ການຕ່າງປະເທດຂອງຈີນສະໜອງແຜນການຂອງຈີນ ແລະ ປະກອບສ່ວນໃຫ້ກັບໂລກ

2024-03-07 11:10:10 CRI


ຕອນເຊົ້າວັນທີ 7 ມີນານີ້, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວຈີນ ແລະ ຕ່າງປະເທດກ່ຽວກັບ “ນະໂຍບາຍການຕ່າງປະເທດ ແລະ ສາຍພົວພັນກັບຕ່າງປະເທດຂອງຈີນ”.

 

ທ່ານຫວາງຢີ້ກ່າວວ່າ, ປີ 2023 ຜ່ານມາແມ່ນປີບຸກເບີກສຳລັບວຽກງານການຕ່າງປະເທດຂອງຈີນ, ຍິ່ງເປັນປີທີ່ມີຜົນງານຢ່າງອຸດົມສົມບູນ, ພາຍໃຕ້ການນຳພາອັນເຂັ້ມແຂງຂອງສູນກາງພັກຄອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳນັ້ນ, ການຕ່າງປະເທດຂອງຈີນໄດ້ລົງເລິກຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ໃຊ້ການເຄື່ອນໄຫວຂອງຈີນເພື່ອສົ່ງເສີມຄວາມສາມັກຄີ ແລະ ການຮ່ວມມືໃນສາກົນ, ສະໜອງແຜນການຂອງຈີນເພື່ອແກ້ໄຂວິກິດການ ແລະ ສິ່ງທ້າທາຍຊະນິດຕ່າງໆ, ຈີນໄດ້ປະກອບສ່ວນ ເຂົ້າໃນການຊຸກຍູ້ພາລະກິດສັນຕິພາບ ແລະ ການພັດທະນາຂອງໂລກ, ໄດ້ສະແດງໃຫ້ເຫັນເຖິງລະດັບໃໝ່ຂອງທິດສະດີ ແລະ ພຶດຕິກຳດ້ານການຕ່າງປະເທດຂອງຈີນ.

 

ທ່ານຫວາງຢີ້ກ່າວຕື່ມວ່າ, ປັດຈຸບັນນີ້, ສະພາບການຂອງໂລກພວມເກີດ ການປ່ຽນແປງຢ່າງເລິກເຊິ່ງ, ສັງຄົມມະນຸດປະສົບກັບສິ່ງທ້າທາຍຫຼາຍຢ່າງ, ເມື່ອປະເຊີນກັບສະພາບແວດລ້ອມສາກົນທີ່ມີຄວາມປັ່ນປ່ວນສະຫຼັບສັບຊ້ອນ, ຈີນຈະເປັນກຳລັງແຫ່ງສັນຕິພາບ, ກຳລັງແຫ່ງຄວາມໝັ້ນຄົງ ແລະ ກຳລັງແຫ່ງຄວາມກ້າວໜ້າຢ່າງເດັດດ່ຽວ.