ທ່ານສີຈິ້ນຜິງເນັ້ນໜັກການພັດທະນາກຳລັງການຜະລິດຮູບແບບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນ

2024-03-06 10:50:31 CRI

ຕອນບ່າຍວັນທີ 5 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດສະໄໝທີ 14 ຈາກແຂວງຈ່ຽງຊູ່ ໂດຍໄດ້ເນັ້ນໜັກວ່າ: ຕ້ອງກຳແໜ້ນໜ້າທີ່ສຳຄັນອັນດັບໜຶ່ງຂອງການພັດທະນາດ້ວຍຄຸນນະພາບສູງ, ພັດທະນາກຳລັງການຜະລິດຮູບແບບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນ. ໂດຍປະເຊີນໜ້າກັບການປະຕິຮູບເຕັກນິກວິທະຍາສາດ ແລະ ການປ່ຽນແປງໃໝ່ຂອງອຸດສາຫະກຳຮອບໃໝ່, ພວກເຮົາຈະຕ້ອງເລັ່ງກຳເອົາໂອກາດ, ເພີ່ມທະວີການປະດິດສ້າງໃໝ່, ສ້າງແລະພັດທະນາອຸດສາຫະກຳທີ່ພັດທະນາໃໝ່ໃຫ້ເຂັ້ມແຂງຂຶ້ນ, ວາງແຜນສ້າງແລະພັດທະນາອຸດສາຫະກຳລ້ຳຍຸກ, ສ້າງລະບົບອຸດສາຫະກຳທັນສະໄໝໃຫ້ສົມບູນຂຶ້ນ. ການພັດທະນາກຳລັງການຜະລິດຮູບແບບໃໝ່ບໍ່ແມ່ນເບິ່ງຂ້າມ ແລະ ປະລະກຳລັງການຜະລິດດັ້ງເດີມ. ຕ້ອງຫ້າມການປຸ້ມລຸມເຮັດແລ້ວເຮັດໃຫ້ເກີດຟອງສະບູຂອງຂະແໜງການ, ບໍ່ຄວນເຮັດດ້ວຍຮູບແບບດຽວ. ແຫ່ງຕ່າງໆຕ້ອງຍຶດໝັ້ນຖືສະພາບຕົວຈິງເປັນສຳຄັນ, ສ້າງຮູບແບບໃໝ່ຂຶ້ນແລ້ວທຳລາຍຮູບແບບເກົ່າ, ດຳເນີນຕາມສະພາບຕົວຈິງຂອງທ້ອງຖິ່ນ, ໃຫ້ຄຳຊີ້ນຳໂດຍແບ່ງປະເພດ, ອີງຕາມສະພາບຊັບພະຍາກອນ, ພື້ນຖານອຸດສາຫະກຳ, ເງື່ອນໄຂດ້ານການຄົ້ນຄວ້າວິທະຍາສາດ ແລະອື່ນໆຂອງທ້ອງຖິ່ນຕົນ ແລ້ວຊຸກຍູ້ການພັດທະນາອຸດສາຫະກຳໃໝ່, ຮູບແບບໃໝ່ ແລະ ພະລັງຂັບເຄື່ອນໃໝ່ຢ່າງມີການຄັດເລືອກ, ນຳໃຊ້ເຕັກນິກໃໝ່ໃນການປັບປຸງ-ຍົກລະດັບອຸດສາຫະກຳດັ້ງເດີມ, ຕັ້ງໜ້າຊຸກຍູ້ອຸດສາຫະກຳເຕັກນິກຂັ້ນສູງ ແລະ ໃຫ້ຫັນເປັນອັດສະລິຍະ ແລະ ສີຂຽວ.