ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດການເຄື່ອນໄຫວ “ການບໍລິການເພື່ອປະຊາຊົນ” ເກືອບ 2500 ລາຍການໃນໜຶ່ງປີຜ່ານມາ

2024-03-04 14:59:03 cri

ກອງປະຊຸມຄັ້ງທີ 2 ສະໄໝທີ 14 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 3 ມີນານີ້. ທ່ານຫຼິວເຈຢີ່ ໂຄສົກກອງປະຊຸມໄດ້ແນະນຳຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດກ່ຽວກັບສະພາບການທີ່ກ່ຽວຂ້ອງຂອງກອງປະຊຸມຄັ້ງນີ້ ພ້ອມທັງຕອບຄຳຖາມນັກຂ່າວ.

ທ່ານຫຼິວເຈຢີ່ກ່າວວ່າ: ໃນໜຶ່ງປີຜ່ານມາ, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດການເຄື່ອນໄຫວ “ການບໍລິການເພື່ອປະຊາຊົນ” ເກືອບ 2500 ລາຍການ, ຕັ້ງໜ້າຮັບມືກັບຄວາມກັງວົນ ແລະ ເປັນຫ່ວງຂອງປະຊາຊົນ, ສ່ອງແສງໃຫ້ເຫັນເຖິງສະພາບການຕົວຈິງຂອງສັງຄົມ, ແກ້ໄຂບັນຫາທີ່ປະຊາຊົນ ມີຄວາມເດືອດຮ້ອນ, ຫຍຸ້ງຍາກ ແລະ ມີຄວາມກັງວົນ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ, ພ້ອມທັງຖອດຖອນສະຕິປັນຍາຈາກປະຊາຊົນ ແລະ ຫັນປ່ຽນເປັນມາດຕະການຕົວຈິງໃນການຊຸກຍູ້ວຽກງານ.

ໃນປີ 2024 ນີ້, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຈະສືບຕໍ່ສຸມກຳລັງເຂົ້າໃນຂໍ້ຕົກລົງທີ່ສຳຄັນຂອງພັກ ແລະ ລັດ ກໍຄືຄວາມເອົາໃຈໃສ່ຂອງປະຊາຊົນ, ສືບຕໍ່ດຳເນີນການເຄື່ອນໄຫວ “ການບໍລິການເພື່ອປະຊາຊົນ”, ແກ້ໄຂບັນຫາທີ່ປະຊາຊົນເປັນຫ່ວງ ແລະ ກັງວົນ, ປະຕິບັດວຽກງານທີ່ມີຜົນດີຕໍ່ປະຊາຊົນໃຫ້ດີ.