ຂໍ້ມູນຕົວເລກຢືນຢັນວ່າ : ຄວນພັດທະນາ ກໍຄວນຮັບຮູ້ການພັດທະນາ

2024-03-06 17:49:43 CRI


ຫວ່າງມໍ່ໆມານີ້, ຄຽງຄູ່ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ເອີ້ນວ່າ “ກອງປະຊຸມສອງສະພາ” ໄດ້ໄຂຂຶ້ນ, ແລະ ແຫ່ງຕ່າງໆຂອງຈີນກໍໄດ້ເປີດເຜີຍເປົ້າໝາຍການເຕີບໂຕຂອງ GDP ໃນປີ 2024, ການເປິກສາຫາລືກ່ຽວກັບອະນາຄົດດ້ານເສດຖະກິດຂອງຈີນໃນປີນີ້ກໍໄດ້ເພີ່ມຂຶ້ນຄູ່ກັນ. ໃນຂະນະດຽວກັນນີ້, ພວກເຮົາກໍໄດ້ເຫັນວ່າ, ຖ້ອຍຄວາມທີ່ເຈຕະນາຫຼອກຫູລວງຕາຄົນທົ່ວໄປທີ່ວ່າ “ເສດຖະກິດຈີນໄດ້ຮອດເສັ້ນເພດານສູງສຸດແລ້ວ” ແບບນີ້ກໍປະກົດຕົວຂຶ້ນເຊັ່ນກັນ. ນັບແຕ່ຈີນກາຍເປັນກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກເປັນຕົ້ນມາ, ການສົມທຽບລະຫວ່າງGDP ຂອງຈີນ ກັບ GDP ຂອງອາເມຣິກາກໍກາຍເປັນຂໍ້ຄວາມທີ່ເປັນຈຸດສຸມໃນການເປິກສາຫາລືຂອງຄົນທັງຫຼາຍມາໂດຍຕະຫຼອດ.

 

ກ່ອນອື່ນ, ຂໍຍົກຂໍ້ມູນດ້ານລາຄາສິນຄ້າ. ໃນເວລາທີ່ປະເທດຕ່າງໆຄິດໄລ່ຍອດປະລິມານ GDP ຂອງຕົນນັ້ນ, ຈະຄິດໄລ່ຕາມລາຄາເງິນຕາປະເທດຕົນໃນຂະນະນັ້ນ, ຈຶ່ງຕ້ອງພິຈາລະນາປັດໄຈລາຄາສິນຄ້າ. ໃນ 3 ປີຜ່ານມາ, ອາເມຣິກາໄດ້ນຳໃຊ້ນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາແບບຮຸນແຮງ, ເຮັດໃຫ້ອາເມຣິກາຕົກໃນສະພາບທີ່ມີອັດຕາເງິນເຟີ້ລະດັບສູງ, ເຊິ່ງເຮັດໃຫ້GDPໃນນາມເງິນຕາ ຫຼື Nominal GDP ຂອງອາເມຣິກາເພີ່ມຂຶ້ນຢ່າງຫຼວງຫຼາຍ. ຕົວຢ່າງວ່າ ໃນປີ 2022, CPI ຂອງອາເມຣິກາໄດ້ເພີ່ມຂຶ້ນ 8%, ຂະນະທີ່ PPI ໄດ້ເພີ່ມຂຶ້ນ 16,5%. ສຳລັບຈີນແລ້ວ, ໃນປີ 2022, CPI ຂອງຈີນໄດ້ເພີ່ມຂຶ້ນ 2%, PPI ໄດ້ເພີ່ມຂຶ້ນ 4,1%. ຄວາມແຕກໂຕນກັນລະຫວ່າງສອງປະເທດກໍໄດ້ເກີດຂຶ້ນຈາກການຄິດໄລ່ຕົວເລກ.

 

ນອກຈາກປັດໄຈລາຄາສິນຄ້າແລ້ວ, ໃນເວລາທີ່ສົມທຽບຍອດປະລິມານເສດຖະກິດ, ຍັງຕ້ອງພິຈາລະນາເຖິງອັດຕາແລກປ່ຽນເງິນຕາອີກດ້ວຍ. ໃນເວລາທີ່ສົມທຽບຍອດປະລິມານເສດຖະກິດຂອງຈີນ ແລະ ອາເມຣິກາ, ຕ້ອງເອົາ GDP ຂອງຈີນທີ່ຄິດໄລ່ດ້ວຍເງິນຢວນນັ້ນຫັນມາຄິດໄລ່ດ້ວຍເງິນໂດລາ. ໃນ 2 ປີຜ່ານມາ, ອາເມຣິກາໄດ້ເຂົ້າສູ່ໄລຍະການເພີ່ມອັດຕາດອກເບ້ຍຮອບໃໝ່. ຈາກເດືອນມີນາປີ 2022 ຮອດເດືອນກໍລະກົດປີ 2023, ທະນາຄານກາງອາເມຣິກາ ຫຼື FED ໄດ້ປັບຂຶ້ນອັດຕາດອກເບ້ຍ 11 ເທື່ອຕິດຕໍ່ກັນ, ນັບລວມແລ້ວໄດ້ປັບຂຶ້ນອັດຕາດອກເບ້ຍ 5,25%, ເປັນການປັບຂຶ້ນອັດຕາດອກເບ້ຍຫຼາຍທີ່ສຸດ ແລະ ຮຸນແຮງທີ່ສຸດໃນເກືອບ 20 ປີຜ່ານມາ, ການປັບຂຶ້ນອັດຕາດອກເບ້ຍມັກຈະເຮັດໃຫ້ທຶນສາກົນໄຫຼເຂົ້າອາເມຣິກາ, ຊຸກຍູ້ໃຫ້ອັດຕາແລກປ່ຽນເງິນໂດລາສູງຂຶ້ນ. ໃນເດືອນມີນາປີ 2022, ອັດຕາແລກປ່ຽນເງິນຢວນຈີນແມ່ນ 1 ໂດລາ ຕໍ່ 6,3 ຢວນ, ປັດຈຸບັນແມ່ນ 1 ໂດລາຕໍ່ 7,1 ຢວນ. ອັດຕາແລກປ່ຽນເງິນຕາກໍພາໃຫ້ເກີດມີຄວາມແຕກໂຕນກັນໃນການຄິດໄລ່ຕົວເລກໃນດ້ານພາວະວິໄສ.

 

ສິ່ງເຫຼົ່ານີ້ລ້ວນແຕ່ເປັນປັດໄຈທີ່ຄວນພິຈາລະນາໃນການສົມທຽບຍອດປະລິມານເສດຖະກິດລະຫວ່າງກຸ່ມເສດຖະກິດ.

 

ຫວ່າງກ່ອນນີ້ບໍ່ດົນ, ໜັງສືພິມ The Wall Street Journal ໄດ້ລາຍງານຂ່າວວ່າ, ປີ 2008, ອາເມຣິກາ ແລະ ເຂດໃຊ້ເງິນເອີໂຣມີຂະໜາດເສດຖະກິດເທົ່າທຽມກັນ, ແຕ່ປັດຈຸບັນ, ຍອດປະລິມານເສດຖະກິດຂອງອາເມຣິກາເກືອບເປັນ 2 ເທົ່າຂອງເຂດໃຊ້ເງິນເອີໂຣ, ເຊິ່ງຕົ້ນຕໍແມ່ນຍ້ອນເງິນເອີໂຣອ່ອນຄ່າລົງຕໍ່ເງິນໂດລາ. ປີ 2008, ອັດຕາແລກປ່ຽນລະຫວ່າງເງິນເອີໂຣກັບເງິນໂດລາສູງສຸດແມ່ນ 1 ເອີໂຣຕໍ່ 1,59 ໂດລາ. ປີ 2023, ໄດ້ຫຼຸດລົງເຫຼືອແຕ່ 1 ເອີໂຣຕໍ່ 1,05 ໂດລາ. ດ້ວຍເຫດຜົນດຽວກັນ, ໃນເວລາສົມທຽບ GDP ຂອງຈີນ ແລະ ອາເມຣິກາ, ກໍຄວນພິຈາລະນາປັດໄຈແນວນີ້. ແຕ່ສິ່ງທີ່ໜ້າແປກໃຈຄື, ໃນເວລາເວົ້າເຖິງກຸ່ມເສດຖະກິດອື່ນ, ຈະໄດ້ພິຈາລະນາປັດໄຈອື່ນຢ່າງພາວະວິໄສ, ແຕ່ໃນເວລາເວົ້າເຖິງເສດຖະກິດຈີນ, ພັດຈະປ່າວຂ່າວວ່າ ເສດຖະກິດຈີນຈະລົ້ມລະລາຍ, ຈະເຖິງ “ເສັ້ນເພດານສູງສຸດ”ແລ້ວ.

 

ສະຖາບັນຄົ້ນຄວ້າໂລວີ ອາເມຣິກາທີ່ສະໜັບສະໜູນ “ຖ້ອຍຄວາມທີ່ວ່າເສດຖະກິດຈີນຮອດເສັ້ນເພດານສູງສຸດ” ເຄີຍອອກບົດລາຍງານສະບັບໜຶ່ງ ໂດຍຄາດຄະເນວ່າ, ເມື່ອຮອດປີ 2050, ຈັງຫວະການເຕີບໂຕສະເລ່ຍຕໍ່ປີຂອງ GDP ຕົວຈິງຂອງຈີນຈະຫຼຸດລົງເຫຼືອແຕ່ 2%-3%. ໃນບົດລາຍງານດັ່ງກ່າວມີປະໂຫຍກໜຶ່ງລະບຸວ່າ: ແນ່ນອນແລ້ວ, ກໍບໍ່ປັດປ່າຍຄວາມອາດເປັນໄປໄດ້ທີ່ຈະສູງເຖິງ 5%. ຄັນຊັ້ນ, ເງື່ອນໄຂຂອງ “ຄວາມອາດເປັນໄປໄດ້” ນີ້ແມ່ນຫຍັງ? ເວົ້າໂດຍຫຍໍ້ແລ້ວກໍແມ່ນລະບົບເສດຖະກິດຈີນຈະ “ຫັນເປັນແບບຕາເວັນຕົກ” ຫຼືບໍ່. ບໍ່ຕ້ອງສົງໄສເລີຍວ່າ, ຈຸດປະສົງທີ່ປັ້ນແຕ່ງ “ຖ້ອຍຄວາມທີ່ເສດຖະກິດຈີນຮອດເສັ້ນເພດານສູງສຸດ” ນັ້ນແມ່ນເພື່ອສົມທຽບຈຸດດີຈຸດອ່ອນຂອງລະບົບເສດຖະກິດ, ແລ້ວປ່ຽນແປງລະບົບເສດຖະກິດຂອງຈີນນັ້ນເອງ.

 

ຄວາມໝັ້ນໃຈຂອງພວກເຮົາທີ່ມີ ຕໍ່ເສດຖະກິດຂອງຈີນ, ບໍ່ແມ່ນເກີດມາຈາກການສົມທຽບກັບຜູ້ອື່ນ, ໃນຫຼາຍສິບປີຜ່ານມາ, ພວກເຮົາໄດ້ບັນລຸການພັດທະນາໃນຂະບວນການທີ່ສູ້ຊົນກັບຄວາມຫຍຸ້ງຍາກຕ່າງໆນານາມາໂດຍຕະຫຼອດ. ພົບບັນຫາແລ້ວ ກໍແກ້ໄຂບັນຫາໃຫ້ຕົກ, ນີ້ຄືຄວາມໝັ້ນໃຈຂອງພວກເຮົາທີ່ມີຕໍ່ການພັດທະນາຂອງເສດຖະກິດຈີນ.