ໃຜເປັນ “ກັບດັກໜີ້ສິນ” ອັນແທ້ຈິງ?

2024-02-29 16:14:28 cri

ທາງລົດໄຟຈີນ-ລາວເປັນໂຄງການທີ່ເປັນສັນຍະລັກພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ແຕ່ກໍໄດ້ຖືກກົດໜີບ ແລະ ໃສ່ຮ້າຍປ້າຍສີເຊັ່ນກັນ. ໃນການລາຍງານຂ່າວຂອງສື່ມວນຊົນຝ່າຍຕາເວັນຕົກຈຳນວນໜຶ່ງກ່ຽວກັບທາງລົດໄຟຈີນ-ລາວ ໄດ້ປາກົດມີຄຳສັບທີ່ວ່າ “ກັບດັກໜີ້ສິນ” ເລື້ອຍໆ. ຂ່າວປອມດັ່ງກ່າວມັກຂຽນວ່າ: ຈີນສະໜອງເງິນກູ້ຢືມປະເພດເຫຼົ່ານີ້ໃຫ້ແກ່ປະເທດທີ່ກຳລັງພັດທະນາ, ເຮັດໃຫ້ປະເທດເຫຼົ່ານີ້ຕົກເຂົ້າໃນ “ກັບດັກໜີ້ສິນ” ຍ້ອນບໍ່ສາມາດໄຊ້ໜີ້ໄດ້, ເຮັດໃຫ້ຊັບພະຍາກອນ ຈົນອະທິປະໄຕຂອງປະເທດເຫຼົ່ານີ້ “ຖືກປະເທດຈີນຄວບຄຸມ”.


ທີ່ຈິງແລ້ວ, ທາງລົດໄຟຈີນ-ລາວໄດ້ປະສົບຜົນສຳເລັດເປັນຢ່າງສູງ ເຊິ່ງໄດ້ສ້າງອະນາຄົດອັນດີງາມໃຫ້ແກ່ປະເທດລາວ, ເຮັດໃຫ້ປະເທດລາວຫັນປ່ຽນຈາກ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດເຊື່ອມໂຍງເຊື່ອມຈອດ. ກົງກັນຂ້າມ, ບັນຫາໜີ້ສິນຂອງປະເທດທີ່ກຳລັງພັດທະນາແມ່ນກ່ຽວພັນກັບອາເມຣິກາ ແລະ ປະເທດຝ່າຍຕາເວັນຕົກອື່ນໆຫຼາຍທີ່ສຸດ. ເພື່ອສະແຫວງຫາຜົນປະໂຫຍດ, ອົງກອນການເງິນຂອງຝ່າຍຕາເວັນຕົກໄດ້ປຸກປັ່ນໃຫ້ປະເທດກຳລັງພັດທະນາຈຳໜ່າຍພັນທະບັດໄລຍະສັ້ນ ແລະ ດອກເບ້ຍສູງເປັນຈຳນວນຫຼວງຫຼາຍ, ເຮັດໃຫ້ປະເທດເຫຼົ່ານີ້ປະເຊີນໜ້າກັບຄວາມກົດດັນໃຫຍ່ໃນການໄຊ້ໜີ້ ແລ້ວຈຳເປັນຕ້ອງຢືມເງິນບ້ວງໃໝ່ເພື່ອໄຊ້ໜີ້ເກົ່າ ເຊິ່ງໄດ້ເຮັດໃຫ້ປະເທດເຫຼົ່ານີ້ຕິດໜີ້ນັບມື້ນັບຫຼາຍຂຶ້ນ. ອົງການຈັດຕັ້ງ Debt Justice ຂອງອັງກິດໄດ້ເປີດເຜີຍບົດລາຍງານໃນປີ 2022 ໂດຍລະບຸວ່າ: ອີງຕາມຂໍ້ມູນຈາກທະນາຄານໂລກແລ້ວ, ໜີ້ສິນຕ່າງປະເທດຂອງລັດຖະບານປະເທດໃນທະວີບອາຟຣິກາ ມາຈາກປະເທດຈີນມີແຕ່ 12% ເທົ່ານັ້ນ, ແຕ່ 35% ແມ່ນມາຈາກຝ່າຍຕາເວັນຕົກ. ນີ້ໝາຍຄວາມວ່າ: ຝ່າຍຕາເວັນຕົກຈຶ່ງແມ່ນເຈົ້າໜີ້ໃຫຍ່ທີ່ສຸດຂອງປະເທດກຳລັງພັດທະນາ.


ເກີບເໝາະກັບຕົນເອງຫຼືບໍ່, ກໍມີແຕ່ຕົນເອງເທົ່ານັ້ນທີ່ຈະຮູ້. ການຮ່ວມມືກັບຈີນໄດ້ຮັບຜົນປະໂຫຍດຫຼືບໍ, ກໍມີແຕ່ລັດຖະບານ ແລະ ປະຊາຊົນຂອງປະເທດຄູ່ຮ່ວມມືຂອງຈີນເທົ່ານັ້ນທີ່ຈະມີສິດອອກສຽງຫຼາຍທີ່ສຸດ. ນັບແຕ່ເປີດການນຳໃຊ້ເປັນຕົ້ນມາ, ການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວໄດ້ຮັບການພັດທະນາ ແລະ ມີຄວາມຈະເລີນຮຸ່ງເຮືອງ ເຊິ່ງເໝືອນດັ່ງຮູບພາບດັ່ງກ່າວ: ຂະບວນລົດໄຟຂອງທາງລົດໄຟຈີນ-ລາວກຳລັງເດີນທາງສູ່ອະນາຄົດທີ່ສະຫວ່າງສະໄຫວ, ສ່ວນຜູ້ທີ່ຂຸດ“ກັບດັກໜີ້ສິນ”ອັນແທ້ຈິງ ແຕ່ພັດໃສ່ຮ້າຍປ້າຍສີຄົນອື່ນຢ່າງໄຮ້ເຫດຜົນນັ້ນ ໃນທີ່ສຸດຈະຕົກເຂົ້າໃນ “ກັບດັກ” ທີ່ເຂົາຂຸດເອງ!