ນດຽວກັນ.

ຜ່ານການສໍາຫຼວດຄົ້ນຄວ້າດ້ານຕ່າງໆ, ທ້ອງຖິ່ນດັ່ງກ່າວແມ່ນໄດ້ຮັບຜົນສໍາເລັດຢ່າງອຸດົມສົມບູນ, ພ້ອມດຽວກັນນີ້, ຍັງໄດ້ຊຸກຍູ້ການພັດທະນາຂອງການສ້າງ “ຟູໂຈ່ວທາງທະເລ”, ເຮັດໃຫ້ອຸດສາຫະກໍາທ່າກໍາປັ່ນ, ການປະມົງ ແລະ ການລ້ຽງສັດໄດ້ຮັບການພັດທະນາຢ່າງຫຼວງຫຼາຍ.

ຍົກຕົວຢ່າງອຸດສາຫະກໍາຜະລິດຕະພັນທາງທະເລ, ໃນຕອນນັ້ນ ທ່ານ ສີຈິ້ນຜິງ ບໍ່ພຽງແຕ່ເຂົ້າໃຈສະພາບຂອງນະຄອນຟູໂຈ່ວເທົ່ານັ້ນ, ເພິ່ນຍັງໄດ້ໄປທັດສະນະສຶກສາຢູ່ອິນໂດເນເຊຍ ເພື່ອຮັບຮູ້ສະພາບຢູ່ບ່ອນນັ້ນ. ເນື່ອງຈາກວ່າຊັບພະຍາກອນການປະມົງທາງທະເລໃກ້ກັບແຂວງຟູຈ້ຽນເກືອບບົກແຫ້ງແລ້ວ, ສ່ວນອິນໂດເນເຊຍມີຊັບພະຍາກອນດ້ານນີ້ອ່າວອຸດົມສົມບູນ ແລະ ຢູ່ອ່າວໃກ້ກັບຈີນ, ສະນັ້ນ, ສອງຝ່າຍມີທ່າແຮງທີ່ສາມາດຊ່ວຍຊູຍູ້ໜູນກັນໄດ້.

ທ່ານ ສີຈິ້ນຜິງ ໄດ້ສົມທົບຄວາມພະຍາຍາມຈາກຫຼາຍຝ່າຍ ໂດຍໄດ້ກະກຽມ ແລະ ຈັດຕັ້ງຄະນະເຮືອປະມົງຢູ່ທະເລໄກ, ເດີນທາງມຸ່ງໜ້າໄປສູ່ອິນໂດເນເຊຍເພື່ອດໍາເນີນການປະມົງຮ່ວມກັບເຂົາເຈົ້າ. ເລີ່ມແຕ່ຕອນນັ້ນເປັນຕົ້ນມາ, ຊາວປະມົງຈີນພາຍໃຕ້ການຈັດຕັ້ງຂອງລັດຖະບານ, ໄດ້ອອກໄປຕ່າງປະເທດຢ່າງຂະໜາດໃຫຍ່ ແລະ ເລີ່ມດໍາເນີນການຮ່ວມມືດ້ານການປະມົງຈາກທະເລໃກ້ຮອດທະເລໄກຈົນຂະຫຍາຍອອກໄປຮອດອາຟຣິກກາ. ເຮືອປະມົງບາງລໍາສາມາດເຮັດຜະລິດຕະພັນທາງທະເລແປຮູບຢູ່ກັບທີ່ ເພື່ອຊຸກຍູ້ການພັດທະນາຂອງອຸດສາຫະກໍາການປຸງແຕ່ງ. ພາຍໃຕ້ການຊີ້ນໍາຂອງ ທ່ານ ສີຈິ້ນຜິງ, ອຸດສາຫະກໍາຜະລິດຕະພັນທາງທະເລຂອງນະຄອນຟູໂຈ່ວມີຂະໜາດນັບມື້ນັບໃຫຍ່ຂຶ້ນ, ໃນນັ້ນ, ເມືອງຫຼຽນຈ່ຽງໄດ້ກາຍເປັນເມືອງໃຫຍ່ອັນດັບທີ 2 ດ້ານຜະລິດຕະພັນທາງທະເລໃນທົ່ວປະເທດຈີນ.

ສໍາລັບຂະແໜງການປະມົງ ແລະ ຂະແໜງການລ້ຽງສັດ, ທ່ານ ສີຈິ້ນຜິງ ໄດ້ອອກແຮງຊຸກຍູ້ເຊັ່ນດຽວກັນ. ປາເຫຼືອງເປັນສິນຄ້າຊື່ດັງຂອງແຂວງຟູຈ້ຽນ, ໃນເມື່ອກ່ອນແມ່ນບໍ່ສາມາດລ້ຽງໄດ້, ແຕ່ພາຍໃຕ້ການນໍາພາຂອງ ທ່ານ ສີຈິ້ນຜິງ, ສະຖາບັນຄົ້ນຄວ້າການປະມົງຂອງທ້ອງຖິ່ນໄດ້ຄົ້ນຄວ້າຄວາມເປັນໄປໄດ້ໃນການລ້ຽງປາເຫຼືອງ ແລະ ໄດ້ປະສົບຜົນສໍາເລັດ. ຫຼັງຈາກປາເຫຼືອງສາມາດລ້ຽງໄດ້ແລ້ວ, ປະຊາກອນປາເຫຼືອງກໍຫຼາຍຂຶ້ນ, ດຽວນີ້ຄົນຈີນກິນປາເຫຼືອງເກືອບເປັນປາລ້ຽງໝົດ, ລາຄາອ່າວຖືກ.

ນອກນັ້ນ, ຫອຍທະເລຂອງທ່າກໍາປັ່ນຈ່າງກາງ ເມືອງສາງເລີ້ ກໍເປັນພັນດີເດັ່ນຢູ່ໃນໂລກ ເຊິ່ງເມື່ອກ່ອນເກືອບສູນພັນໄປແລ້ວ. ພາຍໃຕ້ການຊຸກຍູ້ສົ່ງເສີມຂອງທ່ານ ສີຈິ້ນຜິງ, ທ້ອງຖິ່ນດັ່ງກ່າວເລີ່ມຄົ້ນຄວ້າການລ້ຽງຫອຍທະເລ ແລະ ໄດ້ປະສົບຜົນສໍາເລັດ. ຫອຍທະເລທີ່ຜູ້ຄົນບໍລິໂພກໃນປັດຈຸບັນນີ້, ທໍາມະດາແລ້ວແມ່ນພັນລ້ຽງ. ຖ້າວ່າ ທ່ານ ສີຈິ້ນຜິງ ບໍ່ໄດ້ສົ່ງເສີມ, ສະໜັບສະໜູນ ແລະ ຈັດຕັ້ງການຄົ້ນຄວ້າວິທະຍາສາດເຫຼົ່ານີ້, ດຽວນີ້ອາດຈະບໍ່ມີໂອກາດໄດ້ກິນປາເຫຼືອງ ແລະ ຫອຍທະເລຂອງແຂວງຟູຈ້ຽນອີກແລ້ວ.

ປັດຈຸບັນ, ຕົວຊີ້ວັດຫຼາຍຂໍ້ຂອງນະຄອນຟູໂຈ່ວ ເຊັ່ນ: ການຫາປາຢູ່ທະເລໄກ ແລະ ອຸດສາຫະກໍາຜະລິດຕະພັນທາງທະເລເປັນຕົ້ນ, ແມ່ນຢູ່ໃນລະດັບແຖວໜ້າຂອງແຂວງຟູຈ້ຽນກໍຄືທົ່ວປະເທດຈີນ, ການພັດທະນາເສດຖະກິດທາງທະເລໄດ້ກາຍເປັນຄວາມຄິດຮ່ວມກັນຂອງກຸ່ມເສດຖະກິດໃນທົ່ວໂລກລວມທັງບັນດາແຂວງ ແລະ ນະຄອນແຄມທະເລຂອງຈີນໃນການແຂ່ງຂັນດ້ານເສດຖະກິດເພື່ອ ລື່ນກາຍໝູ່.

ຢູ່ແຄມນໍ້າໝິນຈ່ຽງມີຊາວປະມົງຈໍານວນຫຼາຍ, ເຂົາເຈົ້າແມ່ນໃຊ້ຊີວິດຢູ່ເທິງເຮືອມາຫຼາຍເຊັ່ນຄົນແລ້ວ, ແຕ່ຫຼາຍຮ້ອຍປີເປັນຕົ້ນມາ, ເຂົາເຈົ້າຖືກເອີ້ນວ່າ “ຕ້ານໝິນ”. ສົມຍານາມນີ້ມີຄວາມໝາຍລັກສະນະເປັນການຈໍາແນກ ເຊິ່ງສ່ອງແສງໃຫ້ເຫັນວ່າຖານະໃນສັງຄົມຂອງເຂົາເຈົ້າຕໍ່າ ແລະ ມີຊີວິດການເປັນຢູ່ທຸກຍາກມາແຕ່ດົນນານແລ້ວ.


ການຄົມມະນາຄົມສົນຂົ່ງຂອງນະຄອນຟູໂຈ່ວໃນເມື່ອກ່ອນສ່ວນຫຼາຍແມ່ນອາໄສແມ່ນໍ້າ, ສະນັ້ນເຮືອກາຍເປັນພາຫະນະຂົນສົ່ງຫຼັກ. ຊາວປະມົງເຫຼົ່ານີ້ແມ່ນອາໄສການຫາປາ ແລະ ຂົນສົ່ງດິນຊາຍເພື່ອລ້ຽງຊີບ. ເຮືອເປັນຫ້ອງຂອງເຂົາເຈົ້າ, ໝົດຄອບຄົວໃຊ້ຊີວິດຢູ່ໃນເຮືອແບບແອອັດ, ການກິນຢູ່ພັກເຊົາແມ່ນຢູ່ເທິງເຮືອໝົດ, ຈົນວ່າແມ່ຍິງເກີດລູກກໍເກີດຢູ່ເທິງເຮືອ ເຊິ່ງມີຄວາມສ່ຽງສູງ. ພ້ອມດຽວກັນນີ້, ລູກຫຼານຂອງເຂົາເຈົ້າແມ່ນບໍ່ສາມາດເຂົ້າໂຮງຮຽນ ແລະ ຍາກທີ່ຈະເຂົ້າເຖິງສັງຄົມ, ມີຄວາມບໍ່ສະດວກໃນຫຼາຍດ້ານ. ອີກຢ່າງໜຶ່ງ, ເຂົາເຈົ້າດໍາລົງຊີວິດຢູ່ໜ້ານໍ້າມາເປັນເວລາຍາວນານ, ອາກາດມີຄວາມປຽກຊຸ່ມຫຼາຍ ເຊິ່ງບໍ່ດີຕໍ່ສຸຂະພາບ, ຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນແມ່ນບໍ່ສາມາດຮັບປະກັນໄດ້. ພະຍຸ ແລະ ໄພນໍ້າຖ້ວມຢູ່ນະຄອນຟູໂຈ່ວເກີດຂຶ້ນອ່າວຫຼາຍ, ເມື່ອໄພພິບັດມາເຖິງ, ເຮືອລໍານ້ອຍໆຂອງເຂົາເຈົ້າແມ່ນບໍ່ສາມາດປ້ອງກັນໄດ້ ແລະ ຈະຈົມນໍ້າໄດ້ງ່າຍ.

 

 

ພາບການດຳລົງຊີວິດຂອງຊາວປະມົງຢູ່ເຂດນິງເຕີແຂວງຟູຈ້ຽນເມື່ອຊຸມປີ 80 ສະຕະວັດທີ 20

 

ທ່ານ ສີຈິ້ນຜິງ ເຄີຍໄປສຳຫຼວດຢູ່ແຄມນໍ້າໝິນຈ່ຽງຫຼາຍເທື່ອ, ເພິ່ນເຂົ້າໃຈດີຕໍ່ ຄວາມຫຍຸ້ງຍາກຂອງຊາວປະມົງໄດ້ ແລະ ໄດ້ໃຊ້ເວລາກັບເຫື່ອແຮງສະຕິປັນຍາຫຼາຍສົມຄວນ ເພື່ອແກ້ໄຂບັນຫາຂອງເຂົາເຈົ້າ.

ທ່ານ ສີຈິ້ນຜິງ ໄດ້ຮຽກໂຮມພາກສ່ວນທີ່ກ່ຽວຂ້ອງມາເຮັດວຽກດັ່ງກ່າວ, ພະຍາຍາມສ້າງເງື່ອນໄຂໃຫ້ຊາວປະມົງຢູ່ເຢັນເປັນສຸກ ລວມທັງແກ້ໄຂບັນຫາການຜະລິດ ການດໍາລົງຊີວິດ ແລະ ບັນຫາທຶນຮອນ ເປັນຕົ້ນ. ອີງຕາມທິດຊີ້ນໍາຂອງ ທ່ານ ສີຈິ້ນຜິງ, ອົງການປົກຄອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການຈັດສັນຊາວປະມົງ ເພື່ອຍົກຍ້າຍພວກເຂົາເຈົ້າຂຶ້ນບົກ ໂດຍໄດ້ຈັດສັນເຮືອນພັກສາທາລະນະທີ່ສະໜອງໂດຍຫ້ອງການຄຸ້ມຄອງເຮືອນຢູ່, ຈາກນີ້ໄປ, ຊາວປະມົງສາມາດໃຊ້ນໍ້າປະປາ ແລະ ເຄື່ອງໃຊ້ໄຟຟ້າໄດ້,  ພ້ອມທັງມີຄວາມສະດວກໃນການປິ່ນປົວຢູ່ໂຮງໝໍ. ເຖິງວ່າຂະບວນການດັ່ງກ່າວອ່າວຍາກແດ່, ແຕ່ໃນທີ່ສຸດກໍສາມາດຍົກຍ້າຍຊາວປະມົງຂຶ້ນບົກໄດ້ຢ່າງສໍາເລັດຜົນ.

 

 



ບ້ານເຊ້ຍສີ ບ້ານຈັດສັນຊາວປະມົງຂຶ້ນບົກ

 

ຕໍ່ມາ, ຊາວປະມົງເຫຼົ່ານີ້ໃຫ້ຮູ້ວ່າ: ເຂົາເຈົ້າຮູ້ແຕ່ຫາປາມາຕະຫຼອດຫຼາຍເຊັ່ນຄົນ. ສະນັ້ນ, ອົງການປົກຄອງທ້ອງຖິ່ນໄດ້ຈັດສັນຕໍາແໜ່ງງານຕາມຄວາມສາມາດຂອງເຂົາເຈົ້າ ເຊັ່ນ: ຍາມ, ພະນັກງານອະນາໄມ, ຜູ້ຊ່ວຍຮັກສາລະບຽບຈະລາຈອນ ເປັນຕົ້ນ. ຊາວປະມົງເຫົ່ານີ້ໄດ້ຄ່ອຍໆເຊື່ອມໂຍງເຂົ້າກັບຊີວິດປະຈໍາວັນຂອງຊາວເມືອງທົ່ວໄປ, ລູກຫຼານຂອງເຂົາເຈົ້າກໍໄດ້ເຂົ້າໂຮງຮຽນ, ເຕີບໃຫຍ່, ປະກອບອາຊີບ ແລະ ເຂົ້າຮ່ວມກິດຈະກໍາສັງຄົມຄືກັບຊາວໜຸ່ມໃນຕົວເມືອງ. ຈາກນີ້ເປັນຕົ້ນໄປ, ເຂົາເຈົ້າບໍ່ມີແນວຄິດທີ່ຖືເອົາເຮືອເປັນເຮືອນອີກແລ້ວ.

ໃນໄລຍະທີ່ ທ່ານ ສີຈິ້ນຜິງ ດໍາລົງຕໍາແໜ່ງຢູ່ນະຄອນຟູໂຈ່ວ, ຊາວປະມົງ ເຊິ່ງເປັນກຸ່ມຄົນທີ່ຕົກຢູ່ໃນຄວາມສ່ຽງດ້ານຊີວິດ ແລະ ການອອກແຮງງານ ທີ່ມີປະຫວັດມາຫຼາຍຮ້ອຍປີນັ້ນໄດ້ຫາຍໄປແລ້ວ, ເຂົາເຈົ້າໄດ້ເຊື່ອມໂຍງເຂົ້າກັບຊີວິດໃນຕົວເມືອງທີ່ທັນສະໄໝ ຖືເປັນຄວາມກ້າວໜ້າທີ່ສໍາຄັນຂອງສັງຄົມ.