ຊຸກຍູ້ຄວາມທັນສະໄໝແບບຈີນດ້ວຍກຳລັງການຜະລິດຮູບແບບໃໝ່

2024-03-08 10:54:16 CRI


ວັນທີ 7 ມີນານີ້, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສືບຕໍ່ດຳເນີນການເປິກສາຫາລືກັນ ໂດຍແບ່ງໜ່ວຍຄົ້ນຄວ້າຕາມແຕ່ລະວົງການ, ຄະນະກຳມະການສະພາໄດ້ຕັ້ງໜ້າປະກອບຄຳເຫັນໂດຍປິ່ນອ້ອມການເລັ່ງລັດພັດທະນາກຳລັງການຜະລິດຮູບແບບໃໝ່, ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ.

 

ຄະນະກຳມະການສະພາກ່າວວ່າ, ການພັດທະນາ ກຳລັງການຜະລິດຮູບແບບໃໝ່ ເປັນຄວາມຮຽກຮ້ອງພາຍໃນ ແລະ ຈຸດສຸມສຳຄັນໃນການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ປັດຈຸບັນນີ້, ເມື່ອປະເຊີນໜ້າກັບການປະຕິຮູບວິທະຍາສາດເຕັກນິກ ແລະ ການປ່ຽນແປງໃໝ່ຂອງອຸດສາຫະກຳຮອບໃໝ່, ຕ້ອງຍາດແຍ່ງກຳເອົາກາລະໂອກາດ, ເພີ່ມທະວີການປະດິດສ້າງໃໝ່, ຊຸກຍູ້ການເລັ່ງລັດພັດທະນາ ກຳລັງການຜະລິດຮູບແບບໃໝ່, ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາດ້ວຍຄຸນນະພາບສູງ.