ບໍ່ຄວນພາດໂອກາດຂອງຈີນ ທີ່ມີຕໍ່ການພັດທະນາໂລກ

2024-03-06 16:38:57 cri

ໃນກອງປະຊຸມສອງສະພາປີນີ້, ຈີນໄດ້ຕັ້ງເປົ້າໝາຍການເຕີບໂຕດ້ານ GDP ໃຫ້ຢູ່ໃນລະດັບປະມານ 5%. ເມື່ອສັງເກດຈາກທົ່ວໂລກແລ້ວເຫັນວ່າ, ໃນຫຼາຍປີມໍ່ໆມານີ້, ຈັງຫວະການເຕີບໂຕເສດຖະກິດຂອງປະເທດທີ່ພັດທະນາແລ້ວສ່ວນຫຼາຍຢູ່ລະຫວ່າງ 2% ຫາ 3%. ຈີນໄດ້ຕັ້ງເປົ້າໝາຍໃຫ້ຢູ່ໃນລະດັບປະມານ 5%, ໄດ້ເປັນການສົ່ງສັນຍານທີ່ຕັ້ງໜ້າໃຫ້ແກ່ໂລກ ແລະ ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມພະຍາຍາມຂອງຈີນ ເພື່ອຊ່ວຍຊຸກຍູ້ການຟື້ນຕົວຂອງເສດຖະກິດໂລກ.

ເປົ້າໝາຍໄດ້ກຳນົດໄວ້ແລ້ວ, ຈະປະຕິບັດແນວໃດ? ລັດຖະບານຈີນໄດ້ວາງວຽກງານຕົ້ນຕໍ 10 ລາຍການໃນປີນີ້, ລວມທັງສຸມໃສ່ຊຸກຍູ້ການສ້າງລະບົບອຸດສາຫະກຳທັນສະໄໝ, ລົງເລິກຈັດຕັ້ງປະຕິບັດຍຸດທະສາດການສ້າງປະເທດໃຫ້ຈະເລີນຮຸ່ງເຮືອງດ້ວຍວິທະຍາສາດ ແລະ ການສຶກສາ, ສຸມໃສ່ເປີດກວ້າງຄວາມຕ້ອງການຂອງພາຍໃນປະເທດ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງມີລະດັບສູງເປັນຕົ້ນ. ຈາກແຜນປະຕິບັດງານດັ່ງກ່າວ, ຄົນທັງຫຼາຍໄດ້ຮັບຮູ້ເຖິງ “ໂອກາດຂອງຈີນ” ໄດ້ດີກວ່າເກົ່າ.


ບົດລາຍງານວຽກງານລັດຖະບານໄດ້ເນັ້ນໃສ່ການ “ສຸມໃສ່ເປີດກວ້າງຄວາມຕ້ອງການຂອງພາຍໃນປະເທດ”, ບໍ່ວ່າແມ່ນອົບຮົມບົ່ມສ້າງການບໍລິໂພກແບບໃໝ່ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ຫຼືວ່າແມ່ນຮັກສາ ແລະ ເປີດກວ້າງການບໍລິໂພກແບບດັ້ງເດີມ, ຕະຫຼາດຂະໜາດໃຫຍ່ພິເສດທີ່ມີປະຊາກອນ 1,4 ຕື້ຄົນ ເປັນໂອກາດທີ່ຂາດບໍ່ໄດ້ສຳລັບທົ່ວໂລກ.

ການເປີດປະຕູສູ່ພາຍນອກ ແມ່ນຂໍ້ມູນສຳຄັນອີກຢ່າງໜຶ່ງໃນບົດລາຍງານວຽກງານລັດຖະບານຂອງຈີນໃນປີນີ້. ພາຍໃຕ້ສະພາບທີ່ອາເມຣິກາ ແລະ ປະເທດຕາເວັນຕົກຈຳນວນໜຶ່ງເຮັດແບບ “ສຸມກຳລັງສະກັດກັ້ນການພັດທະນາດ້ານວິທະຍາສາດເຕັກໂນໂລຊີຂັ້ນສູງຂອງຈີນ” ແລະ “ຕັດການພົວພັນດ້ານເສດຖະກິດກັບຈີນ”, ຈີນເປີດກວ້າງການເປີດປະຕູສູ່ພາຍນອກຢ່ງມີລະດັບສູງຢ່າງບໍ່ຢຸດຢັ້ງ ໄດ້ເພີ່ມຄວາມແນ່ນອນທີ່ລ້ຳຄ່າໃຫ້ແກ່ໂລກ.