ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ໃນໄລຍະກອງປະຊຸມສອງສະພາແຕ່ລະປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນລ້ວນແຕ່ໄດ້ດຳເນີນການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາກັບບັນດາສະມາຊິກສະພາເພື່ອຮ່ວມກັນເປິກສາຫາລືວຽກງານສຳຄັນຂອງຊາດ.
ໃນໄລຍະກອງປະຊຸມສອງສະພາປະຈຳປີ2015, ໃນໂອກາດຄົ້ນຄວ້າພິຈາລະນານຳຄະນະຜູ້ແທນແຂວງຈີຫຼິນ ເຊິ່ງເປັນແຂວງທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງຈີນ, ທ່ານສີຈິ້ນຜິງໄດ້ສອບຖາມວ່າ: “ເອົາຫິມະແລກເງິນໄດ້ແລ້ວບໍ່?”
ຄຳວ່າ ຫິມະ ທີ່ທ່ານສີຈິ້ນຜິງໄດ້ເວົ້າເຖິງນັ້ນ ແມ່ນໝາຍເຖິງ ຊັບພະຍາກອນຫິມະນ້ຳກ້ອນ, ສ່ວນ ຄຳວ່າ ເງິນ ແມ່ນໝາຍເຖິງ “ພູເງິນພູຄຳ”. ມີຜູ້ແທນສະພາປະຊາຊົນແຫ່ງຊາດຜູ້ໜຶ່ງໄດ້ຕອບຄຳຖາມຂອງທ່ານສີຈິ້ນຜິງແບບຢືນຢັນວ່າ: “ຈຳນວນຖ້ຽວບິນໃນໄລຍະລະດູໜາວແມ່ນຫຼາຍກວ່າໄລຍະລະດູຮ້ອນແລ້ວ.”
ຢູ່ທາງພາກຕາເວັນອອກສຽງເໜືອຂອງຈີນທີ່ແຂວງຈີຫຼິນຕັ້ງຢູ່ນັ້ນ, ລະດູໜາວມີອາກາດໜາວເຢັນເປັນເວລາຍາວນານ, ຫິມະຕົກຫຼາຍ,ສະນັ້ນຈຶ່ງເປັນເຂດແຄວ້ນທີ່ມີທ່າແຮງພິເສດໃນດ້ານຊັບພະຍາກອນຫິມະນ້ຳກ້ອນ. ໃນເມື່ອກ່ອນ, ຄົນທັງຫຼາຍມີຄວາມຮັບຮູ້ທີ່ບໍ່ຄົບຖ້ວນຕໍ່ກັບສິ່ງນີ້ ໂດຍເບິ່ງເຫັນທ່າເສຍປຽບຫຼາຍກວ່າ ແຕ່ມີຈຳນວນໜ້ອຍຫຼາຍທີ່ຈະເຫັນໄດ້ທ່າແຮງຂອງມັນ. ໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງເຮີຍລົງຈ່ຽງທີ່ເຂົ້າຮ່ວມກອງປະຊຸມສອງສະພາປີ2016, ທ່ານສີຈິ້ນຜິງໄດ້ພິຈາລະນາຈາກການພົວພັນແບບສັດຈະວິພາກລະຫວ່າງສິ່ງແວດລ້ອມນິເວດກັບເສດຖະກິດ ໂດຍໄດ້ສະເໜີແນວຄິດ “ຫິມະນ້ຳກ້ອນກໍແມ່ນພູເງິນພູຄຳ”. ຊຸມປີຜ່ານມານີ້, ຈາກ “ການລີ້ຫິມະຢູ່ແຕ່ເຮືອນຜ່ານລະດູໜາວ” ຈົນຮອດ “ການນຳໃຊ້ຫິມະນ້ຳກ້ອນເພື່ອຫາເງິນ ຄຳ”, ການທ່ອງທ່ຽວຫິມະນ້ຳກ້ອນຄ່ອຍໆກາຍເປັນອຸດສາຫະກຳທີ່ມີເອກະລັກພິເສດຂອງເຂດພາກຕາເວັນອອກສຽງເໜືອ, ໃນນີ້ ຕົວເມືອງຕ່າງໆເຊັ່ນ ນະຄອນຮາບິນ ຍິ່ງມີຊື່ສຽງໂດ່ງດັງຂຶ້ນໃນທົ່ວປະເທດ.
ແຕ່ລະເຂດແຄວ້ນຕ່າງມີຊັບໃນດິນສິນໃນນ້ຳຂອງໃຜລາວ, ນີ້ຄືທ່າແຮງດ້ານພູມສາດທີ່ແຕກຕ່າງກັນ ແລະແມ່ນກາລະໂອກາດອັນສຳຄັນດ້ານການພັດທະນາເສດຖະກິດ. ຈາກສະຖານທີ່ຈັດກອງປະຊຸມສອງສະພາທົ່ວປະເທດຈົນຮອດທົ່ງໄຮ່ທົ່ງນາຂອງທ້ອງຖິ່ນຕ່າງໆ, ທ່ານສີຈິ້ນຜິງມັກຈະຊອກສະແຫວງຫາແນວຄິດການພັດທະນາອຸດສາຫະກຳທີ່ມີເອກະລັກຂອງທ້ອງຖິ່ນຕ່າງໆ ກໍຄືຊອກຫາວິທີທາງການພັດທະນາເພື່ອສ້າງຄວາມຮັ່ງມີໃຫ້ກັບປະຊາຊົນເຫຼົ່ານີ້.
ພາບມູມໜຶ່ງຂອງຖານການປູກຕົ້ນຄາເມເລຍຕາແສງໂຫຼງຜິງເມືອງຊິງໂກວນະຄອນກ້ານໂຈ່ວແຂວງຈ່ຽງຊີ່
ວັນທີ6ມີນາ2015,ໃນກອງປະຊຸມຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊີ່ທີ່ເຂົ້າຮ່ວມກອງປະຊຸມສອງສະພາ, ທ່ານສີຈິ້ນຜິງໄດ້ຍົກໃຫ້ເຫັນຈົດໝາຍກ້ານໜຶ່ງທີ່ທ່ານຫວາງເສີງເຕິ່ງ ນັກຮົບເກົ່າກອງທັບແດງຂອງຈີນໃນສະໄໝປະຕິວັດຝາກໄປເຖິງເພິ່ນ. ເນື້ອໃນຈົດໝາຍໄດ້ລະບຸວ່າ ຫວັງໃຫ້ລັດຖະບານເພີ່ມທະວີການສະໜັບສະໜູນອຸດສາຫະກຳຕ່າງໆເຊັ່ນ ນ້ຳມັນຄາເມເລຍ(Tea Oil Camellia )ເປັນຕົ້ນຂອງເຂດພາກໃຕ້ແຂວງຈ່ຽງຊີ່.(ຕົ້ນຄາເມເລຍເປັນພືດເສດຖະກິດຊະນິດໜຶ່ງທີ່ສາມາດເອົາແກ່ນໝາກຂອງມັນມາຜະລິດນ້ຳມັນແລະອື່ນໆໄດ້) ທ່ານສີຈິ້ນຜິງໄດ້ເວົ້າກັບສະຫາຍຜູ້ຮັບຜິດຊອບກະຊວງແລະຄະນະກຳມະການທະບວງກົມທຽບເທົ່າທີ່ເຂົ້າຮ່ວມກອງປະຊຸມວ່າ ເລື່ອງນີ້ສາມາດເຮັດການສຳຫຼວດຄົ້ນຄວ້າໄດ້.
ສິ່ງທີ່ເຮັດໃຫ້ພີ່ນ້ອງປະຊາຊົນຮູ້ສຶກຕື່ນເຕັ້ນດີໃຈນັ້ນແມ່ນ ຫຼັງຈາກນັ້ນບໍ່ພໍເທົ່າໃດມື້, ພາກສ່ວນທີ່ກ່ຽວຂ້ອງໄດ້ໂທມາບອກວ່າ: ເຂົາເຈົ້າຈະເດີນທາງໄປສຳຫຼວດຄົ້ນຄວ້າຢູ່ເຂດພາກໃຕ້ແຂວງຈ່ຽງຊີ່ເພື່ອຊ່ວຍຊອກວິທີແລະວາງແຜນພັດທະນາອຸດສາຫະກຳນ້ຳມັນຄາເມເລຍ. ມາເຖິງເດືອນພຶດສະພາປີ2019, ຕອນທີ່ທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນກ້ານໂຈ່ວແຂວງຈ່ຽງຊີ່, ຕົ້ນຄາເມເລຍໄດ້ປູກເປັນປ່າຢັ່ງຢາຍໄປຕາມພູດອຍທົ່ວທ້ອງຖິ່ນແຫ່ງນັ້ນ. ເຖິງວ່າ ພໍ່ເຖົ້າຫວາງເສີງເຕິ່ງໄດ້ເສຍຊີວິດແລ້ວໃນປີ2020, ແຕ່ວ່າ ຄວາມປາດຖະໜາຂອງເພິ່ນໄດ້ປາກົດຜົນເປັນຈິງທັງໝົດແລ້ວຄື ປ່າຄາເມເລຍທີ່ຂຽວງາມເຕັມພູໄດ້ສ້າງຄວາມຮັ່ງມີໃຫ້ກັບພີ່ນ້ອງປະຊາຊົນ, ພາໃຫ້ປະຊາຊົນເຂດຖານທີ່ໝັ້ນເກົ່າຈຳນວນຫຼາຍກວ່າ2ແສນຄົນໄດ້ພົ້ນທຸກແລະຮັ່ງມີຂຶ້ນ. ປັດຈຸບັນ, ຕ່ອງໂສ້ອຸດສາຫະກຳນ້ຳມັນຄາເມເລຍໄດ້ແຜ່ຂະຫຍາຍອອກຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ພັດທະນາຜະລິດຕະພັນເຄື່ອງສຳອາງ,ຜະລິດຕະພັນການຢາແລະຮັກສາສຸຂະພາບຕື່ມອີກ, ມູນຄ່າການຜະລິດຕໍ່ປີບັນລຸຫຼາຍກວ່າ10ຕື້ຢວນ.
ໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນານຳຄະນະຜູ້ແທນຕ່າງໆທີ່ເຂົ້າຮ່ວມກອງປະຊຸມສອງສະພາໃນຫຼາຍປີຜ່ານມາ, ທ່ານສີຈິ້ນຜິງໄດ້ເວົ້າເຖິງອຸດສາຫະກຳທີ່ມີເອກະລັກຂອງທ້ອງຖິ່ນຕ່າງໆຢູ່ເລື້ອຍໆ. ຕົວຢ່າງ: ໃນເວລາເປິກສາຫາລືກັບຄະນະຜູ້ແທນແຂວງກຸ້ຍໂຈ່ວ, ເພິ່ນໄດ້ເອົາໃຈໃສ່ວ່າ ໃບຊາມີຫຍີ່ຫໍ້ເປັນຂອງຕົນເອງຫຼືບໍ່? ໃນເວລາຄົ້ນຄວ້າພິຈາລະນານຳຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນ, ເພິ່ນໄດ້ສອບຖາມຜູ້ແທນທີ່ມາຈາກນະຄອນອູລັນຊັບວ່າ ມັນຝຣັ່ງທີ່ຜະລິດຈາກທ້ອງຖິ່ນພວກສະຫາຍແມ່ນໃຊ້ເປັນວັດຖຸດິບອຸດສາຫະກຳຫຼືໃຊ້ມາບໍລິໂພກດີກວ່າ? ໃນເວລາຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງຊິງໄຫ, ເພິ່ນໄດ້ຄົ້ນຄວ້າຫາລືກັບບັນດາຜູ້ແທນກ່ຽວກັບເຫຼົ້າໝິງຫຼິວແມ່ນຖືກພັດທະນາໃຫ້ເປັນອຸດສາຫະກຳຄືແນວໃດ?...
ນອກຈາກສອບຖາມສະພາບການທີ່ກ່ຽວຂ້ອງແລ້ວ, ທ່ານສີຈິ້ນຜິງຍັງໄດ້ຊີ້ນຳໃຫ້ທ້ອງຖິ່ນຕ່າງໆໃນເວລາພັດທະນາອຸດສາຫະກຳຄວນວາງແຜນຕາມສະພາບຕົວຈິງ, ບໍ່ຄວນວາງແຜນແບບທົ່ວໄປ. ໃນກອງປະຊຸມຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູທີ່ເຂົ້າຮ່ວມກອງປະຊຸມສອງສະພາປີ2023, ທ່ານສີຈິ້ນຜິງໄດ້ກ່າວເຖິງເອກະສານສະບັບໜຶ່ງກ່ຽວກັບການບຳລຸງສ້າງຖານຈຸດສຸມ “ໜຶ່ງເມືອງໜຶ່ງອຸດສາຫະກຳ”ງວດໜຶ່ງ. ເພິ່ນເວົ້າວ່າ:
ວັນທີ5ມີນາ2023 ທ່ານສີຈິ້ນຜິງເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງຈ່ຽງຊູທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ1ສະພາປະຊາຊົນແຫ່ງຊາດຈີນຊຸດທີ14
“ຂ້າພະເຈົ້າອ່ານເອກະສານນີ້ແລ້ວກໍຄິ້ວສົນເຂົ້າກັບບາດເລີຍ, ເລື່ອງນີ້ຄົງຈະວາງຄາດໝາຍແນ່ນອນບໍ່ໄດ້ດອກ. ການພັດທະນາເມືອງໜຶ່ງຈະອາໄສແຕ່ອຸດສາຫະກຳພຽງໜຶ່ງດຽວໄດ້ຫຼືບໍ່ນັ້ນ ຕ້ອງລົງເລິກສຳຫຼວດຄົ້ນຄວ້າ, ບໍ່ຄວນຈັດສັນງົບປະມານກ້ອນໜຶ່ງຕາມລຳພັງໃຈແລ້ວກໍໃຫ້ທ້ອງຖິ່ນນີ້ພັດທະນາການລ້ຽງໄກ່ແລະປູກເຫັດໂດຍສະເພາະ, ສ່ວນທ້ອງຖິ່ນນັ້ນພັດທະນາການຕ່ຳແຜ່ນໂດຍສະເພາະ, ຖ້າເຮັດແນວນັ້ນຕ້ອງບໍ່ສຳເລັດຜົນແນ່ນອນ.”
ກ່ຽວກັບການຊຸກຍູ້ການພັດທະນາອຸດສາຫະກຳໃຫ້ຈະເລີນ, ທ່ານສີຈິ້ນຜິງໄດ້ຮຽກຮ້ອງໃຫ້ສຶກສາຄົ້ນຄວ້າຢ່າງເລິກເຊິ່ງຕໍ່ກັບຄຳວ່າ “ຜະລິດຕະພັນທີ່ມີເອກະລັກຂອງທ້ອງຖິ່ນ” ໃນນີ້ ຄຳວ່າ ທ້ອງຖິ່ນ ແມ່ນໝາຍເຖິງການອີງໃສ່ເງື່ອນໄຂທຳມະຊາດຂອງເຂດແຄວ້ນໃດໜຶ່ງເພື່ອພັດທະນາຊັບພະຍາກອນຂອງທ້ອງຖິ່ນນັ້ນ, ຄຳວ່າ ເອກະລັກ ແມ່ນໝາຍເຖິງການເນັ້ນໃສ່ຈຸດພິເສດດ້ານພູມສາດເພື່ອສ່ອງແສງໃຫ້ເຫັນບັນຍາກາດວິຖີຊີວິດຂອງທ້ອງຖິ່ນນັ້ນ, ສ່ວນຄຳວ່າ ຜະລິດຕະພັນ ແມ່ນໝາຍເຖິງການສ້າງໃຫ້ເປັນອຸດສາຫະກຳແລະເປັນກຸ່ມອຸດສາຫະກຳ.
ປັດຈຸບັນ, ຜະລິດຕະພັນທີ່ມີເອກະລັກຂອງທ້ອງຖິ່ນຈຳນວນບໍ່ໜ້ອຍມີຜົນຜະລິດທີ່ດີ ມີຊ່ອງທາງຈຳໜ່າຍທີ່ດີ, ມີຈຸດເດັ່ນໃໝ່ທີ່ຈູງໃຈລູກຄ້າ, ທຸລະກິດນ້ອຍໆຢູ່ພາຍໃນບ້ານໄດ້ກາຍເປັນຈຸດເຕີບໂຕໃໝ່ສຳລັບການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ. ຢູ່ເມືອງຈ້າສຸຍ ແຂວງສ້ານຊີ່, ເຫັດຫູໜູໄດ້ຂະຫຍາຍຕົວກາຍເປັນອຸດສາຫະກຳໃຫຍ່ທີ່ເຊື່ອມໂຍງກະສິກຳກັບອຸດສາຫະກຳ, ການຄ້າ ແລະການທ່ອງທ່ຽວ, ສາມາດສ້າງປະສິດທິຜົນດ້ານເສດຖະກິດບັນລຸມູນຄ່າເຖິງ650ລ້ານຢວນຕໍ່ປີ, ຢູ່ນະຄອນຕ້າທົ່ງແຂວງຊ່ານຊີ່, ຜະລິດຕະພັນດອກເດລີລີ (Day Lily) ທີ່ມີສົມຍານາມວ່າ “ດອກສ້າງຄວາມຮັ່ງມີ” ໄດ້ສົ່ງອອກໄປຂາຍຢູ່ຕ່າງປະເທດ, ມູນຄ່າການຜະລິດຂອງອຸດສາຫະກຳຄົບວົງຈອນບັນລຸຫຼາຍກວ່າ4ຕື້ຢວນ, ຢູ່ນະຄອນມ້າວໝິງ ແຂວງກວາງຕຸ້ງ, ຜົນຜະລິດໝາກລິນຈີ່ໃນປີ2023ຜ່ານມາໄດ້ບັນລຸຫຼາຍກວ່າ620.000 ໂຕນ, ລາຍຮັບຈາກການຈຳໜ່າຍໝາກສົດບັນລຸປະມານ9ຕື້ຢວນ…
ໂດຍອີງໃສ່ຊັບພະຍາກອນທີ່ມີເອກະລັກ, ທ້ອງຖິ່ນຕ່າງໆໄດ້ລົງເລິກຂຸດຄົ້ນຕະຫຼາດໃຫຍ່ທັງພາຍໃນແລະຕ່າງປະເທດ, ດຳເນີນທຸລະກິດຜະລິດຕະພັນທີ່ມີເອກະລັກຢ່າງຟົດຟື້ນແລະມີປະສິດທິຜົນດີ. ນັບມາຮອດທ້າຍປີ2023, ທົ່ວປະເທດຈີນໄດ້ສ້າງກຸ່ມອຸດສາຫະກຳທ່າແຮງທີ່ມີເອກະລັກຈຳນວນ180ກຸ່ມ, ມູນຄ່າການຜະລິດຂອງຕ່ອງໂສ້ອຸດສາຫະກຳຄົບວົງຈອນບັນລຸຫຼາຍກວ່າ4.600ຕື້ຢວນ.
ສາມາດເວົ້າໄດ້ວ່າ ທ້ອງຖິ່ນທີ່ “ເອົາຫິມະແລກເງິນ” ນັ້ນໄດ້ເພີ່ມຫຼາຍຍິ່ງຂຶ້ນ.