ທ່ານສີຈິ້ນຜິງ: ຄວນສຳຜັດຮູ້ຢ່າງເລິກເຊິ່ງກັບຫໍພິພິທະພັນໃຫ້ຫຼາຍຂຶ້ນ

2024-03-09 17:23:41 cri

 

ວັນທີ5ມີນານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງຈ່ຽງຊູທີ່ເພິ່ນສັງກັດຢູ່ນັ້ນໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ2ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14ຢູ່ນະຄອນຫຼວງປັກກິ່ງ.

 


ນະຄອນນານກິ່ງ

ນະຄອນນານກິ່ງ ເທດສະບານແຂວງຈ່ຽງຊູ ເປັນ “ລາຊະທານີຂອງ6ລາຊະວົງໃນສະໄໝບູຮານຈີນ”, ແມ່ນແຕ່ດິນຈີ່,ດິນຂໍກໍມີຮ່ອງຮອຍປະຫວັດສາດ, ຕາມຮ່ອມຖະໜົນອັນເກົ່າແກ່ແມ່ນໄດ້ບົ່ງບອກເຖິງປະຫວັດສາດອັນດົນນານ.

 



ທ່ານນາງ ຊົ້ງຢ້ຽນ ຜູ້ແທນສະພາປະຊາຊົນແຫ່ງຊາດ

ທ່ານນາງ ຊົ້ງຢ້ຽນ ຜູ້ແທນສະພາປະຊາຊົນແຫ່ງຊາດທີ່ມາຈາກຫໍພິພິທະພັນນະຄອນນານກິ່ງໄດ້ເລົ່າເລື່ອງລາວກ່ຽວກັບການກໍ່ສ້າງຫໍພິພິທະພັນ6ລາຊະວົງສູ່ທ່ານສີຈິ້ນຜິງຟັງວ່າ: “ເກັບກຳດິນຈີ່ທຸກກ້ອນເຂົ້າສາງ, ປົກປັກຮັກສາກຳແພງເມືອງ.” ໃນໄລຍະ8ປີຜ່ານມານີ້, ເຂົາເຈົ້າໄດ້ເກັບທ້ອນໂຮມດິນຈີ່ຂອງກຳແພງເມືອງສະໄໝລາຊະວົງມິງທີ່ແຈກຢາຍຢູ່ທ້ອງຖິ່ນຕ່າງໆໂດຍສາມາດເກັບຄືນໄດ້400.000ກວ່າກ້ອນ, ເຊິ່ງເປັນພາບຫຍໍ້ອັນມີຊີວິດຊີວາທີ່ສະທ້ອນໃຫ້ເຫັນເຖິງການອະນຸລັກຮັກສາວັດຖຸບູຮານຂອງຫໍພິພິທະພັນຈຳນວນ6000ກວ່າແຫ່ງໃນທົ່ວປະເທດຈີນ.

 

ທ່ານສີຈິ້ນຜິງໄດ້ຕັ້ງໃຈຮັບຟັງແລ້ວເວົ້າວ່າ: “ຂ້າພະເຈົ້າມັກຢ້ຽມຊົມຫໍພິພິທະພັນມາແຕ່ຍັງນ້ອຍ, ໃນຍາມໄວເດັກ, ຂ້າພະເຈົ້າໄດ້ຢ້ຽມຊົມຫໍພິພິທະພັນຢູ່ນະຄອນຫຼວງປັກກິ່ງເກືອບທຸກແຫ່ງແລ້ວ.” ເພິ່ນຍັງໄດ້ຫວນຄືນຄວາມຫຼັງຕອນຍັງນ້ອຍ ຂີ່ລົດຖີບໄປໂຮງຮຽນ ໄດ້ຜ່ານກາຍກຳແພງເມືອງເກົ່າຂອງປັກກິ່ງ, ຈົນມາເຖິງທຸກມື້ນີ້ຍັງຈື່ຈຳໄດ້ເປັນຢ່າງດີ.

 

ການເຮັດໃຫ້ວັດຖຸບູຮານທີ່ເກັບຮັກສາໄວ້ຢູ່ໃນຫໍພິພິທະພັນ, ມໍລະດົກທີ່ແຈກຢາຍຢູ່ຕາມດິນແດນປະເທດຊາດອັນກວ້າງໃຫຍ່ໄພສານກໍຄືຕົວໜັງສືໃນປຶ້ມຕຳລາບູຮານລ້ວນແຕ່ຟື້ນຟູຄວາມມີຊີວິດຊີວາຂຶ້ນ ເຊິ່ງເປັນພາລະກຳອັນໜັກໜ່ວງ. ທ່ານສີຈິ້ນຜິງໄດ້ຊີ້ນຳໃຫ້ທ່ານນາງຊົ້ງຢ້ຽນກໍຄືຜູ້ເຮັດວຽກອະນຸລັກວັດຖຸບູຮານອັນມະຫາສານວ່າ: “ຕ້ອງເຮັດວຽກງານຫໍພິພິທະພັນໃຫ້ດີ. ສ້າງຫໍພິພິທະພັນໃຫ້ສົມບູນກວ່າເກົ່າແລະເປັນລະບົບກວ່າເກົ່າ, ພ້ອມທັງເສີມຂະຫຍາຍບົດບາດຂອງຫໍພິພິທະພັນໃນດ້ານການສຶກສາອົບຮົມ.”

 

ຄວນສືບສານວັດທະນະທຳແລະປະຫວັດສາດໃຫ້ຍືນຍົງຕໍ່ໄປຄືແນວໃດ? ທ່ານສີຈິ້ນຜິງໄດ້ມີການຄົ້ນຄິດຢ່າງຫຼວງຫຼາຍ, ເພິ່ນຫວັງໃຫ້ປະຊາຊົນທັງຫຼາຍໂດຍສະເພາະແມ່ນຊາວໜຸ່ມເຍົາວະຊົນໄດ້ສຳຜັດຮູ້ຢ່າງເລິກເຊິ່ງກັບຫໍພິພິທະພັນໃຫ້ຫຼາຍຂຶ້ນເພື່ອເພີ່ມທະວີສະຕິປະຫວັດສາດຕື່ມອີກ.

 

   ຂະບວນວິວັດປະຫວັດສາດເປັນປັດໄຈປະກອບສ່ວນສ້າງບັນຍາກາດຂອງຍຸກສະໄໝ.ທ່ານສີຈິ້ນຜິງເວົ້າວ່າ: “ພວກເຮົາມາແຕ່ໃສ?ຈະໄປໃນທິດທາງໃດ? ຈີນມາເຖິງທຸກມື້ນີ້, ຂ້າພະເຈົ້າໄດ້ເຕືອນສະຕິຕົນເອງຢູ່ຕະຫຼອດວ່າ ຕ້ອງມີສະຕິປະຫວັດສາດຄືແບບນີ້.” ຄຳເວົ້າຂອງທ່ານສີຈິ້ນຜິງປະໂຫຍກນີ້ໄດ້ສືບທາວຫາກົກເຄົ້າປະຫວັດສາດ, ທັງໄດ້ສອດຫ້ອຍຢູ່ໃນພຶດຕິກຳອັນມີຊີວິດຊີວາແຫ່ງການບໍລິຫານປະເທດ.

 

ຢືນຢູ່ບົນພື້ນຖານປະຫວັດສາດອັນແໜ້ນໜາ ຈ້ອງມອງເບິ່ງອະນາຄົດ. ອະລິຍະທຳຈີນທີ່ສືບທອດມາເປັນເວລາ5.000ປີໂດຍບໍ່ຂາດສະບັ້ນ ໄດ້ຊຸບຫຼໍ່່ຊົນຊາດຈີນທີ່ຍິ່ງໃຫຍ່, ຊົນຊາດນີ້ຍັງຄົງຈະຍິ່ງໃຫຍ່ສືບຕໍ່ໄປ.