ນັກຂ່າວປາກິດສະຖານກ່າວວ່າ: ກອງປະຊຸມສອງສະພາເປັນຊ່ອງທາງສຳຄັນໃນການສັງເກດ ແລະ ຄົ້ນຄວ້າການພັດທະນາຂອງຈີນ

2024-03-04 10:58:39 CRI


ເນື່ອງໃນໂອກາດທີ່ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ  ແລະ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼືເອີ້ນວ່າ ກອງປະຊຸມສອງສະພາໃກ້ຈະຈັດຂຶ້ນ, ນັກຂ່າວວິທະຍຸໂທລະພາບສູນກາງຈີນໄດ້ສຳພາດນັກຂ່າວອາວຸໂສຂອງປາກິດສະຖານທີ່ເຄີຍມາເອົາຂ່າວຢູ່ຈີນຫຼາຍເທື່ອ. ທ່ານກ່າວວ່າ, ກອງປະຊຸມສອງສະພາເປັນຊ່ອງທາງທີ່ສຳຄັນໃນການສັງເກດ ແລະ ຄົ້ນຄວ້າການພັດທະນາຂອງຈີນ. ສຳລັບກອງປະຊຸມສອງສະພາປີນີ້, ລາວກໍມີຄວາມຫວັງຢ່າງເຕັມປ່ຽມ.



ທ່ານມູຮາມັດ ຈາມີ ອັດຊາດີ ນັກຂ່າວຂ່າວສານເອກະລາດປາກິດສະຖານ (Independence News Pakistan) ກ່າວວ່າ, ຂ້າພະເຈົ້າເຫັນວ່າ ການໄປເອົາຂ່າວຢູ່ສະຖານທີ່ຈັດກອງປະຊຸມສອງສະພາໄດ້ສະໜອງແງ່ມູມພິເສດໃຫ້ແກ່ນັກຂ່າວ. ຈີນບໍ່ພຽງແຕ່ພັດທະນາເພື່ອຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ແຕ່ຍັງແມ່ນເພື່ອການພັດທະນາຂອງປະຊາຄົມໂລກອີກດ້ວຍ. ພວກເຮົາໄດ້ເອົາໃຈໃສ່ຕິດຕາມວ່າ ຈີນພວມສຸມຄວາມພະຍາຍາມເພື່ອບັນລຸສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານເມື່ອຮອດປີ 2035. ຄວາມທັນສະໄໝແບບຈີນແມ່ນສຸມໃສ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຄວາມທັນສະໄໝແບບຈີນຈະນຳມາເຊິ່ງຄວາມຫວັງ ແລະ ກາລະໂອກາດໃຫ້ແກ່ປະຊາຄົມໂລກ ໂດຍສະເພາະປະເທດພວມພັດທະນາ.