ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

2024-03-06 15:33:07 cri


ທາງລົດໄຟນິງໂປ່-ໂຈ່ວຊ່ານ ແມ່ນທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ລະຫວ່າງນະຄອນນີງໂປ່ກັບນະຄອນໂຈ່ວຊ່ານຢູ່ໃນແຂວງເຈີ້ຈ່ຽງຈີນ ທັງເປັນຊ່ອງທາງຂົນສົ່ງຫຼັກທີ່ເປັນທາງລົດໄຟຂ້າມທະເລທີ່ນຳໄຊ້ໄດ້ທັງທາງຫຼວງ ແລະ ທາງລົດໄຟສາຍທຳອິດຂອງແຂວງເຈີ້ຈ່ຽງ.


ທາງລົດໄຟນິງໂປ່-ໂຈ່ວຊ່ານ ຍາວປະມານ 77 ກິໂລແມັດ, ໄດ້ຮັບຄວາມສົນໃຈຈາກທຸກຝ່າຍນັບຕັ້ງແຕ່ເລີ່ມກໍ່ສ້າງໃນວັນທີ 2 ພະຈິກປີ 2022 ເປັນຕົ້ນມາ, ເນື່ອງຈາກວ່າ: ຫຼັງຈາກສ້າງສຳເລັດແລ້ວ ມັນຈະປ່ຽນແປງປະຫວັດສາດທີ່ນະຄອນໂຈ່ວຊ່ານບໍ່ມີທາງລົດໄຟ ທັງຕື່ມເຕັມໃນຫຼາຍດ້ານ ເຊັ່ນ: ປັບປຸງໂຄງປະກອບຕາຂ່າຍທາງລົດໄຟໃຫ້ດີຂຶ້ນ, ຊຸກຍູ້ການພັດທະນາການທ່ອງທ່ຽວລຽບຕາມທາງລົດໄຟສາຍນີ້, ບັນລຸການພັດທະນານະຄອນນິງໂປ່ ແລະ ໂຈ່ວຊ່ານໃຫ້ເປັນເອກະພາບກັນ, ເລັ່ງລັດໃຫ້ສອງເມືອງດັ່ງກ່າວເຊື່ອມໂຍງເຂົ້າໃນ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ແລວເສດຖະກິດແມ່ນ້ຳຢັງຊີກຽງ. ທາງລົດໄຟນີ້ມີທັງຂົວ ແລະ ອຸມົງປະສົມກັນ, ມັນຖືກຂະໜານນາມວ່າ “ຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວໃນແບບທາງລົດໄຟ”.


ສອງຂໍ້ມູນໄດ້ສະແດງໃຫ້ເຫັນຄວາມຫຍຸ້ງຍາກຂອງການສ້າງອຸມົງດັ່ງກ່າວ: ໜຶ່ງແມ່ນລະດັບຄວາມຜິດໂຕນກັນໃນການເຊື່ອມຕໍ່ຈັກຂຸດເຈາະຢູ່ພຶ້ນທະເລ ແມ່ນນ້ອຍກວ່າ 20 ມິລິແມັດ; ອີກອັນໜຶ່ງຄື ເສັ້ນຜ່າສູນກາງຂອງການຂຸດເຈາະກວ້າງເຖິງ 14,57 ແມັດ ເຊິ່ງສູງກວ່າຕຶກອາຄານທຳມະດາເຖິງ 4 ຊັ້ນ.