ທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບວຽກງານສະຫະພັນແມ່ຍິງ

2024-03-08 09:01:36 cri





  ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວຄຳປາໄສສຳຄັນແລະຂຽນບົດຄວາມສຳຄັນຕ່າງໆ ເຊິ່ງມີເອກະລັກໂດດເດັ່ນ,ມີທັດສະນະຄະຕິອັນເລິກແລບແລະເນື້ອໃນອັນເລິກເຊິ່ງ. ຄຳປາໄສແລະບົດຄວາມສຳຄັນເຫຼົ່ານີ້ໄດ້ເຕັມໄປດ້ວຍພາສາທີ່ມີມົນສະເໜ່ ເຊິ່ງໄດ້ສ່ອງແສງໃຫ້ເຫັນຢ່າງແທ້ຈິງເຖິງແນວຄິດບໍລິຫານປະເທດຂອງທ່ານສີຈິ້ນຜິງ, ທັງເປັນການສ່ອງແສງໃຫ້ເຫັນຢ່າງມີຊີວິຊີວາເຖິງມົນສະເໜ່ທາງບຸກ ຄະລິກກະພາບ. ຕໍ່ໄປ, ພວກເຮົາຈະນຳສະເໜີທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບວຽກງານສະຫະພັນແມ່ຍິງ.

ສະຫະພັນແມ່ຍິງເປັນຂົວຕໍ່ແລະສື່ກາງໃຫ້ແກ່ພັກແລະລັດຖະບານກັບປະຊາຊົນເພດຍິງ, ໄດ້ເຮັດໜ້າທີ່ສຳຄັນໃນການເປັນຕົວແທນແລະປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍແລະການພັດທະນາແມ່ຍິງຢ່າງຮອບດ້ານ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນ ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກຫຼາຍຄັ້ງແລ້ວວ່າ: ການຕິດແທດແລະຮັບໃຊ້ແມ່ຍິງອັນມະຫາສານເປັນໜ້າທີ່ພື້ນຖານຂອງສະຫະພັນແມ່ຍິງ.

ປີ2013, ໃນເວລາໂອ້ລົມກັບຄະນະນຳຊຸດໃໝ່ຂອງສະຫະພັນແມ່ຍິງຈີນ, ທ່ານສີຈິ້ນຜິງ ໄດ້ກ່າວເນັ້ນໜັກໃຫ້ຜ່ານຈາກການໃຫ້ບໍລິການຕົວຈິງເພື່ອນຳເອົາຄວາມຮັກແພງເອົາໃຈໃສ່ຂອງພັກແລະລັດຖະບານ, ນຳເອົາຄວາມອົບອຸ່ນຈາກສະຫະພັນແມ່ຍິງໃນຖານະເປັນ “ຄອບຄົວຝ່າຍຍິງ” ໃຫ້ເຂົ້າເຖິງຈິດໃຈຂອງແມ່ຍິງອັນມະຫາຫານ.

ປີ2018, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກອີກຄັ້ງໜຶ່ງໃຫ້ຖືເອົາການຕິດແທດແລະຮັບໃຊ້ແມ່ຍິງເປັນເສັ້ນຊີວິດຂອງການປະຕິບັດວຽກງານ, ເປັນຄອບຄົວຝ່າຍຍິງທີ່ໄວ້ໃຈໄດ້,ເພິ່ງພາອາໄສໄດ້ແລະບໍ່ສາມາດປັດສະຈາກໄດ້.

ຄຳວ່າ “ຄອບຄົວຝ່າຍຍິງ”ທີ່ເຕັມໄປດ້ວຍຄວາມຮັກແພງອັນອົບອຸ່ນໄດ້ບົ່ງບອກໃຫ້ເຫັນວ່າ ສະຫະພັນແມ່ຍິງມີໜ້າທີ່ພິເສດແລະບົດບາດສຳຄັນໃນການຊຸກຍູ້ການພັດທະນາວຽກງານແມ່ຍິງຂອງຈີນ, ເຮັດໃຫ້ແມ່ຍິງມີສະຕິສູງໃນການເປັນສະມາຊິກໃນຄອບຄົວສະຫະພັນແມ່ຍິງແລະຮູ້ສຶກມີຄວາມປອດໄພຫຼາຍຂຶ້ນ, ເຊິ່ງໄດ້ກາຍເປັນກຳລັງໜູນອັນເຂັ້ມແຂງໃຫ້ກັບເພດຍິງຈີນນັບເປັນຮ້ອຍລ້ານຄົນ.

ເມື່ອເວົ້າເຖິງວຽກງານແມ່ຍິງ, ທ່ານສີຈິ້ນຜິງ ໄດ້ກ່າວຫຼາຍເທື່ອແລ້ວວ່າ: “ຕ້ອງສະໜັບສະໜູນແມ່ຍິງສ້າງຜົນງານແລະຄຸນງາມຄວາມດີ,ເພື່ອບັນລຸອຸດົມການແລະຄວາມໃຝ່ຝັນໃນຊີວິດ.” ພ້ອມດຽວກັນນັ້ນ, ເພິ່ນຍັງໄດ້ເນັ້ນໜັກວ່າ: “ສະຫະພັນແມ່ຍິງຕ້ອງເປັນເຈົ້າການເຄື່ອນໄຫວເຮັດວຽກ, ບ່ອນໃດທີ່ສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງແມ່ຍິງຖືກລະເມີດ, ສະຫະພັນແມ່ຍິງຢູ່ບ່ອນນັ້ນ ຕ້ອງອອກໜ້າສົ່ງສຽງຄວາມເປັນທຳ, ສ້າງສະພາບແວດລ້ອມ, ກຳຈັດອຸປະສັກແລະສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາແມ່ຍິງຢ່າງຮອບດ້ານຕາມລະບຽບກົດໝາຍ.”

ຄຳຊີ້ນຳຂອງທ່ານສີຈິ້ນຜິງໄດ້ຕອບສະໜອງກັບຄວາມປາດຖະໜາຂອງແມ່ຍິງຈີນນັບເປັນຮ້ອຍລ້ານຄົນ, ໄດ້ເພີ່ມແຮງຂັບເຄື່ອນອັນເຂັ້ມແຂງເຂົ້າໃນການບຸກເບີກແລະພັດທະນາຢ່າງມີຫົວຄິດປະດິດສ້າງຂອງສະຫະພັນແມ່ຍິງເຊິ່ງເປັນ “ຄອບຄົວຝ່າຍຍິງ”.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນ ເປັນຕົ້ນມາ,ກົນໄກແຫ່ງລັດເພື່ອປົກປ້ອງສິດຜົນປະໂຫຍດແມ່ຍິງຂອງຈີນໄດ້ເກີດມີພະລັງຊີວິດຢ່າງເຂັ້ມແຂງໃນການປະຕິບັດຕົວຈິງ.

ຄຳວ່າ “ຍຶດໝັ້ນໃນນະໂຍບາຍພື້ນຖານແຫ່ງຊາດຍິງຊາຍສະເໝີພາບກັນ, ປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງແມ່ຍິງ ແລະເດັກນ້ອຍ”ໄດ້ຖືກລະບຸເຂົ້າໃນບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ19 ແລະ ຄັ້ງທີ20ຂອງພັກກອມມູນິດຈີນ; ປະມວນກົດໝາຍແພ່ງ, ກົດໝາຍວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງຈາກຄອບຄົວ ລວມທັງກົດໝາຍແລະກົດລະບຽບຕ່າງໆໄດ້ເຮັດໃຫ້ສິດທິດ້ານຮ່າງກາຍຂອງແມ່ຍິງໄດ້ຮັບການປົກປ້ອງຢ່າງມີປະສິດທິຜົນ. ຈຳນວນເພດຍິງທີ່ເຂົ້າເຖິງລະບົບປະກັນສຸຂະພາບໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ອັດຕາການປົກຄຸມຂອງລະບົບປະກັນໄພການຖືພາແລະເກີດລູກໄດ້ເປີດກວ້າງອອກຢ່າງເດັ່ນຊັດ ແລະອື່ນໆ.

ການຊຸກຍູ້ການພັດທະນາວຽກງານແມ່ຍິງແມ່ນຕ້ອງຮັບປະກັນການສົ່ງຄວາມອົບອຸ່ນຈາກ “ຄອບຄົວຝ່າຍຍິງ” ໃຫ້ເຂົ້າເຖິງຈິດໃຈຂອງແມ່ຍິງອັນມະຫາສານ.

ທ່ານສີຈິ້ນຜິງໄດ້ຮຽກຮ້ອງມາຍັງພະນັກງານການນຳສະຫະພັນແມ່ຍິງທຸກຂັ້ນໃຫ້ວາງໂຕຕ່ຳລົງ,ລົງສູ່ຮາກຖານ,ຊອກເຫັນສະພາບຄວາມເປັນຈິງທີ່ສຸດດ້ວຍຕາ, ຮັບຟັງສຽງທີ່ແທ້ຈິງທີ່ສຸດດ້ວຍຫູ, ພ້ອມທັງໄດ້ເນັ້ນໜັກໃຫ້ເຮັດສິ່ງທີ່ດີ,ແກ້ໄຂຄວາມຫຍຸ້ງຍາກແລະເຮັດວຽກຕົວຈິງໃຫ້ກັບແມ່ຍິງຜູ້ມີຄວາມຫຍຸ້ງຍາກເຊັ່ນ: ແມ່ຍິງຜູ້ພິການ,ແມ່ຍິງຜູ້ເຝົ້າເຮືອນເບິ່ງແຍງຄອບຄົວແລະອື່ນໆ.

ປີ2016, ຈີນໄດ້ພິມແລະເຜີຍແຜ່ແຜນການປະຕິຮູບສະຫະພັນແມ່ຍິງທົ່ວປະເທດ, ວາງມາດຕະການສຳຄັນຕ່າງໆ ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມໝັ້ນໃຈຂອງ “ຄອບຄົວຝ່າຍຍິງ”ທີ່ສາມາດໄວ້ໃຈໄດ້ແລະເພິ່ງພາອາໄສໄດ້,ກໍຄືສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈທີ່ກ້າອອກສຽງຄວາມເປັນທຳ, ບຸກບືນປົກປ້ອງສິດຂອງແມ່ຍິງ, ລົງຮາກຖານຮັບໃຊ້ແມ່ຍິງ, ເຮັດສິ່ງທີ່ດີເພື່ອແມ່ຍິງອັນມະຫາສານຢ່າງຈິງໃຈ.

ປັດຈຸບັນ, ໜ່ວຍງານແມ່ຍິງຈຳນວນ 1,08ລ້ານໜ່ວຍ, “ບ້ານເຮືອນແມ່ຍິງ”  ແລະ “ບ້ານເຮືອນແມ່ຍິງທາງວີແຊັດ” ຈຳນວນ9ແສນແຫ່ງ ໄດ້ ແຈກຢາຍຢູ່ຕາມເຂດຊຸມຊົນໃນຕົວເມືອງແລະຊົນນະບົດທົ່ວປະເທດຈີນ, ຄະນະບໍລິຫານງານສະຫະພັນແມ່ຍິງທຸກຂັ້ນທີ່ມີພະນັກງານເກືອບ 7 ລ້ານຄົນໄດ້ເຄື່ອນໄຫວເຮັດວຽກຢ່າງເປັນຂະບວນຟົດຟື້ນຢູ່ຂັ້ນຮາກຖານແລະໃຫ້ບໍລິການຢູ່ອ້ອມຂ້າງແມ່ຍິງອັນມະຫາສານ.

ນອກນີ້, “ຂະບວນການແມ່ຍິງພັດທະນາຊົນນະບົດໃຫ້ຈະເລີນ”ໄດ້ຮັບການຊຸກຍູ້ປະຕິບັດລົງສູ່ລວງກວ້າງແລະລວງເລິກ, ຂະນະທີ່ “ຂະບວນການແມ່ຍິງສ້າງທຸລະກິດແລະປະດິດສ້າງ”ໄດ້ສຸມໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງແມ່ຍິງ, ໂຄງການ “ອິນເຕີເນັດ+ການສຶກສາ”ໄດ້ຊ່ວຍຊຸກຍູ້ເພດຍິງຫຼາຍກວ່າເກົ່າໄດ້ຮ່ຳຮຽນເພື່ອສ້າງຕົວເອງໃຫ້ເປັນຜູ້ມີຄວາມຮູ້ຄວາມສາມາດ, ສະຫະພັນແມ່ຍິງທຸກຂັ້ນໄດ້ຕັ້ງໜ້າສ້າງເຄືອຂ່າຍບໍລິການດ້ານການແນະນຳການສຶກສາຂອງຄອບຄົວ.

“ຄອບຄົວຝ່າຍຍິງ”ເປັນສັນຍາລັກໃຫ້ແກ່ບ່ອນເພິ່ງທີ່ເຂັ້ມແຂງ, ການຄ້ຳຊູທີ່ແຂງແຮງ ແລະການຮັບປະກັນດ້ານການພັດທະນາ, ບໍ່ພຽງແຕ່ເປັນບ່ອນພັກທີ່ອົບອຸ່ນສຳລັບແມ່ຍິງໃນເວລາຕົກຕ່ຳດ້ານຊີວິດການເປັນຢູ່ແລະວຽກງານເທົ່ານັ້ນ ຍັງເປັນການຄ້ຳຊູອັນສຳຄັນບົນເສັ້ນທາງທີ່ເພດຍິງອັນມະຫາສານບຸກບືນຜ່ານຜ່າອຸປະສັກຕ່າງໆແລະກ້າວເດີນໄປຂ້າງໜ້າຢ່າງກ້າຫານຕື່ມອີກ.

ເມື່ອຫວນຄືນເຖິງປະຫວັດສາດ, ພາຍໃຕ້ແອກຂອງລະບອບສັງຄົມສັກດິນາມາເປັນເວລາ2.000ກວ່າປີ, ແມ່ຍິງຈີນເຄີຍປະສົບກັບຄວາມທຸກທໍລະມານແລະຖືກກົດຂີ່ຢ່າງໜັກໜ່ວງ.

ແຕ່ໃນທຸກມື້ນີ້, ຊາຕາກຳຂອງແມ່ຍິງຈີນໄດ້ເກີດມີການປ່ຽນແປງຢ່າງສິ້ນເຊີງ, ຢູ່ໃນຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດ, ສັງຄົມ, ຊີວິດການເປັນຢູ່, ວັດທະນະທຳແລະອື່ນໆ, ແມ່ຍິງນັບເປັນຮ້ອຍລ້ານຄົນໄດ້ບຸກເບີກສ້າງຄວາມຄວາມກ້າວໜ້າ, ສ້າງຄຸນງາມຄວາມດີ, ສ້າງຊີວິດຕົນໃຫ້ມີຄຸນຄ່າ, ການທີ່ແມ່ຍິງເປັນກຳລັງແຮງເຄິ່ງໜຶ່ງຂອງພົນລະເມືອງ ໄດ້ກາຍເປັນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້.

ທ່ານສີຈິ້ນຜິງເຄີຍໃຫ້ຄຳຊີ້ນຳວ່າ: “ຕ້ອງຖືເອົາການຕິດແທດແລະຮັບໃຊ້ແມ່ຍິງເປັນເສັ້ນຊີວິດຂອງການປະຕິບັດວຽກງານ, ເປັນຄອບຄົວຝ່າຍຍິງທີ່ໄວ້ໃຈໄດ້,ເພິ່ງພາອາໄສໄດ້ແລະບໍ່ສາມາດປັດສະຈາກໄດ້.”

ຄຳສັ່ງສອນດ້ວຍຄວາມສຳຄັນດັ່ງກ່າວນີ້ ບໍ່ພຽງແຕ່ເປັນການຝາກຄວາມຫວັງແລະຄຳຊີ້ນຳຕໍ່ວຽກງານສະຫະພັນແມ່ຍິງເທົ່ານັ້ນ, ຍັງເປັນຄຳໝັ້ນສັນຍາຂອງພັກກອມມູນິດຈີນທີ່ໃຫ້ໄວ້ກັບແມ່ຍິງຈີນນັບເປັນຮ້ອຍລ້ານຄົນເພື່ອຮ່ວມກັນສ້າງສາຊີວິດທີ່ດີງາມແລະຮ່ວມກັນຊົມໃຊ້ຜົນງານດ້ານການພັດທະນາອີກດ້ວຍ.