ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 2

2024-03-08 09:58:47 cri

ເວລາ 9 ໂມງເຊົ້າຂອງວັນທີ 8 ມີນານີ້, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 2 ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ແລະ ຜູ້ນຳພັກລັດທ່ານອື່ນໆໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.