ທ່ານສີຈິ້ນຜິງ: ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ແມ່ນວ່າຈະເບິ່ງຂ້າມແລະປະຖິ້ມອຸດສາຫະກຳດັ້ງເດີມ

2024-03-09 15:48:39 cri



 

ວັນທີ5ມີນານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງຈ່ຽງຊູທີ່ເພິ່ນສັງກັດຢູ່ນັ້ນໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ2ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14ຢູ່ນະຄອນຫຼວງປັກກິ່ງ.

 



ທ່ານນາງ ຊຸ່ນຈິງໜານ ຜູ້ແທນສະພາປະຊາຊົນແຫ່ງຊາດ

 ທ່ານນາງຊຸ່ນຈິງໜານ ຜູ້ແທນສະພາປະຊາຊົນແຫ່ງຊາດ ເປັນຊ່າງຈອດຂອງບໍລິສັດລົດຍົນຜູເຈີ້ນນານກິ່ງຂອງກຸ່ມບໍລິສັດຈົ່ງເຊີຈີນຈຳກັດຫຼືCRRC, ເມື່ອເວົ້າເຖິງເລື່ອງການຈອດເຫຼັກ,ລາວຮູ້ດີເກືອບໝົດທຸກຢ່າງ. ໃນເວລາສົນທະນາກັບທ່ານສີຈິ້ນຜິງແບບເຊິ່ງໜ້າ,  ລາວໄດ້ເລົ່າຄວາມຮູ້ສຶກປະທັບໃຈຂອງຕົນສູ່ຟັງວ່າ:

 

“ນັບຕັ້ງແຕ່ຮຽນຈົບຈາກໂຮງຮຽນວິຊາຊີບຊັ້ນສູງເມື່ອປີ1990ເປັນຕົ້ນມາ, ຈາກລົດໄຟໂດຍສານດັ້ງເດີມຈົນຮອດລົດໄຟໃຕ້ດິນ, ລົດໄຟຄວາມໄວສູງEMU, ຈາກເຕັກນິກທີ່ນຳເຂົ້າຈາກຕ່າງປະເທດຈົນຮອດການຄົ້ນຄວ້າພັດທະນາເຕັກນິກດ້ວຍຕົນເອງຢ່າງເປັນບໍລິເວນກວ້າງ, ຕະຫຼອດໄລຍະ 30 ກວ່າປີຜ່ານມາ, ຂ້າພະເຈົ້າໄດ້ເປັນສັກຂີພິຍານໃຫ້ແກ່ຂະບວນການບຸກບືນກ້າວຂຶ້ນຂອງຄົມມະນາຄົມມີລາງປະເທດພວກເຮົາທີ່ຫັນຈາກ ‘ຜູ້ແລ່ນໄລ່ຕາມ’ ກາຍເປັນ ‘ຜູ້ແລ່ນນຳໜ້າ’”

 

ຄຳເວົ້າຂອງທ່ານນາງ ຊຸ່ນຈິງໜານຄືໄດ້ວາດພາບໃຫ້ເຫັນຍຸກສະໄໝທີ່ຍິ່ງໃຫຍ່ແລະສະຫງ່າງາມ. ເມື່ອທ່ານສີຈິ້ນຜິງຟັງແລ້ວກໍເວົ້າດ້ວຍຄວາມປະທັບໃຈວ່າ: “ພາຍຫຼັງສປຈີນສະຖາປະນາຂຶ້ນມາແລ້ວ, ປະເທດເຮົາທຸກຍາກບໍ່ມີຫຍັງເລີຍ, ຈາກບໍ່ມີຮອດມີ, ຈາກການນຳເຂົ້າເຕັກນິກຕ່າງປະເທດເພື່ອຮ່ຳຮຽນເອົາຈົນຮອດການພັດທະນາ ແມ່ນໄດ້ຜ່ານສອງໄລຍະຕາມລຳດັບ.”

 

ໄລຍະທຳອິດແມ່ນນັບແຕ່ສປຈີນສະຖາປະນາຂຶ້ນຈົນຮອດກ່ອນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ, ທ່ານສີຈິ້ນຜິງອະທິບາຍໃຫ້ຮູ້ວ່າ: “ໄລຍະນີ້ເປັນໄລຍະທີ່ສ້າງພື້ນຖານ, ຖ້າບໍ່ມີພື້ນຖານອັນນີ້ກໍບໍ່ມີການພັດທະນາຢ່າງວ່ອງໄວຫຼັງຈາກດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ.” ສ່ວນໄລຍະທີສອງແມ່ນພາຍຫຼັງດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ. ທ່ານສີຈິ້ນຜິງເວົ້າຕື່ມວ່າ: “ໃນເບື້ອງຕົ້ນແມ່ນເຮັດການຄ້າແບບ “3ມາ1ທົດແທນ”, ຕໍ່ມາໄດ້ຂະຫຍາຍຕົວເຖິງຂັ້ນມີເປັນຂອງຕົນເອງໝົດ.”

 



ລົດໄຟຄວາມໄວສູງ

ທ່ານສີຈິ້ນຜິງໄດ້ເວົ້າຕື່ມວ່າ: “ເມື່ອຄິດໄປແລ້ວ,ຈັ່ງແມ່ນຮູ້ສຶກພາກພູມໃຈຫຼາຍ.ຂໍຍົກເອົາດ້ານຄົມມະນາຄົມເປັນຕົວຢ່າງ, ປັດຈຸບັນ, ປະລິມານການຈຳໜ່າຍລົດຍົນຂອງປະເທດເຮົາແມ່ນຄອງອັນດັບໜຶ່ງຢູ່ໃນໂລກ, ລົດພະລັງງານໃໝ່ແມ່ນດີທີ່ສຸດ, ໄລຍະທາງດ່ວນແມ່ນຍາວທີ່ສຸດຢູ່ໃນໂລກ. ເຕັກນິກລົດໄຟຄວາມໄວສູງກ້າວອອກໄປສູ່ຕ່າງປະເທດ, ເຕັກນິກຄົມມະນາຄົມມີລາງໃນຕົວເມືອງ, ກຳປັ່ນກໍໄດ້ກ້າວໄປສູ່ຕ່າງປະເທດເຊັ່ນດຽວກັນ, ເຮືອບິນຂະໜາດໃຫຍ່ພວກເຮົາກໍໄດ້ຜະລິດອອກມາແລ້ວ, ກຳປັ່ນສຸດຍອດ 3 ປະເພດ ເຊິ່ງເປັນ ‘3ໄຂ່ມຸກໃຫຍ່’ໃນຂະແໜງການຕໍ່ເຮືອກໍເຊັ່ນດຽວກັນ.”

 



ເຮືອບິນຂະໜາດໃຫຍ່C919 ທີ່ຈີນຜະລິດເອງ

 ຜົນສຳເລັດທີ່ຍາດມາໄດ້ແມ່ນອາໄສຫຍັງ? ກໍແມ່ນອາໄສການປະຕິຮູບ,ເປີດປະຕູສູ່ພາຍນອກ, ຮັກສາທາດແທ້ແລະປະດິດສ້າງ, ແມ່ນອາໄສປະຊາຊົນນັບເປັນຕື້ຄົນບຸກບືນສູ້ຊົນຢ່າງຕໍ່ເນື່ອງແລະກ້າວເດີນໄປຂ້າງໜ້າຢ່າງກ້າຫານ.

 

ໃນຖານະເປັນນາຍຊ່າງທີ່ເຮັດວຽກຢູ່ແຖວໜ້າ, ທ່ານນາງ ຊຸ່ນຈິງໜານໄດ້ປະກອບຄຳເຫັນໂດຍແບ່ງປັນຄວາມຄິດຂອງຕົນວ່າ: “ນາຍຊ່າງແມ່ນຫຍັງ? ກໍແມ່ນເຂັ້ມງວດຕໍ່ຕົນເອງໃນການເຮັດວຽກທຸກຢ່າງໃນຂົງເຂດວິຊາການຂອງຕົນ, ຕ້ອງຜ່ານການຝຶກຝົນຫຼໍ່ຫຼອມຈຶ່ງຈະສາມາດບັນລຸການບຸກທະລຸໄດ້.”

 

ທ່ານ ສີຈິ້ນຜິງ ໄດ້ເວົ້າຕໍ່ວ່າ: “ນາຍຊ່າງຊາດໃຫຍ່ຄືຫຼັກຫີນພື້ນຖານແລະເສົາຄ້ຳອາຄານໃຫຍ່ແຫ່ງປະຊາຊາດຈີນພວກເຮົາ.ຂະແໜງການຄົມມະນາຄົມພັດທະນາໄປແຕ່ລະບາດກ້າວ, ສາມາດກ້າວຂຶ້ນສູ່ແຖວໜ້າຂອງໂລກ, ໃນນີ້ ສິ່ງສຳຄັນທີ່ສຸດແມ່ນນາຍຊ່າງ.ມີແຕ່ເຈັ້ຍແຕ້ມແບບທີ່ດີຍັງບໍ່ພຽງພໍເທື່ອ, ໃນທີ່ສຸດກໍຕ້ອງມອບໃຫ້ຊ່າງຈອດເປັນຜູ້ເຮັດຕົວຈິງ, ‘ຖ້າຫາກບໍ່ມີເຄື່ອງເຈາະຫົວເພັດ ຢ່າເຮັດວຽກເຄື່ອງເຄືອບ’”.

 

ອາຊີວະສຶກສາຄືດິນອຸດົມສົມບູນທີ່ບຳລຸງສ້າງນາຍຊ່າງ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກຕື່ມວ່າ: “ຕ້ອງພັດທະນາອາຊີວະສຶກສາໃຫ້ດີ, ຕ້ອງສ້າງໃຫ້ມີຈິດໃຈນາຍຊ່າງ, ຮັບປະກັນເງື່ອນໄຂດ້ານສະຫວັດດີການຂອງເຂົາເຈົ້າໃຫ້ດີ. ຕ້ອງບຳລຸງສ້າງນາຍຊ່າງຊາດໃຫຍ່ຢູ່ແຖວໜ້າເປັນຈຳນວນຫຼວງຫຼາຍໃຫ້ໄດ້, ເຂົາເຈົ້າເປັນກຳລັງຫຼັກແຫຼ່ງ.”

 

 ອຸດສາຫະກຳການຜະລິດເປັນເວທີສ້າງສິ່ງມະຫັດສະຈັນຂອງນາຍຊ່າງ ຊາດໃຫຍ່. ຈ່ຽງຊູເປັນແຂວງໃຫຍ່ດ້ານອຸດສາຫະກຳການຜະລິດຂອງຈີນ. ປີ2023ຜ່ານມາ, ລວມຍອດຜະລິດຕະພັນພາຍໃນຫຼືGDPຂອງແຂວງນີ້ໄດ້ບັນລຸເຖິງ12.800ຕື້ຢວນ ກວມເອົາ10%ຂອງທົ່ວປະເທດ. ໃນຫຼາຍປີຜ່ານມານີ້, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຕິດຕາມການພັດທະນາຂອງແຂວງຈ່ຽງຊູມາໂດຍຕະຫຼອດ ເພິ່ນຄອງຄອຍວ່າແຂວງຈ່ຽງຊູຈະສາມາດແບກຫາບໜ້າທີ່ອັນໜັກໜ່ວງໃນຂະບວນການຄວາມທັນສະໄໝແບບຈີນ: “ຕ້ອງກຳແໜ້ນທຸກກາລະໂອກາດທີ່ເອື້ອອຳນວຍ, ນຳໃຊ້ເງື່ອນໄຂທີ່ເອື້ອອຳນວຍທຸກຢ່າງ, ເມື່ອມີເປົ້າໝາຍຄັກແນ່ແລ້ວກໍເລັ່ງລົງມືເຮັດ, ປຸກລະດົມຄວາມຫ້າວຫັນຂອງທຸກດ້ານມາເຮັດນຳກັນ.”

 

ຖ້າຢາກກ້າວເດີນໄປຂ້າງໜ້າໄດ້ດີ, ຕ້ອງມີຄວາມເດັດດ່ຽວແລະຍັງຕ້ອງມີສະຕິ. ເມື່ອເວົ້າເຖິງກຳລັງການຜະລິດໃນຄຸນນະພາບໃໝ່, ທ່ານສີຈິ້ນຜິງໄດ້ມີຄຳຊີ້ນຳຕາມຫຼັກການສັດຈະວິພາກ:

 

“ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ແມ່ນວ່າຈະເບິ່ງຂ້າມແລະປະຖິ້ມອຸດສາຫະກຳດັ້ງເດີມ, ຕ້ອງປ້ອງກັນບໍ່ໃຫ້ເຫີ່ກັນເຮັດແລະເຮັດແບບ ເສດຖະກິດ‘ຟອງສະບູ’ ແຕ່ບໍ່ຄວນເຮັດໃນຮູບແບບດຽວ. ບັນດາທ້ອງຖິ່ນຕ້ອງຍຶດໝັ້ນເລີ່ມຈາກສະພາບຕົວຈິງ, ສ້າງອັນໃໝ່ຂຶ້ນກ່ອນແລ້ວຈຶ່ງຍົກເລີກອັນເກົ່າ,ອີງໃສ່ສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ, ຊີ້ນຳຕາມທຸກປະເພດ. ອີງໃສ່ທ່າແຮງດ້ານຊັບພະຍາກອນ, ພື້ນຖານອຸດສາຫະກຳ, ເງື່ອນໄຂດ້ານການຄົ້ນຄວ້າວິທະຍາສາດ ແລະອື່ນໆ ຂອງທ້ອງຖິ່ນຕົນ, ຊຸກຍູ້ການພັດທະນາອຸດສາຫະກຳໃໝ່, ຮູບແບບໃໝ່ແລະແຮງຂັບເຄື່ອນໃໝ່ຢ່າງມີການເລືອກເຟັ້ນ, ນຳໃຊ້ເຕັກນິກໃໝ່ປັບປຸງແລະຍົກລະດັບອຸດສາຫະກຳດັ້ງເດີມ, ຕັ້ງໜ້າຊຸກຍູ້ການພັດທະນາອຸດສາຫະກຳໃຫ້ມີລະດັບສູງ,ຫັນເປັນແບບອັດສະລິຍະແລະແບບສີຂຽວ. ”