ທ່ານສີຈິ້ນຜິງ: ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ໝາຍຄວາມວ່າຈະເບິ່ງຂ້າມ ແລະ ປະຖິ້ມອຸດສາຫະກຳເກົ່າ

2024-03-08 16:03:06 cri

ຕອນບ່າຍວັນທີ 6 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຢ້ຽມຢາມສະມາຊິກສະພາທີ່ສັງກັດຄະນະກຳມະການປະຕິວັດພັກກົກມິນຕັງຈີນ, ວົງການວິທະຍາສາດເຕັກນິກ, ວົງການຊັບພະຍາກອນ ແລະ ສິ່ງແວດລ້ອມທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 2 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14, ເພິ່ນໄດ້ເຂົ້າຮ່ວມກອງປະຊຸມເປິກສາຫາລືທັງຮັບຟັງຄວາມເຫັນ ແລະ ຂໍ້ສະເໜີ.

ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: “ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ໝາຍຄວາມວ່າຈະເບິ່ງຂ້າມ ແລະ ປະຖິ້ມອຸດສາຫະກຳເກົ່າ, ຄວນປ້ອງກັນບໍ່ໃຫ້ເຫີ່ກັນເຮັດ ແລະ ເຮັດແບບເສດຖະກິດຟອງສະບູ, ທັງບໍ່ຄວນເຮັດໃນຮູບແບບດຽວ. ຄວນປະສານສົທທົບແຜນ ແລະ ຊຸກຍູ້ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳໄປຄຽງຄູ່ກັນ, ເພີ່ມທະວີການນຳໃຊ້ຜົນງານດ້ານວິທະຍາສາດເຕັກນິກໃຫ້ເກີດມີຜົນປະໂຫຍດຕົວຈິງໄດ້, ຊຸກຍູ້ອຸດສາຫະກຳເກົ່າໃຫ້ຫັນປ່ຽນ ແລະ ຍົກລະດັບ, ພັດທະນາອຸດສາຫະກຳໃໝ່ທີ່ມີລັກສະນະຍຸດທະສາດ, ວາງແຜນສ້າງອຸດສາຫະກຳອະນາຄົດ, ເລັ່ງລັດສ້າງລະບົບອຸດສາຫະກຳທີ່ທັນສະໄໝ.”