ຮັບຮູ້ສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ແລະຫ່ວງໃຍຈາກກອງປະຊຸມສອງສະພາພາກທີ3: ທາງດ່ວນໄດ້ເຂົ້າເຖິງທ້ອງຖິ່ນພວກສະຫາຍແລ້ວຕີ້?

2024-03-08 23:03:57 cri



ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ໃນໄລຍະກອງປະຊຸມສອງສະພາແຕ່ລະປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນລ້ວນແຕ່ໄດ້ດຳເນີນການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາກັບບັນດາສະມາຊິກສະພາເພື່ອຮ່ວມກັນເປິກສາຫາລືວຽກງານສຳຄັນຂອງຊາດ. ໃນນີ້ ຄວາມທຸກສຸກຂອງປະຊາຊົນແລະຊີວິດການເປັນຢູ່ຂອງປະຊາຊົນແມ່ນສິ່ງທີ່ທ່ານສີຈິ້ນຜິງມີຄວາມຫ່ວງໃຍທີ່ສຸດ.

 

   ໃນໄລຍະກອງປະຊຸມສອງສະພາປະຈຳປີ2015, ທ່ານນາງ ລານນ້ຽນຢິ່ງ ຄະນະຜູ້ແທນແຂວງຈ່ຽງຊີ່ທີ່ເຂົ້າຮ່ວມກອງປະຊຸມໄດ້ມີຂໍ້ສະເໜີໃຫ້ຊຸກຍູ້ການກໍ່ສ້າງເຄືອຂ່າຍຄົມມະນາຄົມເຊັ່ນ ທາງລົດໄຟຈີອ່ານ-ອູຢີຊ່ານ, ທາງລົດໄຟຢິ່ງຖານ-ເມີຍໂຈ່ວແລະທາງດ່ວນຈື່ຊີ່ເປັນຕົ້ນ, ເວລາປະກອບຄຳເຫັນໃນກອງປະຊຸມເປັນເວລາ5ນາທີ, ລາວໄດ້ເຈາະຈົງເວົ້າເຖິງການພັດທະນາຄົມມະນາຄົມຢູ່ເຂດຖານທີ່ໝັ້ນການປະຕິວັດເກົ່າຄືແນວໃດ ພ້ອມທັງໄດ້ຍົກໃຫ້ເຫັນແຫຼ່ງທ່ອງທ່ຽວຕ່າງໆທີ່ຢູ່ລຽບຕາມເສັ້ນທາງເຫຼົ່ານີ້ເຊັ່ນ: ພູຈິງກ່າງ ແດນສັກສິດແຫ່ງການປະຕິວັດ, ຝູໂຈ່ວ ທີ່ເປັນຖິ່ນກຳເນີດປັນຍາຊົນຜູ້ດີເດັ່ນ, ໂພຢາງ ທີ່ມີສົມຍານາມວ່າ ເມືອງພັນດອນແລະອື່ນໆ.

 

   ໃນໂອກາດນັ້ນ, ທ່ານສີຈິ້ນຜິງແມ່ນນັ່ງຢູ່ເຊິ່ງໜ້າກັບທ່ານນາງລານນ້ຽນຢິ່ງ, ຫຼັງຈາກຟັງຄຳເຫັນຂອງລາວແລ້ວ, ເພິ່ນໄດ້ຊີ້ນຳກັບທີ່ໂດຍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ດຳເນີນການສຳຫຼວດຄົ້ນຄວ້າແນໃສ່ຂໍ້ສະເໜີທີ່ກ່ຽວຂ້ອງ. ໃນເວລາໂອ້ລົມສົນທະນາກັນ, ເພິ່ນຍັງໄດ້ສອບຖາມວ່າ: “ທຸລະກິດການທ່ອງທ່ຽວຕາມວິຖີຊົນນະບົດໄດ້ເຮັດໄປແລ້ວບໍ່?” “ທາງດ່ວນໄດ້ເຂົ້າເຖິງທ້ອງຖິ່ນພວກສະຫາຍແລ້ວຕີ້?” ທ່ານນາງລານນ້ຽນຢິ່ງຕອບວ່າ: “ພາຍໃນເມືອງໄດ້ສ້າງເສັ້ນທາງດ່ວນແລ້ວ, ທຸລະກິດການທ່ອງທ່ຽວຕາມວິຖີຊົນນະບົດກໍພັດທະນາຂຶ້ນແລ້ວ.”

 

   ທ່ານນາງລານນ້ຽນຢິ່ງແມ່ນມາຈາກບ້ານເຜົ່າເຊີຊິ່ນເຢ້ ຕັ້ງຢູ່ທິດຕາເວັນຕົກຂອງຕີນພູອູຢີ ທາງພາກຕາເວັນອອກຂອງແຂວງຈ່ຽງຊີ່ ເຊິ່ງເປັນບ້ານຊົນເຜົ່າສ່ວນໜ້ອຍພຽງແຫ່ງດຽວຂອງເມືອງຈື່ຊີ່. ໃນເມື່ອກ່ອນ, ເນື່ອງຈາກຖືກພູສູງຂວາງກັ້ນ ແລະພື້ນຖານໂຄງລ່າງຄົມມະນາຄົມມີຄວາມຫຼ້າຫຼັງ, ບ້ານແຫ່ງນີ້ມີເສັ້ນທາງໄປສູ່ເທດສະບານເມືອງພຽງສາຍດຽວເທົ່ານັ້ນ. ເສັ້ນທາງນ້ອຍທີ່ຄົດລ້ຽວຕາມຮ່ອມພູ, ເສດຖະກິດຫຼ້າຫຼັງບໍ່ມີການພັດທະນາ, ຊາວທ້ອງຖິ່ນເຄີຍພັນລະນາຊີວິດການເປັນຢູ່ທີ່ທຸກຍາກລຳບາກນີ້ວ່າ: “ຄົນຢູ່ເຮືອນຕູບ, ບຸນປີໃໝ່ກິນແຕ່ມັນດ້າງ, ເອົາໝາກເຜັດຕາງນ້ຳມັນແຕ່ງອາຫານ, ຝີງໄຟຕາງໃສ່ເສື້ອນວມກັນໜາວ.”

 

   ໃນກອງປະຊຸມສອງສະພາປະຈຳປີ2013, ທ່ານນາງລານນ້ຽນຢິ່ງໄດ້ມີຂໍ້ສະເໜີກ່ຽວກັບການສ້າງທາງດ່ວນຢູ່ບ້ານເກີດ ເຊິ່ງໄດ້ຮັບຄວາມເອົາໃຈໃສ່ເປັນຢ່າງສູງຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງແລະແຂວງຈ່ຽງຊີ່. ເດືອນຕຸລາປີດຽວກັນ, ເສັ້ນທາງດ່ວນສາຍໃໝ່ໄດ້ເລີ່ມລົງມືກໍ່ສ້າງ ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ແກ່ການອອກເດີນທາງຂອງປະຊາຊົນຢູ່ບໍລິເວນອ້ອມຂ້າງຫຼາຍກວ່າ 30.000 ຄົນ. ຜ່ານຈາກການພັດທະນາມາຫຼາຍປີ, ຈື່ຊີ່ ເມືອງນ້ອຍຢູ່ເຂດພູດອຍແຫ່ງນີ້ໄດ້ອຳລາຈາກປະຫວັດສາດທີ່ບໍ່ມີທາງດ່ວນເທື່ອລະກ້າວ, ການທ່ອງທ່ຽວຊົນນະບົດກໍໄດ້ພັດທະນາໄປຢ່າງວ່ອງໄວ.



ບ້ານເຜົ່າເຊີຊິ່ນເຢ້ ຕາແສງອູສື ເມືອງຈື່ຊີ່ແຂວງຈ່ຽງຊີ່

   ຄົມມະນາຄົມບໍ່ສະດວກເປັນບັນຫາຫຍຸ້ງຍາກທີ່ຜູກມັດການພັດທະນາຊົນນະບົດມາໂດຍຕະຫຼອດ. ຢູ່ເຂດຫ່າງໄກສອກຫຼີກບາງແຫ່ງ, ພຽງແຕ່ສ້າງຂົວແຫ່ງໜຶ່ງ, ສ້າງທາງຫຼວງຕອນໜຶ່ງເທົ່ານັ້ນກໍຈະສາມາດເປີດປະຕູແຫ່ງການສ້າງຄວາມຮັ່ງມີໄດ້. ທ່ານສີຈິ້ນຜິງເຄີຍກ່າວວ່າ: “ບ້ານທຸກຍາກຢູ່ເຂດຫ່າງໄກສອກຫຼີກໃນເມື່ອກ່ອນໄດ້ກາຍເປັນແດນສະຫວັນຢູ່ເມືອງມະນຸດໃນປັດຈຸບັນ, ໃນນີ້ ພື້ນຖານໂຄງລ່າງຕ່າງໆເຊັ່ນຄົມມະນາຄົມແມ່ນມີຄວາມສຳຄັນຫຼາຍ.”

 

  ການສ້າງເສັ້ນທາງເຂດຊົນນະບົດເປັນໜຶ່ງໃນຫົວຂໍ້ເປິກສາຫາລືທີ່ທ່ານສີຈິ້ນຜິງມີຄວາມຫ່ວງໃຍທີ່ສຸດໃນກອງປະຊຸມສອງສະພາ. ເດືອນມີນາປີ2019, ໃນກອງປະຊຸມຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນແຂວງກ່ານຊູ້ທີ່ເຂົ້າຮ່ວມກອງປະຊຸມສອງສະພາ, ມີຜູ້ແທນທ່ານໜຶ່ງໄດ້ເລົ່າຄືນຫຼັງເລື່ອງໃນອະດີດສູ່ທ່ານສີຈິ້ນຜິງຟັງວ່າ: “ຂ້າພະເຈົ້າຍັງຈື່ໄດ້ວ່າ ວັນທີ3ກຸມພາ2013, ທ່ານໄດ້ເດີນທາງໄປຕາມເສັ້ນທາງທຸລະກັນດານແລະສູງຊັນຢູ່ເທິງພູຈົນມາເຖິງບ້ານປູ້ເລີ້ງໂກ່ວ.”

 

   ເລື່ອງທີ່ຜູ້ແທນຄົນນັ້ນເວົ້າເຖິງແມ່ນທ່ານສີຈິ້ນຜິງລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນກ່ອນບຸນກຸດຈີນຈະໝູນວຽນມາເຖິງເປັນຄັ້ງທຳອິດນັບແຕ່ເພິ່ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ຄື ເພິ່ນໄດ້ແຂ່ງກັບອາກາດໜາວຈັດເດີນທາງໄປບ້ານປູ້ເລີ້ງໂກ່ວທີ່ຫ່າງຈາກເທດສະບານເມືອງຕົ່ງຊ່ຽງແຂວງກ່ານຊູ້50ກິໂລແມັດ. ຄຳວ່າ ປູ້ເລີ້ງໂກ່ວ ໃນພາສາຕົ່ງຊ່ຽງມີຄວາມໝາຍວ່າ ແຄມເຫວ. ບ້ານແຫ່ງນີ້ແມ່ນສົມກັບຊື່ຂອງມັນຄື ຕັ້ງຢູ່ແຄມຮ່ອມພູໃຫຍ່,ທາງເຂົ້າບ້ານທຸລະກັນດານ,ມີຂີ້ຝຸ່ນຫຼາຍ. ຕອນທີ່ທ່ານສີຈິ້ນຜິງຍ່າງເຂົ້າໄປໃນບ້ານ, ເກີບແລະຂາໂສ້ງເຕັມຂີ້ຝຸ່ນໝົດ. ໃນການສຳຫຼວດກວດກາວຽກງານຄັ້ງນີ້, ເພິ່ນໄດ້ຊີ້ນຳວ່າ: “ຕ້ອງເອົານ້ຳເຂົ້າມາ,ສ້າງທາງເຂົ້າບ້ານເພື່ອສ້າງສາຊົນນະບົດໃຫ້ດີ.”

 

   ຈາກ ປູ້ເລີ້ງໂກ່ວ ທີ່ “ລົມກັນໄດ້ເມື່ອຢືນເຊິ່ງໜ້າກັນຄົນລະຟາກຂອງຮ່ອມເລິກ, ແຕ່ຖ້າຢາກຈັບມືກັນແມ່ນຕ້ອງຍ່າງດົນເຖິງເຄິ່ງມື້” ຈົນຮອດ ການກໍ່ສ້າງທາງດ່ວນຂອງທ້ອງຖິ່ນດັ່ງກ່າວ, ຄະນະຜູ້ແທນແຂວງກ່ານຊູ້ໄດ້ດຳເນີນການເປິກສາຫາລືຮອບໜຶ່ງກ່ຽວກັບບັນຫາຄົມມະນາຄົມ. ທ່ານສີຈິ້ນຜິງສອບຖາມວ່າ: “ກ່ານຊູ້ຍັງມີຈັກເມືອງບໍ່ມີທາງດ່ວນ?” ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຕອບວ່າ: “ກ່ານຊູ້ມີທັງໝົດ86ເມືອງ,ໃນນີ້, 31ເມືອງຍັງບໍ່ທັນມີທາງດ່ວນເຂົ້າເຖິງ, ຫຼາຍກວ່າ40ເມືອງຍັງບໍ່ເຄີຍສ້າງທາງລົດໄຟຜ່ານ”

 



ວັນທີ7 ມີນາ 2019 ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງກ່ານຊູ້ໃນກອງປະຊຸມຄັ້ງທີ2ສະພາປະຊາຊົນແຫ່ງຊາດຈີນຊຸດທີ13

   ປູ້ເລີ້ງໂກ່ວໃນທຸກມື້ນີ້ໄດ້ເກີດການປ່ຽນແປງແບບໜ້າມືເປັນຫຼັງມືແລ້ວ: ທາງຫຼວງເຂົ້າເຖິງບ້ານ, ມີນ້ຳປະປາ, ພູປ່ຽນເປັນສີຂຽວ, ຢູ່ພາຍໃນບ້ານມີເຮືອນໃໝ່ທີ່ທາຝາເຮືອນສີແດງແລະມຸງດິນຂໍສີຂີ້ເທົ່າຢັ່ງຢາຍໄປທົ່ວ, ເດັກນ້ອຍສາມາດເຂົ້າໂຮງຮຽນຢູ່ໃກ້ບ້ານ ສ່ວນຜູ້ເຖົ້າຜູ້ແກ່ກໍສາມາດປິ່ນປົວພະຍາດຢູ່ໃກ້ບ້ານເຊັ່ນດຽວກັນ. ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ອັດຕາມີທາງດ່ວນເຂົ້າເຖິງເມືອງຕ່າງໆຂອງແຂວງກ່ານຊູ້ໄດ້ບັນລຸເຖິງ93%, ກຸ່ມບ້ານທີ່ເກີດຕາມທຳມະຊາດມີທາງປູຢາງແລະທາງເບຕົງເຂົ້າເຖິງບັນລຸຫຼາຍກວ່າ90%.

 

   ໃນກອງປະຊຸມສອງສະພາປະຈຳປີ2013, ທ່ານສີຈິ້ນຜິງໄດ້ສອບຖາມຜູ້ແທນຈາກເຂດປົກຄອງຕົນເອງຊີ່ຈ້າງທີ່ເຂົ້າຮ່ວມກອງປະຊຸມວ່າ: ດຽວນີ້ຢູ່ເມືອງໂມທົວມີທາງຫຼວງແລ້ວບໍ່? ໃນກອງປະຊຸມຮ່ວມເປິກສາຫາລືຂອງຈຸສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປະຈຳປີ2020, ເພິ່ນໄດ້ສອບຖາມວ່າ ສະພາບການຄົມມະນາຄົມຢູ່ເມືອງອູໂຫຼງກຳແພງນະຄອນຈຸ່ງກິ່ງໃນປັດຈຸບັນເປັນແນວໃດ? ໃນໄລຍະກອງປະຊຸມສອງສະພາປະຈຳປີ2022, ເພິ່ນໄດ້ສອບຖາມດ້ວຍຄວາມຫ່ວງໃຍວ່າ “ພີ່ນ້ອງປະຊາຊົນຢູ່ບ້ານໜ້າຜາແຂວງເສສວນໄດ້ຍົກຍ້າຍລົງມາແລ້ວບໍ່?” … ການຮັບຮູ້ຂໍ້ຫຍຸ້ງຍາກດ້ານເສັ້ນທາງ, ຮັບຟັງການປ່ຽນແປງຂອງເສັ້ນທາງ, ສິ່ງທີ່ທ່ານສີຈິ້ນຜິງມີຄວາມຫ່ວງໃຍນັ້ນແມ່ນເສັ້ນທາງຄົມມະນາຄົມ ຍິ່ງເປັນເສັ້ນທາງແຫ່ງການພັດທະນາຕື່ມອີກ.

 

   ນັບແຕ່ປີ2012ເປັນຕົ້ນມາ, ວຽກງານຄົມມະນາຄົມຂົນສົ່ງຂອງຈີນໄດ້ຮັບຜົນສຳເລັດລັກສະນະປະຫວັດສາດແລະເກີດມີການປ່ຽນແປງລັກສະນະປະຫວັດສາດ, ເຊິ່ງໄດ້ສ້າງແລະສ້ອມແປງທາງຫຼວງຊົນນະບົດຍາວເຖິງ2,53ລ້ານກິໂລແມັດ, ໄດ້ແກ້ໄຂຂໍ້ຫຍຸ້ງຍາກດ້ານການປັບປຸງເສັ້ນທາງໃຫ້ເປັນທາງປູຢາງຫຼືທາງເບຕົງເຂົ້າເຖິງ1000ກວ່າຕາແສງ ແລະ100.000ກວ່າບ້ານບໍລິຫານ.

 

   ເມື່ອເບິ່ງໃນທົ່ວປະເທດຈີນແລ້ວ, ເຄືອຂ່າຍຄົມມະນາຄົມຂົນສົ່ງທາງຫຼວງທີ່ເຊື່ອມໂຍງເຊື່ອມຈອດ, ເຖິງບ້ານເຖິງຕາແສງ, ລົດເມເຂົ້າເຖິງບ້ານ, ປອດໄພແລະສະດວກວ່ອງໄວໄດ້ຄ່ອຍໆຈໍ່ຕົວຂຶ້ນ. ຢູ່ເຂດຊົນນະບົດອັນກວ້າງໃຫຍ່ໄພສານ,ສະພາບການ ທີ່“ມື້ແດດຂີ່ຝຸ່ນເຕັມໂຕ, ມື້ຝົນຂີ້ຕົມເຕັມໂຕ” ໄດ້ກາຍເປັນອະດີດໄປແລ້ວ, ສ່ວນ “ອອກເຮືອນມີທາງເບຕົງແລະກ້າວຂາຂຶ້ນລົດໂດຍສານເລີຍ” ໄດ້ກາຍເປັນຄວາມຈິງແລ້ວ.