ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ເລີ່ມຈາກຂໍ້ລິເລີ່ມຂອງຈີນຂະຫຍາຍເປັນຄວາມຮັບຮູ້ຮ່ວມຂອງສາກົນ

2024-03-07 16:51:01 cri

ຕອນເຊົ້າວັນທີ 7 ມີນານີ້, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວຈີນ ແລະ ຕ່າງປະເທດກ່ຽວກັບ “ນະໂຍບາຍການຕ່າງປະເທດ ແລະ ສາຍພົວພັນກັບຕ່າງປະເທດຂອງຈີນ”.

ທ່ານຫວາງຢີ້ກ່າວວ່າ: ນັບແຕ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນຕົ້ນມາ, ແນວຄິດດັ່ງກ່າວໄດ້ປະສົບຜົນສຳເລັດອັນອຸດົມສົມບູນໃນຮອບ 10 ປີທີ່ຜ່ານມາ. ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ເລີ່ມຈາກແນວຄິດ ແລະ ຂໍ້ລິເລີ່ມ ພັດທະນາເປັນລະບົບວິທະຍາສາດ, ຂໍ້ລິເລີ່ມຂອງຈີນໄດ້ຂະຫຍາຍເປັນຄວາມຮັບຮູ້ຮ່ວມຂອງສາກົນ, ເລີ່ມຈາກຄວາມປາດຖະໜາອັນດີງາມກາຍເປັນໝາກຜົນຂອງພຶດຕິກຳ ເຊິ່ງໄດ້ສະແດງໃຫ້ເຫັນເຖິງພະລັງຊີວິດອັນເຂັ້ມແຂງ. ຈາກສອງຝ່າຍຫາຫຼາຍຝ່າຍ, ຈາກພາກພື້ນຫາທົ່ວໂລກ, ຈາກສາທາລະນະສຸກຫາອິນເຕີເນັດ ແລະ ມະຫາສະໝຸດ, ຈີນໄດ້ສ້າງປດຊາຄົມຮ່ວມຊາຕາກຳຮູບແບບຕ່າງໆກັບຫຼາຍສິບປະເທດ ແລະ ເຂດແຄວ້ນໃນຫຼາຍຂົງເຂດ. ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ຖືກບັນທຶກໄວ້ຢູ່ໃນມະຕິສະມັດຊາໃຫຍ່ອົງການ ສປຊ, ມະຕິ ຫຼື ຖະແຫຼງການຂອງອົງການຮ່ວມມືຊຽງໄຮ້, ອົງການຮ່ວມມືປະເທດບຣິກສ ແລະ ກົນໄກຫຼາຍຝ່າຍອື່ນໆ.