ອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ: “ລະບຽບການວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດສະບັບຮ່າງ ” ໄດ້ເຜີຍແຜ່ ແລະຈະຍື່ນໃຫ້ສະພານິຕິບັນຍັດພິຈາລະນາໃນມື້ນີ້

2024-03-08 10:49:36 CRI


    ວັນທີ 8 ມີນານີ້, “ລະບຽບການວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດສະບັບຮ່າງ ”ໄດ້ເຜີຍແຜ່ຢ່າງເປັນທາງການໃນເວັບໄຊຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງຈີນ, ແລະຈະຍື່ນໃຫ້ສະພານິຕິບັນຍັດຄົ້ນຄວ້າພິຈາລະນາໃນເວລາ 11 ໂມງຕອນເຊົ້າມື້ນີ້, ເພື່ອຈັດຕັ້ງປະຕິບັດມາດຕາທີ 23 ໃນກົດໝາຍພື້ນຖານຂອງຮົງກົງ, “ຂໍ້ຕົກລົງຂອງສະພາປະຊາຊົນແຫ່ງຊາດຈີນກ່ຽວກັບການສ້າງ ແລະປັບປຸງລະບຽບກົດໝາຍ ກໍຄື ກົນໄກປະຕິບັດງານໃນການຮັກສາຄວາມໝັ້ນຄົງແຫ່ງຊາດ ຂອງເຂດບໍລິຫານພິເສດຮົງກົງ”, ແລະຄວາມຮັບຜິດຊອບດ້ານລັດຖະທຳມະນູນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຂອງຮົງກົງນັ້ນຢ່າງຮອບດ້ານ, ຮັບປະກັນຈະສາມາດປົກປ້ອງຄວາມໝັ້ນຄົງແຫ່ງຊາດຢ່າງມີປະສິດທິຜົນໂດຍໄວ.