ມະເລເຊຍຈະຟື້ນຟູການຊອກຫາຖ້ຽວບິນMH 370 ຂອງບໍລິສັດການບິນມະເລເຊຍໂດຍໄວ

2024-03-04 14:33:25 CRI


ອີງຕາມ ໜັງສືພິມ MalayMail ລາຍງານວ່າ, ວັນທີ 3 ມີນານີ້, ທ່ານອັນໂຕນີ ໂລເກ ຊິວ ຟຸກ ລັດຖະມົນຕີກະຊວງຄົມມະນາຄົມມະເລເຊຍກ່າວວ່າ, ຈະ ຟື້ນຟູການຊອກຫາຖ້ຽວບິນMH 370 ຂອງບໍລິສັດການບິນມະເລເຊຍທີ່ເກີດອຸບັດເຫດເມື່ອ 10 ປີກ່ອນນັ້ນໂດຍໄວ.

 

ຕອນບ່າຍວັນທີ 3 ມີນານີ້, ຢູ່ນະຄອນຫຼວງກົວລາລຳເປິຂອງມະເລເຊຍໄດ້ຈັດພິທີລະນຶກອຸບັດເຫດຂອງພ້ຽວບິນ MH 370 ຄົບຮອບ 10 ປີ.

 

ວັນທີ 8 ມີນາ 2014, ເຮືອບິນໂດຍສານຖ້ຽວ MH370 ຂອງບໍລິສັດການບິນມະເລເຊຍທີ່ບິນຈາກ ນະຄອນຫຼວງກົວລາລຳເປິຂອງມະເລເຊຍໄປຍັງນະຄອນຫຼວງປັກກິ່ງປະເທດຈີນໄດ້ຂາດການຕິດຕໍ່, ຢູ່ເທິງເຮືອບິນມີ ຜູ້ໂດຍສານ ແລະ ຈຸບິນທັງໝົດ 239 ຄົນ. ວັນທີ 29 ມັງກອນ 2015, ກົມການບິນພົນລະເຮືອນມະເລເຊຍປະກາດວ່າ ເຮືອບິນໂດຍສານລຳນີ້ໄດ້ເກີດອຸບັດເຫດ, ແລະຄາດວ່າ ຄົນທັງໝົດຢູ່ເຮືອບິນລຳນີ້ໄດ້ເສຍຊີວິດແລ້ວ.