ກອງປະຊຸມຖະແຫຼງຂ່າວຄັ້ງນີ້ໄດ້ສົ່ງສັນຍານຈະແຈ້ງໃຫ້ແກ່ໂລກ

2024-03-08 15:40:32 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 7 ມີນານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມ 21 ຂໍ້ຂອງນັກຂ່າວຈີນ ແລະ ຕ່າງປະເທດ ເຊິ່ງໄດ້ພົວພັນເຖິງການພົວພັນລະຫວ່າງປະເທດໃຫຍ່, ບັນຫາຈຸດສຸມໃນພາກພື້ນ, ການບໍລິຫານທົ່ວໂລກ ແລະ ຫົວຂໍ້ອື່ນໆ. ວົງການພາຍນອກໄດ້ຮັບສັນຍານຢ່າງຈະແຈ້ງຈາກການຖາມ-ຕອບບັນຫາເຫຼົ່ານີ້ວ່າ: ຈີນພວມເພີ່ມຄວາມແນ່ນອນຫຼາຍກວ່າເກົ່າໃຫ້ແກ່ໂລກ ດ້ວຍຄວາມໝັ້ນຄົງຂອງຕົນ.


ສັນຕິພາບເປັນເລື່ອງທີ່ສຳຄັນອັນດັບໜຶ່ງ. ປັດຈຸບັນນີ້, ວິກິດການອູແກຣນໄດ້ສືບຕໍ່ມາ, ສະຖານະການປາແລັດສະຕິນແລະອິດສະຣາແອນໄດ້ດຸເດືອດຂຶ້ນຕື່ມອີກ ແລະ ການປະທະກັນດ້ານການເມືອງພູມມີພາກຮຸນແຮງຂຶ້ນຕື່ມອີກ. ປີ 2023, ຈີນໄດ້ຊຸກຍູ້ໃຫ້ສອງປະເທດອາຣັບບີຊາອຸດິດ ແລະ ອີຣານບັນລຸຄວາມປອງດອງກັນ, ໄດ້ໄກ່ເກ່ຍວິກິດການອູແກຣນ ແລະ ຊຸກຍູ້ໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຜ່ານມະຕິເລກ 2712 ກ່ຽວກັບບັນຫາປາແລັດສະຕິນກັບອິດສະຣາແອນ. ຈາກນີ້ເຫັນໄດ້ວ່າ, ຈີນບໍ່ພຽງແຕ່ໄດ້ຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງຕົນເທົ່ານັ້ນ, ຍັງໄດ້ສຸມຄວາມພະຍາມເພື່ອສັນຕິພາບຂອງໂລກອີກດ້ວຍ.

ສະຖຽນລະພາບເປັນພື້ນຖານໃຫ້ແກ່ການພັດທະນາ. ປັດຈຸບັນນີ້, ປະເທດໃຫຍ່ຕາເວັນຕົກຈຳນວນໜຶ່ງໄດ້ປະຕິບັດລັດທິຝ່າຍດຽວ ແລະ ລັດທິປົກປ້ອງ ເຊິ່ງໄດ້ເຮັດໃຫ້ໂລກປັ່ນປ່ວນຂຶ້ນຕື່ມອີກ. ໃນກອງປະຊຸມຖະແຫຼງຂ່າວ, ຝ່າຍຈີນໄດ້ເວົ້າເຖິງບັນຫາການພົວພັນລະຫວ່າງປະເທດໃຫຍ່ ເຊັ່ນ: ການພົວພັນຈີນ-ອາເມຣິກາ, ການພົວພັນຈີນ-ເອີຣົບເປັນຕົ້ນ, ການໃຫ້ຄວາມເຫັນທີ່ວ່າ: “ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ຄວນກາຍເປັນຫຼັກການທີ່ຄວນປະຕິບັດຕາມຮ່ວມກັນ ແລະ ເປັນທິດທາງທີ່ຄວນພະຍາຍາມຮ່ວມກັນສຳລັບສອງຝ່າຍຈີນແລະອາເມຣິກາ” “ຂໍພຽງແຕ່ຈີນແລະ ເອີຣົບຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ການສ້າງເປັນກຸ່ມກ້ອນແລ້ວເປັນປໍລະປັກກັນກໍຈະເປັນໄປບໍ່ໄດ້” ແລະອື່ນໆ, ທ່າທີດັ່ງກ່າວຂອງຈີນເປັນຕາໃຫ້ປະເທດທີ່ກ່ຽວຂ້ອງຄົ້ນຄວ້າພິຈາລະນາຢ່າງຈິງຈັງ.


ການພັດທະນາເປັນຂໍກະແຈຄຳທີ່ແກ້ໄຂບັນຫາທຸກຢ່າງ. ໂດຍປະເຊີນໜ້າກັບສະພາບທີ່ກຳລັງຂັບເຄື່ອນການພັດທະນາຂອງທົ່ວໂລກບໍ່ພຽງພໍ, ບາງປະເທດຕັ້ງໃຈ “ຕັດສາຍພົວພັນດ້ານເສດຖະກິດ” ແລະອື່ນໆ, ຈີນກ່າວຢ່າງເດັດດ່ຽວວ່າ: ຕ້ອງສ້າງເສດຖະກິດໂລກແບບເປີດກວ້າງ. ປີ 2023, ຈີນໄດ້ປະກອບສ່ວນການເຕີບໂຕ 1 ສ່ວນ 3 ໃຫ້ແກ່ທົ່ວໂລກ ດ້ວຍຈັງຫວະການເຕີບໂຕທີ່ເປັນ 5,2% ຂອງຕົນ, ຈີນຍັງເປັນກຳລັງຂັບເຄື່ອນການພັດທະນາຂອງໂລກທີ່ແຂງແຮງຢູ່ຄືເກົ່າ.