ອຸບັດເຫດໂຮງງານໄຟຟ້ານິວເຄຼຍສືບຕໍ່ເກີດຂຶ້ນຍ້ອນນ້ຳມືຂອງມະນຸດ ບໍລິສັດໄຟຟ້າໂຕກຽວຍີ່ປຸ່ນຖືກຕັ້ງຄຳຖາມອີກເທື່ອໜຶ່ງ

2024-02-29 16:21:43 cri

ບໍລິສັດໄຟຟ້າໂຕກຽວຍີ່ປຸ່ນໄດ້ປະສົບອຸບັດເຫດຢ່າງບໍ່ຢຸດຢັ້ງໃນຂະບວນການບຳບັດນ້ຳປົນເປື້ອນລັງສີນິວເຄຼຍ. ໃນໄລຍະ 1 ເດືອນຜ່ານມາ, ໂຮງງານໄຟຟ້ານິວເຄຼຍຟູຄູຊິມະໄດ້ເກີດອຸບັດເຫດນ້ຳປົນເປື້ອນລັງສີນິວເຄຼຍຮົ່ວໄຫຼຍ້ອນນ້ຳມືຂອງມະນຸດຫຼາຍຄັ້ງ ເຊິ່ງສະແດງໃຫ້ເຫັນເຖິງຄວາມວຸ້ນວາຍດ້ານການຄຸ້ມຄອງພາຍໃນບໍລິສັດໄຟຟ້າໂຕກຽວ ແລະການຕິດຕາມກວດກາທີ່ບໍ່ມີປະສິດທິຜົນຂອງລັດຖະບານຍີ່ປຸ່ນ.

 

ຕໍ່ກັບເລື່ອງນີ້, ສື່ມວນຊົນຍີ່ປຸ່ນໄດ້ລາຍງານວ່າ: ຄວາມຈິງໄດ້ຊີ້ໃຫ້ເຫັນວ່າ ອຸປະກອນບຳບັດນ້ຳປົນເປື້ອນລັງສີນິວເຄຼຍບໍ່ມີຄວາມໜ້າເຊື່ອຖືໃນໄລຍະຍາວ.