ກອງປະຊຸມສຳຄັນຂອງຈີນທີ່ຈັດຂຶ້ນໃນມື້ນີ້

2024-03-05 15:23:06 CRI


    ເວລາ 9 ໂມງຂອງວັນທີ 5 ມີນານີ້, ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ຜູ້ແທນປະຊາຊົນທົ່ວປະເທດຈີນ ທີ່ມາຈາກແຫ່ງຕ່າງໆ, ຊົນເຜົ່າຕ່າງໆ ແລະ ຂະແໜງການຕ່າງໆເກືອບ 3.000 ຄົນໄດ້ເຂົ້າຮ່ວມກອງປະຊຸມ ເພື່ອປະຕິບັດພາລະໜ້າທີ່ທີ່ມອບໝາຍໂດຍລັດຖະທຳມະນູນ ແລະ ກົດໝາຍ.


    ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ແມ່ນອົງການອຳນາດສູງສຸດແຫ່ງຊາດຈີນ, ແຕ່ລະສະໄໝມີອາຍຸການເປັນເວລາ 5 ປີ ແລະ ຈັດກອງປະຊຸມປີລະເທື່ອ ເພື່ອຫາລື ແລະ ຕັດສິນເລື່ອງຕ່າງໆກ່ຽວກັບນະໂຍບາຍສຳຄັນ ກົດໝາຍ ພ້ອມດ້ວຍການແຕ່ງຕັ້ງ ແລະ ປົດຕຳແໜ່ງຂອງເຈົ້າໜ້າທີ່ສຳຄັນຂອງຊາດ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງລວມສູນເຖິງປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງປະເທດຈີນ.


    ກອງປະຊຸມໃນປີນີ້ຈະຈັດຂຶ້ນເປັນເວລາ 1 ອາທິດ, ຜູ້ແທນສະພາປະຊາຊົນແຫ່ງຊາດຈີນຈະຮັບຟັງ ແລະ ຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງລັດຖະບານ, ສະຫຼຸບຜົນງານໃນ 1 ປີຜ່ານໄປ ພ້ອມທັງຈັດວາງແຜນການພັດທະນາປະເທດໃນ 1 ປີຕໍ່ໜ້າ.


   ຢູ່ຈີນ, ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ທີ່ຈັດຂຶ້ນໃນຕົ້ນເດືອນມີນາທຸກໆປີ ຖືກເອີ້ນວ່າ “ກອງປະຊຸມສອງສະພາ” ເຊິ່ງບໍ່ພຽງແຕ່ເພື່ອສະຫຼຸບ ແລະ ກວດກາຜົນງານໃນຜ່ານມາເທົ່ານັ້ນ ຫາກຍັງເປັນການຈັດຕັ້ງປະຕິບັດນະໂຍບາຍເພື່ອຄວາມສຸກຂອງປະຊາຊົນ ແລະ ທິດທາງພັດທະນາຂອງຊາດໃນອະນາຄົດນຳອີກ.


   ໂດຍຜ່ານຈາກ “ກອງປະຊຸມສອງສະພາ” ຄັ້ງນີ້, ຈະຈັດຕັ້ງປະຕິບັດນະໂຍບາຍທີ່ສຳຄັນກ່ຽວກັບວຽກງານເສດຖະກິດໃນປີ 2024 ເຊິ່ງຈະສ້າງໂສມໜ້າແຫ່ງການພັດທະນາຂອງຈີນໃນໄລຍະຕໍ່ໄປເປັນສ່ວນໃຫຍ່ ແລະ ຈະຊຸກຍູ້ຂະບວນການຟື້ນຟູເສດຖະກິດທົ່ວໂລກ.