ເຮືອຟີລິບປິນໄດ້ລ່ວງເຂົ້າຫາດຕື້ນເຢິນອ້າຍຂອງຈີນຢ່າງຜິດກົດໝາຍ

2024-03-06 10:39:19 cri

ວັນທີ 5 ມີນານີ້, ສະຖານທູດຈີນປະຈຳຟີລິບປິນໄດ້ສະແດງຄວາມຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມ ຕໍ່ກະຊວງການຕ່າງປະເທດຟີລິບປິນ ກໍລະນີທີ່ເຮືອຟີລິບປິນໄດ້ບ່ວງເຂົ້າຫາດຕື້ນເຢິນອ້າຍຂອງຈີນຢ່າງຜິດກົດໝາຍ.


ເຈົ້າໜ້າທີ່ສະຖານທູດຈີນປະຈຳຟີລິບປິນກ່າວວ່າ, ເຮືອທີ່ກ່ຽວຂ້ອງຂອງຟີລິບປິນໄດ້ບຸກເຂົ້າຫາດຕື້ນເຢິນອ້າຍຂອງຈີນຢ່າງບັງອາດ ແລະ ເຈດຕະນາຂົນສົ່ງວັດສະດຸກໍ່ສ້າງຕ່າງໆ ເຊິ່ງລວມທັງອຸປະກອນກໍ່ສ້າງ ເຂົ້າໄປໃຫ້ເຮືອຮົບຟີລິບປິນທີ່ຕັ້ງໃຈຄ້າງຢູ່ຫາດຕື້ນເຢິນອ້າຍ ໂດຍບໍ່ໄດ້ຮັບອະນຸຍາກຈາກລັດຖະບານຈີນ ເຊິ່ງໄດ້ລ່ວງລ້ຳອະທິປະໄຕເໜືອດິນແດນ ແລະ ສິດຜົນປະໂຫຍດທາງທະເລຂອງຈີນຢ່າງໜັກໜ່ວງ. ຈີນໄດ້ທວງໃຫ້ຟີລິບປິນຍຸດຕິການລ່ວງລ້ຳອະທິປະໄຕຂອງຈີນ, ຍຸດຕິການທ້າທາຍເກາະຜິດຢູ່ເທິງທະເລ, ຢ່າເຮັດການກະທຳໃດໆ ທີ່ອາດຈະເຮັດໃຫ້ສະຖານະການເທິງທະເລສັບສົນຂຶ້ນຕື່ມອີກ.