ຈີນທາບທາມຄວາມເຫັນ ແລະ ຂໍ້ສະເໜີຂອງຝ່າຍຕ່າງໆໃນການຮ່າງບົດລາຍງານວຽກງານລັດຖະບານ

2024-03-06 10:49:27 CRI


ວັນທີ 5 ມີນານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານຫວງໂຊວຫົງ ຜູ້ຮັບຜິດຊອບໜ່ວຍງານຮ່າງ “ບົດລາຍງານວຽກງານລັດຖະບານ” ທັງເປັນຫົວໜ້າຫ້ອງການຄົ້ນຄວ້າຄະນະລັດຖະບານຈີນໄດ້ບັນລະຍາຍ“ບົດລາຍງານວຽກງານລັດຖະບານ”, ພ້ອມທັງຕອບຄຳຖາມນັກຂ່າວ.

 

ໃນກອງປະຊຸມ, ທ່ານຫວງໂຊວຫົງກ່າວວ່າ, ໃນຂະບວນການຮ່າງບົດລາຍງານວຽກງານລັດຖະບານ, ໜ່ວຍງານຂອງຕົນໄດ້ຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຈາກເຂດແຄວ້ນຕ່າງໆ, ພາກສ່ວນຕ່າງໆ ແລະ ວົງການຕ່າງໆໃນສັງຄົມ. ນັບມາຮອດວັນທີ 4 ມີນານີ້, ໄດ້ຮັບຂໍ້ສະເໜີຈາກຜູ້ໃຊ້ອິນເຕີເນັດຫຼາຍກວ່າ 1 ລ້ານ 6 ແສນຂໍ້, ເພີ່ມຂຶ້ນ 82% ເມື່ອທຽບໃສ່ປີ 2023.

 

    ທ່ານຫວງໂຊວຫົງກ່າວຕື່ມວ່າ: ໃນການທ້ອນໂຮມຄວາມຄິດເຫັນ, ຍັງໄດ້ຮັບຂໍ້ສະເໜີຈາກຜູ້ໃຊ້ອິນເຕີເນັດຢູ່ 40 ກວ່າປະເທດ, ເຊິ່ງສະແດງໃຫ້ເຫັນວ່າ, ຢູ່ໃນສາກົນແມ່ນມີຄົນນັບມື້ນັບຫຼາຍຂຶ້ນໄດ້ເອົາໃຈໃສ່ປະເທດຈີນ, ເບິ່ງໃນແງ່ມູມທີ່ດີຕໍ່ກັບຈີນ, ຍິນດີຮ່ວມມືກັບຈີນ ແລະ ກ້າວເດີນຮ່ວມກັບປະຊາຊົນຈີນ.