ກອງປະຊຸມຄັ້ງທີ 2 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະໄຂຂຶ້ນໃນເວລາ 15 ໂມງຂອງວັນທີ 4 ມີນານີ້ ສ່ວນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈັດກອງປະຊຸມກະກຽມ

2024-03-04 10:23:41 CRI


ກອງປະຊຸມຄັ້ງທີ 2 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະໄຂຂຶ້ນໃນເວລາ 15 ໂມງຂອງວັນທີ 4 ມີນານີ້ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.


ໃນພິທີໄຂ, ກຳມະການສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນທີ່ເຂົ້າຮ່ວມກອງປະຊຸມຈະພິຈາລະນາຮັບຮອງວາລະ ກອງປະຊຸມຄັ້ງທີ 2 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14, ຮັບຟັງບົດລາຍງານວຽກງານຂອງຄະນະປະຈຳສະພາ ກໍຄືບົດລາຍງານຂອງຄະນະປະຈຳສະພາກ່ຽວກັບວຽກງານແກ້ໄຂຍັດຕິນັບແຕ່ກອງປະຊຸມ ຄັ້ງທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ເປັນຕົ້ນມາ.


ຕອນເຊົ້າວັນທີ 4 ມີນານີ້, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດກອງປະຊຸມກະກຽມ, ໂດຍເລືອກຕັ້ງຄະນະປະທານ ແລະ ເລຂາທິການກອງປະຊຸມ, ລົງຄະແນນສຽງກ່ຽວກັບຮ່າງວາລະປະຊຸມ. ຫຼັງຈາກກອງປະຊຸມກະກຽມ, ຄະນະປະທານກອງປະຊຸມຈັດກອງປະຊຸມຄັ້ງທຳອິດ. ເວລາ 12 ໂມງ, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈັດກອງປະຊຸມຖະແຫຼງຂ່າວ, ໂຄສົກກອງປະຊຸມຈະຕອບຄຳຖາມຂອງນັກຂ່າວຈີນ ແລະ ຕ່າງປະເທດກ່ຽວກັບວາລະກອງປະຊຸມ ແລະ ຄຳຖາມທີ່ກ່ຽວຂ້ອງກັບວຽກງານສະພາປະຊາຊົນ.