ຈີນສຳເລັດໜ້າທີ່ເປົ້າໝາຍຕົ້ນຕໍດ້ານການພັດທະນາເສດຖະກິດ-ສັງຄົມໃນປີ 2023 ຢ່າງຈົບງາມ

2024-03-05 15:03:44 cri

ຕອນເຊົ້າວັນທີ 5 ມີນານີ້, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ພ້ອມດ້ວຍຜູ້ນຳທ່ານອື່ນໆຂອງພັກ ແລະ ລັດຖະບານຈີນໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ. ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານລັດຖະບານຈີນຕໍ່ກອງປະຊຸມດັ່ງກ່າວ.

ບົດລາຍງານວຽກງານລັດຖະບານຈີນລະບຸວ່າ: ປີຜ່ານມາເປັນປີທຳອິດຂອງການຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງຮອບດ້ານ ທັງເປັນປີທຳອິດທີ່ລັດຖະບານຊຸດປັດຈຸບັນດຳລົງຕຳແໜ່ງຕາມກົດໝາຍ. ໂດຍປະເຊີນໜ້າກັບສະພາບແວດລ້ອມສາກົນທີ່ສັບສົນເປັນພິເສດ ແລະ ໜ້າທີ່ວຽກງານດ້ານການປະຕິຮູບ, ການພັດທະນາ ແລະ ສະຖຽນລະພາບທີ່ໜັກໜ່ວງ, ສູນກາງພັກຄອມມູນິດຈີນທີ່ມີທ່ານສີຈິ້ນຜິງເປັນແກນນຳ ໄດ້ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າ, ຜ່ານຜ່າຄວາມກົດດັນພາຍນອກ ແລະ ຄວາມຫຍຸ້ງຍາກພາຍໃນປະເທດ, ທຳຄວາມພະຍາຍາມຢ່າງລຳບາກ, ການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ບັນລຸການຂ້າມຜ່ານຢ່າງໝັ້ນທ່ຽງ ແລະ ປະສົບຜົນສຳເລັດສຳຄັນທີ່ມີລັກສະນະຕັດສິນຊີ້ຂາດ, ໄດ້ສຳເລັດໜ້າທີ່ເປົ້າໝາຍຕົ້ນຕໍດ້ານການພັດທະນາເສດຖະກິດ-ສັງຄົມໃນປີ 2023 ຢ່າງຈົບງາມ, ການພັດທະນາດ້ວຍຄຸນນະພາບສູງໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ, ສະພາບການລວມຂອງສັງຄົມຮັກສາໄດ້ຄວາມໝັ້ນທ່ຽງ, ການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານໄດ້ຢວ່າງບາດກ້າວຢ່າງເດັດດ່ຽວໜຽວແໜ້ນ.