ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະຈັດຂຶ້ນໃນຕອນເຊົ້າວັນທີ 5 ມີນາ ແລະ ຈະດຳເນີນເປັນເວລາ 7 ວັນ

2024-03-04 16:02:52 cri

ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ຫໍສະພາປະຊາຊົນໃນວັນທີ 4 ມີນານີ້, ທ່ານໂຫຼສິນຈຽນ ໂຄສົກກອງປະຊຸມໄດ້ຕອບຄຳຖາມຂອງນັກຂ່າວຈີນແລະຕ່າງປະເທດ ກ່ຽວກັບວາລະກອງປະຊຸມ ແລະ ວຽກງານທີ່ກ່ຽວຂ້ອງກັບສະພາປະຊາຊົນ.


ທ່ານໂຫຼສິນຈຽນກ່າວວ່າ: ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະຈັດຂຶ້ນໃນຕອນເຊົ້າວັນທີ 5 ມີນານີ້ ແລະ ຈະອັດລົງໃນຕອນບ່າຍວັນທີ 11 ມີນານີ້, ຈະດຳເນີນເປັນເວລາ 7 ວັນ ແລະ ຈັດກອງປະຊຸມຄົບຄະນະ 3 ຄັ້ງ.


ໃນໄລຍະຈັດກອງປະຊຸມ, ຈະຈັດກອງປະຊຸມຖະແຫຼງຂ່າວ 3 ຄັ້ງ, ເຊີນຜູ້ຮັບຜິດຊອບຕົ້ນຕໍຂອງພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນຕອບຄຳຖາມຂອງນັກຂ່າວກ່ຽວກັບຫົວຂໍ້ດ້ານການຕ່າງປະເທດ, ເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ແລະອື່ນໆ. ກ່ອນຈັດກອງປະຊຸມຄົບຄະນະທຸກຄັ້ງຈະຈັດໃຫ້ມີ “ບໍລິເວນທາງຍ່າງສະເພາະເພື່ອໃຫ້ສຳພາດຂອງຜູ້ແທນ”, ຫຼັງຈາກກອງປະຊຸມຄົບຄະນະຈະຈັດໃຫ້ມີ “ບໍລິເວນທາງຍ່າງສະເພາະເພື່ອໃຫ້ສຳພາດຂອງລັດຖະມົນຕີ”.