ເຫດເຜົາໂຕຕາຍທົດສອບຈິດໃຈຂອງນັກການເມືອງອາເມຣິກາ

2024-03-01 14:46:24 CRI


ວັນທີ 25 ກຸມພາ 2024, ທ້າວອາຣອນ ບຸສນິວ Aaron Bushneel ຈາກກອງທັບອາກາດອາເມຣິກາໄດ້ຍ່າງໄປໜ້າປະຕູສະຖານທູດອິດສະຣາແອນປະຈຳອາເມຣິກາ, ຖອກນ້ຳມັນເຊື້ອໄຟໃສ່ຮ່າງກາຍຕົນເອງ ແລ້ວກໍເຜົາໂຕຕາຍ, ພ້ອມທັງຮ້ອງຫຼາຍເທື່ອວ່າ “ປົດປ່ອຍປາແລັດສະຕິນ!” ຍ້ອນວ່າບາດເຈັບສາຫັດ, ທ້າວອາຣອນ ບຸສນິວໄດ້ເສຍຊີວິດ. ຫຼັງຈາກນັ້ນ, ເວັບໄຊ “ນັກການເມືອງ” ອາເມຣິກາຊີ້ໃຫ້ເຫັນວ່າ, ນີ້ແມ່ນ ຈິດໃຈຄຽດແຄ້ນພາຍໃນລັດຖະບານອາເມຣິກາມີຄວາມຮຸນແຮງເພີ່ມຂຶ້ນ.

 


ທ້າວອາຣອນ ບຸສນິວປະທ້ວງດ້ວຍຮູບການທີ່ເຈັບແສບຄືແນວນີ້, ຢູ່ເບື້ອງຫຼັງເຫດການນີ້ມີຫຍັງຊ້ອນຢູ່ບໍ່? ເພື່ອນຂອງ ທ້າວອາຣອນ ບຸສນິວເປີດເຜີຍຕໍ່ສື່ມວນຊົນວ່າ, ກ່ອນເກີດເຫດໜຶ່ງມື້, ທ້າວອາຣອນ ບຸສນິວໄດ້ເປີດເຜີຍຂ່າວລັບທາງການທະຫານຫຼາຍຢ່າງໃຫ້ລາວຮູ້, ໂດຍກ່າວວ່າ: “ກອງທັບອາເມຣິກາໄດ້ເຂົ້າຮ່ວມການສັງຫານເຊື້ອຊາດຊາວປາແລັດສະຕິນໂດຍກົງ.”

 

ໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນຄັ້ງທຳອິດທີ່ເກີດເຫດການຮຸນແຮງຄືແນວນີ້. ໃນເດືອນທັນວາປີ 2023, ຢູ່ຕໍ່ໜ້າສະຖານກົງສຸນອິດສະຣາແອນປະຈຳນະຄອນອັດລານຕາ, ຜູ້ຍິງຄົນໜຶ່ງໄດ້ເຜົາຕົນເອງດ້ວຍນ້ຳມັນແອັດຊັງ, ແລະໄດ້ຮັບບາດເຈັບຢ່າງໜັກໜ່ວງ. ຕາມເວັບໄຊ “ນັກການເມືອງ” ລາຍງານວ່າ, ກ່ອນເຫດການທີ່ ທ້າວອາຣອນ ບຸສນິວເຜົາໂຕຕາຍ, ເຈົ້າໜ້າທີ່ລັດຖະບານອາເມຣິກາກໍໄດ້ສະແດງຄວາມຜິດຫວັງຕໍ່ນະໂຍບາຍກັບເຂດກາຊາຂອງອາເມຣິກາ. ໃນຈົດໝາຍລາອອກຈາກຕຳແໜ່ງຂອງເຈົ້າໜ້າທີ່ຂັ້ນສູງຜູ້ໜຶ່ງຂອງອາເມຣິກາໃນເດືອນມັງກອນ 2024 ລະບຸວ່າ: “ລັດຖະບານເມີນເສີຍຕໍ່ເຫດຄວາມຮຸນແຮງ, ຂ້າພະເຈົ້າບໍ່ສາມາດຮັກສາຄວາມມິດງຽບໄດ້.”

 


ນັບແຕ່ເດືອນຕຸລາປີ 2023 ເປັນຕົ້ນມາ, ການປະທະກັນລະຫວ່າງອິດສະຣາແອນ ແລະ ປາແລັດສະຕິນຮອບໃໝ່ໄດ້ເຮັດໃຫ້ສາມັນຊົນເສຍຊີວິດໄປແລ້ວເກືອບ 3 ໝື່ນຄົນ, ເກືອບ 2 ລ້ານຄົນໄຮ້ທີ່ຢູ່ອາໄສ. ການປະທະກັນແບບນອງເລືອດຄັ້ງນີ້, ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮີບດ່ວນຂອງການແກ້ໄຂບັນຫາລະຫວ່າງປາແລັດສະຕິນ-ອິດສະຣາແອນໃນຂັ້ນກົກຮາກ, ມັນໄດ້ສ່ອງແສງໃຫ້ເຫັນເຖິງຜົນຮ້າຍຢ້ອນຫຼັງທີ່ອາເມຣິກາເຂົ້າຂ້າງອິດສະຣາແອນ, ກໍຄືຄວາມຈອມປອມ ແລະ ສອງມາດຕະຖານຂອງ “ສິດທິມະນຸດແບບອາເມຣິກາ”.