ກ່ຽວກັບເຮືອບິນ C919 ແລະ ARJ27 ເດີນທາງໄປຮອດປະເທດລາວເປັນຄັ້ງທຳອິດ, ຊາວເນັດຂອງລາວເວົ້າແນວນີ້!

2024-03-07 15:36:21 cri

ວັນທີ 3 ມີນານີ້, ເຮືອບິນໂດຍສານຂະໜາດໃຫຍ່ C919 ແລະ ARJ27 ຂອງບໍລິສັດ COMAC ຂອງຈີນໄດ້ເດີນທາງຈາກຫວຽດນາມໄປຮອດປະເທດລາວ ແລະ ລົງຈອດສະໜາມບິນສາກົນວັດໄຕທີ່ນະຄອນຫຼວງວຽງຈັນ. ນີ້ເປັນຄັ້ງທຳອິດທີ່ເຮືອບິນສອງລຸ້ນດັ່ງກ່າວໄປວາງສະແດງຢູ່ປະເທດລາວ.

ເມື່ອເຮືອບິນສອງລຳດັ່ງກ່າວລົງຈອດຢູ່ລາວແລ້ວ, ປະຊາຊົນຈຳນວນຫຼວງຫຼາຍພາກັນໄປຊົມ, ສ່ວນ CMG ພວກເຮົາກໍໄດ້ລາຍງານຂ່າວກ່ຽວກັບເລື່ອງນີ້ຢ່າງຮອບດ້ານ ເຊິ່ງຊາວເນັດລາວຫຼາຍຄົນໄດ້ຄອມເມັນຢູ່ກ້ອງຂ່າວຂອງພວກເຮົາ ຄື: “ເຄື່ອງທີ່ຜະລິດໂດຍຈີນສຸດຍອດ!” “ຂໍສະແດງຄວາມຊົມເຊີຍຕໍ່ຈີນທີ່ໄດ້ຫຼຸດພົ້ນອອກຈາກການອາໄສຝ່າຍຕາເວັນຕົກໃນຂົງເຂດການຜະລິດລະດັບສູງ.” “ເຮືອບິນ C919 ງາມຫຼາຍ, ມື້ໃດຊິໄດ້ໃຊ້ຢູ່ລາວ?”… ຄຳຄອມເມັນເຫຼົ່ານີ້ເຕັມໄປດ້ວຍການຍ້ອງຍໍຊົມເຊີຍ ແລະ ຄວາມມຸ່ງຫວັງຕໍ່ເຮືອບິນ C919 ແລະ ARJ27.

ຕາມຂ່າວແຈ້ງວ່າ: ນັບແຕ່ເປີດການນຳໃຊ້ແບບທຸລະກິດໃນວັນທີ 28 ພຶດສະພາປີ 2023 ຈົນຮອດວັນທີ 31 ມັງກອນປີ 2024 ນີ້, ເຮືອບິນໂດຍສານ C919 ຈຳນວນ 4 ລຳຂອງບໍລິສັດການບິນ China Eastern ໄດ້ດຳເນີນງານແບບທຸລະກິດລວມທັງໝົດ 2.666 ຊົ່ວໂມງແລ້ວ, ບິນຖ້ຽວບິນທຸລະກິດຈຳນວນ 918 ຖ້ຽວ, ຂົນສົ່ງຜູ້ໂດຍສານຫຼາຍກວ່າ 116.000 ເທື່ອຄົນ; ມາຮອດທ້າຍປີ 2023 ທີ່ຜ່ານມາ, ລວມທັງໝົດມີບໍລິສັດລູກຄ້າ 28 ແຫ່ງໄດ້ສັ່ງຈອງເຮືອບິນ C919 ຈຳນວນ 815 ລຳ. ໃນເດືອນກັນຍາປີ 2023 , ບໍລິສັດ Gallop Air ທີ່ເປັນບໍລິສັດການບິນທີ່ສ້າງຕັ້ງຂຶ້ນໃໝ່ຂອງບຣູໄນໄດ້ວາງແຜນຈະຈັດຊື້ເຮືອບິນ 30 ລຳຈາກບໍລິສັດ COMAC ຂອງຈີນ, ໃນນັ້ນ ລວມທັງ ເຮືອບິນ C919 ຈຳນວນ 15 ລຳ ແລະ ARJ27 ຈຳນວນ 15 ລຳ. ກ່ອນໜ້ານີ້, ບໍລິສັດການບິນ TransNusa ຂອງອິນໂດເນເຊຍໄດ້ເລີ່ມນຳໃຊ້ເຮືອບິນ ARJ27 ແລ້ວ ເຊິ່ງບໍ່ພຽງແຕ່ນຳໃຊ້ຢູ່ພາຍໃນປະເທດອິນໂດເນເຊຍເທົ່ານັ້ນ, ຍັງໄດ້ນຳໃຊ້ໃນຖ້ຽວບິນສາກົນລະຫວ່າງອິນໂດເນເຊຍກັບມາເລເຊຍ, ສິງກະໂປ ແລະອື່ນໆອີກດ້ວຍ. ສາມາດເວົ້າໄດ້ວ່າ: ບໍ່ວ່າແມ່ນ ເຮືອບິນ C919 ຫຼື ARJ27, ຕ່າງກໍມີອະນາຄົດດ້ານການຕະຫຼາດທີ່ກວ້າງຂວາງ.  

ສິ່ງທີ່ໜ້າສົນໃຈນັ້ນກໍຄື: ໃນງານວາງສະແດງການບິນທີ່ຈັດຂຶ້ນເປັນເວລາ 6 ວັນຢູ່ສິງກະໂປໃນເດືອນກຸມພາຜ່ານມາ, ເຮືອບິນ C919 ຂອງບໍລິສັດການບິນ China Eastern ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ, ໃນວັນຕ້ອນຮັບຜູ້ເຂົ້າຊົມເປັນນັກວິຊາການຕ່າງກໍໄດ້ຕ້ອນຮັບຄະນະຜູ້ເຂົ້າຊົມຫຼາຍກວ່າ 20 ຊຸດ, ຜູ້ເຂົ້າຊົມດັ່ງກ່າວ ລວມທັງນັກວິຊາການຈາກບໍລິສັດຜະລິດເຮືອບິນ, ຜູ້ສະໜອງການບໍລິການການບິນ, ຜູ້ຮັບຜິດຊອບວິສາຫະກິດຕ່ອງໂສ້ການບິນ, ບຸກຄົນວິຊາການອະວຸໂສ ແລະອື່ນໆ. ນັກວິເຄາະເຫັນວ່າ: ເຮືອບິນ C919 ເຂົ້າຮ່ວມງານວາງສະແດງການບິນໃນຄັ້ງນີ້ ໄດ້ທຳລາຍສະພາບການທີ່ “ບໍ່ແມ່ນ A (Airbu) ກໍແມ່ນ B (Boeing)”, ສະໜອງທາງເລຶອກ C (COMAC) ໃຫ້ແກ່ບໍລິສັດການບິນຂອງປະເທດຕ່າງໆ. ການແຂ່ງຂັນໃນທາງສ້າງສັນຈະໄດ້ຊຸກຍູ້ການພັດທະນາຂອງທົ່ວຂະແໜງການ, ການຫັນເປັນສາກົນຂອງເຮືອບິນຂະໜາດໃຫຍ່ຂອງຈີນ ຈະສຸມກຳລັງເຂົ້າໃນການບັນລຸຕ່າງຝ່າຍຕ່າງມີຜົນປະໂຫຍດກັບປະເທດຄູ່ຮ່ວມມືອື່ນໆໂດຍຜ່ານການຮ່ວມມື.