ກຳລັງການຜະລິດຮູບແບບໃໝ່ທີ່ທ່ານສີຈິ້ນຜິງເວົ້າເຖິງນັ້ນແມ່ນຫຍັງແທ້?

2024-03-06 15:12:57 cri

ວັນທີ 5 ມີນານີ້, ໃນໂອກາດເຂົ້າຮ່ວມການຄົ້ນຄວ້າພິຈາລະນານຳຄະນະຜູ້ແທນແຂວງຈ່ຽງຊູທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເນັ້ນໜັກວ່າ: ຄວນພັດທະນາກຳລັງການຜະລິດຮູບແບບໃໝ່ໂດຍແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ.

    “ກຳລັງການຜະລິດຮູບແບບໃໝ່” ແມ່ນຫຍັງ? ຖ້າແປຕາມໂຕແລ້ວ, ກໍຄືກຳລັງການຜະລິດແບບໃໝ່ທີ່ຕ່າງກັນກັບກຳລັງການຜະລິດແບບເກົ່າ. ເລີ່ມແຕ່ຈີນໄດ້ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ, ການພັດທະນາຂອງເສດຖະກິດຈີນໄດ້ຜ່ານໄລຍະໜຶ່ງທີ່ເຕີບໂຕຢ່າງວ່ອງໄວ, ແຕ່ຄຽງຄູ່ກັບເສດຖະກິດຈີນໄດ້ກ້າວເຂົ້າສູ່ໄລຍະພັດທະນາທີ່ມີຄຸນນະພາບສູງແລ້ວ, ຮູບແບບເກົ່າທີ່ຊຸກຍູ້ໃຫ້ເສດຖະກິດເຕີບໂຕດ້ວຍວິທີການໃຊ້ຊັບພະຍາກອນຫຼາຍນັ້ນແມ່ນເປັນໄປບໍ່ໄດ້ອີກແລ້ວ.

ສະນັ້ນ, ກຳລັງການຜະລິດຮູບແບບໃໝ່ທີ່ທ່ານສີຈິ້ນຜິງ ເວົ້າເຖິງນັ້ນ, ແມ່ນກຳລັງການຜະລິດທີ່ຖືເອົາການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກເປັນຫຼັກ, ແມ່ນກຳລັງການຜະລິດທີ່ຫຼຸດພົ້ນຈາກວິທີການເຕີບໂຕແບບເກົ່າ, ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການດ້ານການພັດທະນາທີ່ມີຄຸນນະພາບສູງ, ແມ່ນກຳລັງການຜະລິດທີ່ມີລັກສະນະເຊື່ອມໂຍງເຂົ້າກັນ, ແລະ ມີລັກສະນະສາມາດສະແດງໃຫ້ເຫັນເຖິງເນື້ອໃນໃໝ່ໃນຍຸກດີຈີຕອນ.

ໃນຊຸມປີຜ່ານມານີ້, ຄຽງຄູ່ກັບເຕັກນິກໃໝ່ຕ່າງໆເຊັ່ນ: ອິນເຕີເນັດ, ບລອກເຊນ ຫຼື Blockchain, ຖານຂໍ້ມູນໃຫຍ່, ຄລາວຄອມພິວຕິງ ແລະ ເຕັກນິກອື່ນໆປາກົດຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ພາໃຫ້ກຳເນີດຮູບແບບອຸດສາຫະກຳໃໝ່, ສິ່ງໃໝ່ໆ ແລະ ຮູບແບບທຸລະກິດໃໝ່ງວດໜຶ່ງ, ໄດ້ປະກອບສ່ວນເຂົ້າໃນການເຮັດໃຫ້ກຸ່ມຄົນທີ່ເຮັດວຽກມີຄວາມໝັ້ນທ່ຽງ, ຍົກສູງຄຸນນະພາບຊີວິດ ແລະ ປ່ຽນແປງຮູບແບບການຜະລິດ, ໂດຍສະເພາະໄດ້ເສີມຂະຫຍາຍບົດບາດທີ່ບໍ່ສາມາດທົດແທນໄດ້ໃນດ້ານການຊຸກຍູ້ເສດຖະກິດສັງຄົມໃຫ້ພັດທະນາໄປຢ່າງມີຄຸນນະພາບສູງ.

ການສະເໜີຄຳທີ່ວ່າ: “ກຳລັງການຜະລິດຮູບແບບໃໝ່”, ໄດ້ຊີ້ທິດເຍືອງທາງອັນຈະແຈ້ງຕື່ມອີກໃຫ້ແກ່ການຊຸກຍູ້ອຸດສາຫະກຳປະດິດສ້າງໃໝ່ດ້ວຍການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ແລະ ສ້າງທ່າແຮງດ້ານການແຂ່ງຂັນດ້ວຍການຍົກລະດັບຂອງອຸດສາຫະກຳ, ຈະເພີ່ມກຳລັງການແຂ່ງຂັນໃໝ່ຫຼາຍກວ່າເກົ່າ ແລະ ແຮງຂັບເຄື່ອນອັນຍາວນານໃຫ້ແກ່ການພັດທະນາເສດຖະກິດຢ່າງມີຄຸນນະພາບສູງຂອງຈີນ.