ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ

2024-03-05 16:33:58 cri

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2024 ທີ່ນະຄອນຫລວງພະບາງ, ໂດຍການເປັນປະທານຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດສະມາຊິກອາຊຽນ, ຕີມໍເລດສະເຕ  ແລະ ຮອງເລຂາທິການໃຫ່ຍອາຊຽນ ເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້, ເປັນເລິ່ມຕົ້ນຂອງກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ໃນການເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມໃນຂັ້ນລັດຖະມົນຕີໃນຂອບການຮ່ວມມືດ້ານວຽກງານປ້ອງກັນຊາດ ໃນປີ 2024 ພາຍໃຕ້ຄໍາຂວັນ: “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”;

  ັນກຽດນກອງນຕີປ້ອງກອງປະຊຸມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນກອາຊຽນ, ຕີມໍ ງ ສປປ ລາວມໍ ເລດສະເຕ ໃນນາມໃນກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບແນວທາງແຜນຍຸດທະສາດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ພາຍຫລັງປີ 2025 ໃນການແກ້ໄຂສິ່ງທ້າທາຍຕ່າງໆຕໍ່ຄວາມໝັ້ນຄົງໃນປັດຈຸບັນ ແລະ ອະນາຄົດ, ໂດຍສະເພາະ ການຮັບມືກັບຜົນກະທົບຈາກການແຂ່ງຂັນຂອງມະຫາອໍານາດ, ການຂະຫຍາຍສະມາຊິກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ການຮັກສາຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ, ລວມທັງການປັບປຸງບັນດາກົນໄກ ແລະ ກິດຈະກໍາການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ;During tກ


ກອງປະຊຸມ ໄດ້ເຫັນດີເປັນເອກະສັນ ແລະ ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຜົນສຳເລັດໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ເຊິ່ງຮ່າງໂດຍກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນນາມເປັນປະທານອາຊຽນ ໃນປີ 2024. ເນື້ອໃນຫຼັກຂອງຖະແຫຼງການດັ່ງກ່າວ ແມ່ນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຕະຫຼອດໄລຍະ 10 ປີຜ່ານມາ ນັບແຕ່ປີ 2015–2025, ເຊິ່ງເປັນການປະກອບສ່ວນອັນສໍາຄັນຂອງຂະແໜງການປ້ອງກັນຊາດ ຂອງອາຊຽນ ເຂົ້າໃນການປົກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ;

goເg    ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ,ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາກິດຈະກໍາການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ, ລວມທັງການສົ່ງເສີມຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ, ການພັດທະນາຂີດຄວາມສາມາດໃນການເຮັດວຽກຮ່ວມກັນ ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ, ການຮ່ວມມືໃນການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ການຮ່ວມມືດ້ານຄວາມໝັ້ນຄົງທາງລະບົບຄອມພີວເຕີ, ວຽກງານຊາວໜຸ່ມ, ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ;


    ໃນຖະແຫລງການຄັ້ງນີ້, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນໄດ້ສະແດງຄວາມໝາຍໝັ້ນຮ່ວມກັນຄື: (ຮັກສາບົດບາດຂອງກອງປະຊມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ ເປັນກົນໄກການຮ່ວມມືດ້ານປ້ອງກັນຊາດ ແລະຄວາມໝັ້ນຄົງ ໃນຂັ້ນສູງສຸດຂອງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ແລະ ຮັບຮູ້ຜົນປະໂຫຍດລວມຂອງເພື່ອນອາຊຽນ ແລະ ຄູ່ຮ່ວມມືທີ່ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະຄວາມໝັ້ນຄົງຂອງພາກພື້ນ; ສືບຕໍ່ເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການທະຫານ ໂດຍຜ່ານບັນດາກົນໄກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເພື່ອເສີມສ້າງຂີດຄວາມສາມາດ, ຄວາມເຂັ້ມແຂງ ແລະ ຄວາມສາມາດໃນການເຮັດວຽກຮ່ວມກັນຂອງບັນດາປະເທດສະມາຊິກ ໂດຍຜ່ານການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ; ປະກອບສ່ວນເຂົ້າໃນການພັດທະນາແຜນຍຸດທະສາດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ວິໄສທັດຂອງປະຊາຄົມອາຊຽນໄລຍະ 20 ປີ (2025 – 2045) ໃນຂະແໜງການປ້ອງກັນຊາດ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງທີ່ພົ້ນເດັ່ນໃນປັດຈຸບັນ ແລະ ອະນາຄົດ ໃຫ້ມີປະສິດທິພາບ, ທັນເວລາ ແລະ ສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ, ພ້ອມທັງສະແດງຄວາມຄາດຫວັງຕໍ່ການຈັດຕັ້ງປະຕິບັດວິໄສທັດຂອງປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ ແລະ ການປະກອບສ່ວນຂອງຂະແໜງການປ້ອງກັນຊາດ ໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.