ສຸມກຳລັງຊຸກຍູ້ການສ້າງລະບົບອຸດສາຫະກຳທັນສະໄໝ ເລັ່ງພັດທະນາກຳລັງການຜະລິດຮູບແບບໃໝ່

2024-03-05 11:06:09 CRI

ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນໃນຕອນເຊົ້າວັນທີ 5 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ແລະ ຜູ້ນຳພັກ-ລັດທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂປະຊຸມ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ຂຶ້ນຜ່ານບົດລາຍງານວຽກງານລັດຖະບານ.


ບົດລາຍງານວຽກງານລັດຖະບານໄດ້ລະບຸວ່າ: ຈະສຸມກຳລັງຊຸກຍູ້ການສ້າງລະບົບອຸດສາຫະກຳທັນສະໄໝ, ເລັ່ງພັດທະນາກຳລັງການຜະລິດຮູບແບບໃໝ່. ເສີມຂະຫຍາຍບົດບາດການນຳພາຂອງການປະດິດສ້າງໃໝ່ຢ່າງເຕັມສ່ວນ, ຊຸກຍູ້ການປະດິດສ້າງໃໝ່ດ້ານອຸດສາຫະກຳດ້ວຍການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດ, ເລັ່ງຊຸກຍູ້ການຫັນເປັນອຸດສາຫະກຳຮູບແບບໃໝ່, ຍົກສູງກຳລັງການຜະລິດຄົບອົງປະກອບ ຫຼື TFP, ສ້າງພະລັງຂັບເຄື່ອນໃໝ່ ແລະ ທ່າແຮງໃໝ່ດ້ານການພັດທະນາຢ່າງບໍ່ຢຸດຢັ້ງ, ຊຸກຍູ້ໃຫ້ກຳລັງການຜະລິດຂອງສັງຄົມບັນລຸຄວາມກ້າວກະໂດດໃໝ່.


ຊຸກຍູ້ການປັບປຸງ-ຍົກລະດັບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ. ຮັກສາການເຄື່ອນໄຫວຂອງເສດຖະກິດອຸດສາຫະກຳໃຫ້ມີຄວາມໝັ້ນທ່ຽງ. ດຳເນີນການເຄື່ອນໄຫວການພັດທະນາຕ່ອງໂສ້ອຸດສາຫະກຳຈຸດສຸມດ້ານອຸດສາຫະກຳການຜະລິດ, ເພີ່ມທະວີຄວາມທົນທານ ແລະ ຄວາມສາມາດການແຂ່ງຂັນດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ. ເພີ່ມທະວີການນຳພາດ້ວຍມາດຕະຖານ ແລະ ການຄ້ຳປະກັນດ້ວຍຄຸນນະພາບ, ສ້າງເຄື່ອງໝາຍສິນຄ້າຂອງຈີນທີ່ມີອິດທິພົນສູງໃນສາກົນໃຫ້ຫຼາຍກວ່າເກົ່າ.