ທ່ານສີຈິ້ນຜິງ: ຫາກບໍ່ມີເຄື່ອງເຈາະຫົວເພັດ ຢ່າເຮັດວຽກເຄື່ອງເຄືອບ

2024-03-07 11:59:23 cri



ໃນເວລາທີ່ຊາວໂລກພາກັນກັງວົນນຳເລື່ອງທີ່ປັນຍາປະດິດຫຼືAIອາດຈະເຂົ້າມາແທນທີ່ທັກສະຄວາມສາມາດຂອງຄົນນັບມື້ຫຼາຍຂຶ້ນນັ້ນ, ການເປິກສາຫາລືກ່ຽວກັບ “ນາຍຊ່າງ” ຄັ້ງໜຶ່ງໄດ້ດຳເນີນຂຶ້ນລະຫວ່າງຜູ້ນຳສູດສຸດຂອງຈີນກັບບັນດາຜູ້ແທນສະພາປະຊາຊົນແຫ່ງຊາດຈີນ.

ວັນທີ5ມີນານີ້, ໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງຈ່ຽງຊູທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ2ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14ຢູ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວວ່າ: “ມີແຕ່ເຈັ້ຍແຕ້ມແບບທີ່ດີຍັງບໍ່ພຽງພໍເທື່ອ, ໃນທີ່ສຸດກໍຕ້ອງມອບໃຫ້ຊ່າງຈອດເປັນຜູ້ເຮັດຕົວຈິງ, ‘ຖ້າຫາກບໍ່ມີເຄື່ອງເຈາະຫົວເພັດ ຢ່າເຮັດວຽກເຄື່ອງເຄືອບ’”.

ຢູ່ໃນກອງປະຊຸມ, ທ່ານສີຈິ້ນຜິງໄດ້ຍົກເອົາຂະແໜງການຄົມມະນາຄົມມາເປັນຕົວຢ່າງເຊັ່ນ: ລົດພະລັງງານໃໝ່, ໄລຍະທາງຂອງທາງດ່ວນ, ລົດໄຟຄວາມໄວສູງ, ເຮືອບິນຂະໜາດໃຫຍ່ ແລະອື່ນໆ, ໂດຍໄດ້ທົບທວນຄືນຂະບວນການພັດທະນາອຸດສາຫະກຳແບບເພິ່ງຕົນເອງກຸ້ມຕົນເອງຂອງຈີນນັບຕັ້ງແຕ່ສະຖາປະນາ ສປ ຈີນເປັນຕົ້ນມານັ້ນຢ່າງມີຊີວິດຊີວາ. ເພິ່ນເວົ້າດ້ວຍຄວາມປະທັບໃຈວ່າ: “ຂະແໜງການຄົມມະນາຄົມພັດທະນາໄປແຕ່ລະບາດກ້າວ, ສາມາດກ້າວຂຶ້ນສູ່ແຖວໜ້າຂອງໂລກ, ໃນນີ້ ສິ່ງສຳຄັນທີ່ສຸດແມ່ນນາຍຊ່າງ.”

ທຸກມື້ນີ້, ກຳລັງການຜະລິດຮູບແບບໃໝ່ໄດ້ກາຍເປັນຄຳສັບຮ່ວມສະໄໝຢູ່ໃນສັງຄົມ, ໃນບົດລາຍງານວຽກງານລັດຖະບານຈີນປະຈຳປີນີ້, ກຳລັງການຜະລິດຮູບແບບໃໝ່ໄດ້ຖືກຈັດໄວ້ຢູ່ໃນອັບດັບໜຶ່ງໃນຈຳນວນ10ໜ້າທີ່ວຽກງານໃຫຍ່ປະຈຳປີ2024. ການພັດທະນາກຳລັງການຜະລິດຮູບແບບໃໝ່, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງແມ່ນຕ້ອງການຜູ້ມີຄວາມຮູ້ຄວາມສາມາດແບບນາຍຊ່າງ.

ໃນເວລາຄົ້ນຄວ້າພິຈາລະນາໃນກອງປະຊຸມ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ ຕ້ອງພັດທະນາອາຊີວະສຶກສາໃຫ້ດີ, ຕ້ອງສ້າງໃຫ້ມີຈິດໃຈນາຍຊ່າງ, ຮັບປະກັນເງື່ອນໄຂດ້ານສະຫວັດດີການຂອງເຂົາເຈົ້າໃຫ້ດີ. ຕ້ອງລົງເລິກການປະຕິຮູບໃນດ້ານຕ່າງໆເປັນຕົ້ນແມ່ນ ໂຄງປະກອບວິທະຍາສາດເຕັກນິກ, ໂຄງປະກອບການສຶກສາ, ໂຄງປະກອບຜູ້ມີຄວາມຮູ້ຄວາມສາມາດແລະອື່ນໆ ເພື່ອແກ້ໄຂຂອດອຸດຕັນທີ່ຜູກມັດການພັດທະນາກຳລັງການຜະລິດຮູບແບບໃໝ່.