ຄວາມເວົ້າແບບໜ້າງຶດງໍ້ຂອງທ່ານນາງກິນາ ໄຣມອນໂດແມ່ນໄຮ້ດຽງສາ ຫຼື ທຳທ່າໂງ່ງ່າວເຊິຊະຊື່ໆຕໍ່ການຄ້າສາກົນ?

2024-03-05 16:44:38 CRI


“ລົດໃນປັດຈຸບັນ ປຽບເໝືອນກັບ ໂທລະສັບມືຖື  iphone ທີ່ຕິດລໍ້, ຈົ່ງຈິນຕະນາການເບິ່ງດຸວ່າ ຖ້າຫາກລົດຈີນຫຼາຍລ້ານຄັນແລ່ນຢູ່ຕາມຖະໜົນຫົນທາງຂອງອາເມຣິກາ, “ທ້ອນໂຮມ”ຂໍ້ມູນຂ່າວສານຂອງຄົນອາເມຣິກາຫຼາຍລ້ານຄົນໃນທຸກມື້ທຸກນາທີ, ແລ້ວສົ່ງກັບຄືນປັກກິ່ງ ” ມັນຍາກທີ່ຈະຈິນຕະນາການໄດ້ວ່າ, “ຄວາມເວົ້າທີ່ໜ້າງຶດງໍ້” ດັ່ງກ່າວ ແມ່ນມາຈາກທ່ານນາງກິນາ ໄຣມອນໂດ ລັດຖະມົນຕີກະຊວງການຄ້າອາເມຣິກາ.



ອາເມຣິກາເປັນ “ປະເທດຢູ່ເທິງລໍ້ລົດ”, ອຸດສາຫະກຳລົດຍົນເຄີຍຢູ່ແຖວໜ້າຂອງໂລກໃນສະຕະວັດທີ 20, ແຕ່ຄ່ອຍໆຊຸດໂຊມລົງໃນສະຕະວັດທີ 21. ໃນຊຸມປີຜ່ານມານີ້, ອຸດສາຫະກຳລົດພະລັງງານໃໝ່ຂອງຈີນໄດ້ຊຸກຍູ້ການຄົ້ນຄວ້າແບບປະດິດສ້າງໃໝ່ຢ່າງຕໍ່ເນື່ອງ, ແລະໄດ້ສ້າງລະບົບຕ່ອງໂສ້ອຸດສາຫະກຳຄົບວົງຈອນ. ປີ 2023ຜ່ານມາ, ຈຳນວນສົ່ງອອກລົດພະລັງງານໃໝ່ຂອງຈີນມີເຖິງ 1,203ລ້ານຄັນ, ເພີ່ມຂຶ້ນເກືອບ 80% ເມື່ອທຽບໃສ່ປີ 2022. ໃນຖານະເປັນເຫດການທີ່ມີລັກສະນະຂີດໝາຍໃນອຸດສາຫະກຳລົດ, ໃນໄຕມາດທີ 4 ຂອງປີ 2023, ປະລິມານການຈຳໜ່າຍລົດໄຟຟ້າຂອງບໍລິສັດລົດຍົນ BYD ຂອງ ຈີນໄດ້ລື່ນກາຍບໍລິສັດເທັສລາຂອງອາເມຣິກາ, ຄອງອັນດັບທີໜຶ່ງຂອງໂລກເປັນຄັ້ງທຳອິດ. ເລື່ອງນີ້ໄດ້ເຮັດໃຫ້ບາງຄົນຂອງອາເມຣິກາດຸດດັ່ງນັ່ງເທິງອາດສະໜາທີ່ມີເຂັມຝັງຢູ່. ແຕ່ພວກເຂົາບໍ່ໄດ້ມີເຈຕະນາຢາກປັບປຸງເຕັກໂນໂລຊີ ແລະ ຍົກສູງກຳລັງແຂ່ງຂັນຂອງຕົນ, ແຕ່ຫາກນຳໃຊ້ບາດຄ້ອນດ້ານການຄ້າ.


 

ໃນຍຸກເສດຖະກິດໂລກາພິວັດຄືຊູ່ມື້ນີ້, ເສດຖະກິດບັນດາປະເທດໄດ້ເຊື່ອມສານເຂົ້າກັນຢ່າງແໜ້ນແຟ້ນ ເຊິ່ງເປັນສະພາບປົກກະຕິ. “ການຕັດສາຍພົວພັນດ້ານເສດຖະກິດການຄ້າແບບບັງຄັບ” ບໍ່ພຽງແຕ່ຈະເຮັດໃຫ້ຜະລິດຕະພັນລົດຍົນໃນຕະຫຼາດອາເມຣິກາມີລາຄາແພງຂຶ້ນເທົ່ານັ້ນ, ແຕ່ຍັງຈະໜ່ວງໜ່ຽວຄວາມຄືບໜ້າຂອງສັງຄົມອາເມຣິກາຫັນປ່ຽນຈາກລົດທີ່ໃຊ້ນ້ຳມັນເຊື້ອໄຟໄປສູ່ລົດໄຟຟ້າອີກດ້ວຍ. ໃນທີ່ສຸດ, ຈະທຳລາຍຜົນປະໂຫຍດຂອງຜູ້ບໍລິໂພກອາເມຣິກາ ແລະ ຄວາມສາມາດການແຂ່ງຂັນດ້ານອຸດສາຫະກຳຂອງອາເມຣິກາເອງ.