ຮັບຮູ້ສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ແລະຫ່ວງໃຍຈາກກອງປະຊຸມສອງສະພາພາກທີ1: ສິ່ງແວດລ້ອມໄທ້ຫູດີຂຶ້ນໜ້ອຍໜຶ່ງແລ້ວບໍ່?

2024-03-06 21:56:31 CRI



ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ເຊິ່ງປະຊາຊົນຈີນມັກເອີ້ນຫຍໍ້ວ່າ ກອງປະຊຸມສອງສະພາ ເປັນເຫດການສຳຄັນຍິ່ງໃນຊີວິດການເມືອງຂອງຈີນ. ໃນຖານະເປັນສອງກອງປະຊຸມການເມືອງສຳຄັນຂອງຈີນ, ກອງປະຊຸມສອງສະພາແມ່ນມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດແລະການກຳນົດນະ ໂຍບາຍຢ່າງມີປະຊາທິປະໄຕຂອງຈີນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ໃນໄລຍະກອງປະຊຸມສອງສະພາແຕ່ລະປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນລ້ວນແຕ່ໄດ້ດຳເນີນການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາກັບບັນດາສະມາຊິກສະພາເພື່ອຮ່ວມກັນເປິກສາຫາລືວຽກງານສຳຄັນຂອງຊາດ.

 

   ໃນໄລຍະກອງປະຊຸມສອງສະພາປະຈຳປີ2023ຜ່ານມາ, ໃນໂອກາດຄົ້ນຄວ້າພິຈາລະນານຳຄະນະຜູ້ແທນແຂວງຈ່ຽງຊູທີ່ເຂົ້າຮ່ວມກອງປະຊຸມ, ທ່ານສີຈິ້ນຜິງໄດ້ສອບຖາມສະພາບການປັບປຸງສິ່ງແວດລ້ອມຢູ່ທະເລສາບໄທ້ຫູວ່າ: “ສິ່ງແວດລ້ອມໄທ້ຫູດີຂຶ້ນໜ້ອຍໜຶ່ງແລ້ວບໍ່?” “ບໍ່ມີສະຫຼ່າຍສີຂຽວຟ້າແລ້ວຕິ້?”

 

ຄຳວ່າ ສະຫຼ່າຍສີຂຽວຟ້າ ທີ່ທ່ານສີຈິ້ນຜິງໄດ້ເວົ້າເຖິງນັ້ນ ແມ່ນມີສາຍພົວພັນຢ່າງສະໜິດແໜ້ນກັບຄຸນນະພາບນ້ຳຄື: ຄຸນນະພາບນ້ຳຍິ່ງຊຸດໂຊມລົງ, ສະຫຼ່າຍສີຂຽວຟ້າຍິ່ງຂະຫຍາຍໄວຫຼາຍ. ສະຫຼ່າຍສີຂຽວຟ້າຍິ່ງແຜ່ຫຼາຍ, ຄຸນນະພາບນ້ຳຍິ່ງຊຸດໂຊມລົງ. ໃນເມື່ອກ່ອນ, ຢູ່ຕາມແຄມຝັ່ງທະເລສາບໄທ້ຫູມີຮ້ານອາຫານເຮືອແພນ້ອຍໃຫຍ່ແຈກຢາຍຢູ່ໄປທົ່ວ, ຂະນະທີ່ໂຮງງານອຸດສາຫະກຳເຄມີຂະໜາດນ້ອຍ ແລະໂຮງງານຍ້ອມຜ້າກໍໄດ້ລະບາຍນ້ຳເປື້ອນລົງສູ່ທະເລສາບໂດຍກົງ ເຊິ່ງເຮັດໃຫ້ນ້ຳໃນທະເລສາບຖືກມົນລະພິດຢ່າງໜັກໜ່ວງຈົນເກີດມີສະຫຼ່າຍສີຂຽວຟ້າຢ່າງຫຼວງຫຼາຍ, ບາງບ່ອນທີ່ມີສະຫຼ່າຍສີຂຽວຟ້າໜາແໜ້ນນັ້ນຈົນເຖິງຂັ້ນວ່າວາງດິນຈີ່ກ້ອນໜຶ່ງໃສ່ກໍບໍ່ຈົມລົງນ້ຳໄດ້. ຜ່ານຈາກການປັບປຸງຢ່າງບໍ່ລົດລະມາເປັນເວລາ10ກວ່າປີ, ທະເລສາບໄທ້ຫູໃນທຸກມື້ນີ້ມີນ້ຳໃສອັນກວ້າງໃຫຍ່ໄພສານ, ຄຸນນະພາບນ້ຳແລະສະພາບສະຫຼ່າຍບັນລຸເຖິງລະດັບດີທີ່ສຸດນັບຕັ້ງແຕ່ປີ2007ເປັນຕົ້ນມາ, ຂະນະທີ່ຄຸນນະພາບນ້ຳຢູ່ເຂດໃຈກາງທະເລສາບແມ່ນໄດ້ບັນລຸລະດັບມາດຕະຖານປະເພດⅢຄືລະດັບດີປານກາງ.

 

ໃນກອງປະຊຸມຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມສຳຄັນວ່າ: “ຂ້າພະ ເຈົ້າເວລາໃດກໍຮຽກຮ້ອງໃຫ້ຕ້ອງກຳແໜ້ນວຽກງານສິ່ງແວດລ້ອມນິເວດໃຫ້ດີ, ມີເນື້ອເພງໄດ້ຮ້ອງວ່າ ‘ໄທ້ຫູງາມເດ້’, ຈັ່ງແມ່ນງາມຫຼາຍ! ແຕ່ພໍຄິດພໍ້ສະຫຼ່າຍສີຂຽວຟ້າແລ້ວກໍຮູ້ສຶກເບື່ອໜ່າຍທັນທີ. ແຕ່ກ່ອນ, ສິ່ງເສດເຫຼືອຈາກການຜະລິດອຸດສາຫະກຳແລະການດຳລົງຊີວິດເຄີຍສ້າງມົນລະພິດໃຫ້ທະເລສາບໄທ້ຫູຢ່າງໜັກໜ່ວງ,ການແກ້ໄຂມົນລະພິດໄດ້ທຸ້ມເທເຫື່ອແຮງຢ່າງຫຼວງຫຼາຍທີ່ສຸດ. ພວກເຮົາເວົ້າວ່າ ‘ພູຂຽນນ້ຳໃສກໍແມ່ນພູເງິນພູຄຳ’, ຖ້າຫາກການປົກປັກຮັກສາສິ່ງແວດລ້ອມນິເວດບໍ່ໄດ້ຮັບຜົນ,ມັນກໍບໍ່ແມ່ນ ‘ພູເງິນພູຄຳ’ ແລ້ວ, ກົງກັນຂ້າມຍັງເປັນການຊື້ຂາຍແບບຂາດທຶນຕື່ມອີກ.”

 



ວັນທີ 5 ມີນາ2023, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູທີ່ທ່ານສັງກັດຢູ່ນັ້ນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14

 

ບໍ່ສະເພາະແຕ່ແຂວງຈ່ຽງຊູເທົ່ານັ້ນ, ໃນເວລາທີ່ເຂົ້າຮ່ວມການຄົ້ນຄວ້າພິຈາລະນານຳຄະນະຜູ້ແທນຕ່າງໆທີ່ເຂົ້າຮ່ວມກອງປະຊຸມສອງສະພາໃນຫຼາຍປີຜ່ານມາ, ທ່ານສີຈິ້ນຜິງແມ່ນໄດ້ຫ່ວງໃຍເຖິງສະພາບການອະນຸລັກສິ່ງແວດລ້ອມນິເວດຂອງທ້ອງຖິ່ນຕ່າງໆ. ໃນເວລາໂອ້ລົມກັບຄະນະຜູ້ແທນແຂວງກຸ້ຍໂຈ່ວ, ເພິ່ນໄດ້ສອບຖາມວ່າ “ການແກ້ໄຂບັນຫາດິນຫັນເປັນທະເລຫີນໄດ້ດຳເນີນໄປຄືແນວໃດແລ້ວ”, “ຂະແໜງການທ່ອງທ່ຽວໄດ້ພັດທະນາເປັນແນວໃດແລ້ວ.” ໃນໂອກາດຄົ້ນຄວ້າພິຈາລະນານຳຄະນະຜູ້ແທນແຂວງກວາງຕຸ້ງ, ເພິ່ນໄດ້ເອົາໃຈໃສ່ວ່າ “ຄວັນພິດ PM2,5 ຢູ່ເຂດສາມລ່ຽມປາກແມ່ນ້ຳຈູ່ຈ່ຽງມີຄ່າເທົ່າໃດ?” “ຄຸນນະພາບນ້ຳຂອງແມ່ນ້ຳຕົ່ງຈ່ຽງເປັນແນວໃດ?” ໃນເວລາຄົ້ນຄວ້າພິຈາລະນານຳຄະນະຜູ້ແທນແຂວງຊິງໄຫ, ເພິ່ນໄດ້ສອບຖາມສະພາບກ່ຽວກັບການຊຸກຍູ້ວຽກງານທົດລອງປະຕິບັດລະບຽບການສວນອຸທິຍານແຫ່ງຊາດຈີນຊ່ານຈ່ຽງຢວນ… ການຖາມຕອບກັນລະຫວ່າງທ່ານສີຈິ້ນຜິງກັບບັນດາສະມາຊິກສະພາແບບນີ້ ບໍ່ພຽງແຕ່ເປັນການຊີ້ທິດເຍືອງທາງອັນຈະແຈ້ງໃຫ້ແກ່ການສ້າງຄວາມສີວິໄລດ້ານນິເວດຂອງທ້ອງຖິ່ນເທົ່ານັ້ນ, ຍັງເປັນການລົງເລິກບັນຍາຍການພົວພັນລະຫວ່າງພູຂຽວນ້ຳໃສກັບພູເງິນພູຄຳອີກດ້ວຍ.

 

 ຄວນເບິ່ງການພົວພັນລະຫວ່າງການພັດທະນາເສດຖະກິດກັບການອະນຸລັກສິ່ງແວດລ້ອມນິເວດຄືແນວໃດ? ວັນທີ5ມີນາ2019, ໃນໄລຍະກອງປະຊຸມສອງສະພາ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນານຳຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມ, ເພິ່ນໄດ້ໃຫ້ຄຳຕອບດ້ວຍວິທີສັດຈະວິພາກຕາມຫຼັກວິທະຍາສາດວ່າ: “ເມື່ອເບິ່ງໃນດ້ານນອກແລ້ວ, ການອະນຸລັກສິ່ງແວດລ້ອມນິເວດກັບການພັດທະນາເສດຖະກິດແມ່ນມີຄວາມຂັດແຍ້ງກັນໃນລະດັບໃດໜຶ່ງ, ແຕ່ຖ້າເວົ້າໃນດ້ານພື້ນຖານແລ້ວ, ສອງສິ່ງນີ້ແມ່ນເປັນເອກະພາບກັນແບບກາຍອິນຊີແລະສາມາດເພີ່ມແຮງຊຸກຍູ້ ແລະ ຕໍ່ເຕີມເສີມສ້າງໃຫ້ແກ່ກັນ ແລະກັນ”. “ບໍ່ຄວນເຮັດແບບພໍພົບພໍ້ຄວາມຫຍຸ້ງຍາກໜ້ອຍດຽວໃນການພັດທະນາເສດຖະກິດ ກໍເລີ່ມມີແນວຄິດຢາກດຳເນີນໂຄງການຂະໜາດໃຫຍ່, ສະຫຼະສິ່ງແວດລ້ອມ ເພື່ອແລກເອົາການເຕີບໂຕດ້ານເສດຖະກິດ ຈົນກະທັ້ງຊອກຫາທຸກວິທີທາງເພື່ອລ່ວງລ້ຳເສັ້ນຕ້ອງຫ້າມດ້ານການອະນຸລັກສິ່ງແວດລ້ອມນິເວດ.”

 

   ພູຂຽວນ້ຳໃສແລະພູເງິນພູຄຳບໍ່ໄດ້ເປັນປໍລະປັກກັນ, ຂໍກຸນແຈສຳຄັນແມ່ນຢູ່ນຳຄົນ, ຢູ່ນຳແນວຄິດ. ຈາກ “ການເອົາພູຂຽວນ້ຳໃສແລກເອົາພູເງິນພູຄຳ” ຈົນຮອດ “ບໍ່ພຽງແຕ່ເອົາພູເງິນພູຄຳເທົ່ານັ້ນ ແຕ່ຍັງຕ້ອງຮັກສາພູຂຽວນ້ຳໃສນຳອີກ” ຕະຫຼອດຮອດ “ພູຂຽວນ້ຳໃສສາມາດນຳມາເຊິ່ງພູເງິນພູຄຳຢ່າງບໍ່ຂາດສາຍ, ພູຂຽວນ້ຳໃສກໍແມ່ນພູເງິນພູຄຳນັ້ນເອງ.” ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ ສາມໄລຍະດັ່ງກ່າວນີ້ເປັນຂະບວນການຫັນປ່ຽນຮູບແບບການເຕີບໂຕດ້ານເສດຖະກິດ, ເປັນຂະບວນການທີ່ທັດສະນະການພັດທະ ນາມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ທັງເປັນຂະບວນການທີ່ການພົວພັນລະຫວ່າງຄົນກັບທຳມະຊາດໄດ້ປັບປຸງຢ່າງບໍ່ຢຸດຢັ້ງແລະຂະຫຍາຍຕົວໄປສູ່ຄວາມກົມກຽວ.

 



  ພາບລະດູໃບໄມ້ຫຼົ່ນຂອງປ່າໄມ້ສາຍພູຕ້າຊິ່ງອ່ານຫິ້ງເຂດປົກຄອງຕົນເອງມົງໂກໃນ

 

   ໃນຊີວິດຕົວຈິງແລ້ວ, ເລື່ອງລາວກ່ຽວກັບພູຂຽວນ້ຳໃສນຳມາເຊິ່ງພູເງິນພູຄຳແມ່ນມີຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະກອງປະຊຸມສອງສະພາປີ2021, ຢູ່ກອງປະຊຸມຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນ,ມີຜູ້ແທນສະພາປະຊາຊົນແຫ່ງຊາດຜູ້ໜຶ່ງ ເຊິ່ງເປັນກຳມະກອນປ່າໄມ້ທີ່ເຮັດວຽກຢູ່ສາຍພູຕ້າຊິ່ງອ່ານຫຼິ້ງມາເປັນເວລາຫຼາຍສິບປີ ໄດ້ເລົ່າປະສົບ ການຂອງຕົນຈາກການຕັດໄມ້ຮອດການອະນຸລັກປ່າໄມ້. ລາວບອກທ່ານສີຈິ້ນຜິງໃຫ້ຮູ້ວ່າ: “ມີ  ກວາງຊີເບຣີ ແລະໝີໄດ້ປາກົດຕົວຢູ່ນິຄົມປ່າໄມ້ແລະສະຖານີອະນຸລັກປ່າຢູ່ເລື້ອຍໆ. ຕາມການຄິດໄລ່ແລ້ວ, ປີ2018 ຍອດມູນຄ່າທີ່ໄດ້ມາຈາກຜົນປະໂຫຍດຂອງລະບົບນິເວດປ່າໄມ້ແລະດິນບໍລິເວນນ້ຳຂອງທ້ອງຖິ່ນພວກເຮົາແມ່ນບັນລຸ615ຕື້ 974ລ້ານຢວນ, ເປັນຫຼັກຖານອັນຊັດເຈນຂອງ ‘ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ’”

 

   ເມື່ອມະນຸດບໍ່ເຮັດໃຫ້ພູຂຽວຜິດຫວັງ, ພູຂຽວຈະບໍ່ເຮັດໃຫ້ມະນຸດຜິດຫວັງແນ່ນອນ. ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ຍອດມູນຄ່ານິເວດທີ່ສະຫາຍເວົ້າມານັ້ນກໍແມ່ນນິຍາມ GDPສີຂຽວ, ສະແດງໃຫ້ເຫັນວ່າ ສິ່ງແວດລ້ອມນິເວດກໍແມ່ນມູນຄ່ານັ້ນເອງ. ໃນນີ້ບໍ່ພຽງແຕ່ມີມູນຄ່າຂອງປ່າໄມ້ເທົ່ານັ້ນ, ຍັງມີປະສິດທິຜົນດ້ານປອດສີຂຽວ, ຍັງສາມາດພາໃຫ້ມີການທ່ອງທ່ຽວ, ເສດຖະກິດປ່າໄມ້ແລະອື່ນໆຕື່ມອີກ. ຄວາມຈິງແລ້ວ ‘ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ’ ແມ່ນມີມູນຄ່າເພີ່ມ. ”