GDP ຂອງຈີນໃນປີ 2023 ມີຫຼາຍກວ່າ 126.000 ຕື້ຢວນ

2024-03-05 10:33:31 cri

ວັນທີ 5 ມີນານີ້, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ພ້ອມດ້ວຍຜູ້ນຳພັກລັດທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານລັດຖະບານຕໍ່ກອງປະຊຸມ.


ບົດລາຍງານວຽກງານລັດຖະບານລະບຸວ່າ: ເສດຖະກິດຈີນໄດ້ຟື້ນຕົວດີຂຶ້ນໂດຍລວມ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2023 ມີຫຼາຍກວ່າ 126.000 ຕື້ຢວນ, ເພີ່ມຂຶ້ນ 5,2%, ຈັງຫວະການເຕີບໂຕໄດ້ຢືນຢູ່ແຖວໜ້າໃນບັນດາກຸ່ມເສດຖະກິດຕົ້ນຕໍຂອງໂລກ, ໄດ້ສ້າງວຽກເຮັດງານທຳໃນຕົວເມືອງ 12,44 ລ້ານຕຳແໜ່ງ, ອັດຕາວ່າງງານຕາມການສຳຫຼວດໃນຕົວເມືອງສະເລ່ຍແລ້ວຢູ່ໃນລະດັບ 5,2%. ລາຄາບໍລິໂພກຂອງພົນລະເມືອງເພີ່ມຂຶ້ນ 0,2%, ລາຍຮັບ-ລາຍຈ່າຍສາກົນໄດ້ຮັກສາຄວາມດຸນດ່ຽງກັນໂດຍພື້ນຖານ.