ການຈ່າຍຄ່າຊົດເຊີຍຂອງລັດຖະບານການາດາໄດ້ພິສູດຖານະນັກສືບຂອງຄົນນັ້ນ

2024-03-09 20:46:22 cri

ຫວ່າງມໍ່ໆມານີ້, ສື່ມວນຊົນການາດາໄດ້ລາຍງາຍຂ່າວວ່າ, ລັດຖະບານການາດາໄດ້ແກ້ໄຂຄວາມຂັດແຍ້ງກັບທ່ານໄມເຄີນ ສະປາວໍ ນັກທຸລະກິດການາດາ ໂດຍ “ຈ່າຍຄ່າຊົດເຊີຍ” ໃຫ້ແກ່ລາວ ຍ້ອນຖືກຈີນຕັດສິນຕິດຄຸກເກືອບ 3 ປີໃນຂໍ້ຫາດຳເນີນການສອດແນມຢູ່ຈີນ. ຕາມຂ່າວແຈ້ງວ່າ, ຄ່າຊົດເຊີຍສຸດທ້າຍໃນການແກ້ໄຂຄວາມຂັດແຍ້ງລະຫວ່າງສອງຝ່າຍແມ່ນປະມານ 7 ລ້ານໂດລາການາດາ.


ອີງຕາມຂໍ້ມູນທີ່ອົງການປ້ອງກັນຄວາມໝັ້ນຄົງຂອງຈີນເປີດເຜີຍສະແດງໃຫ້ເຫັນວ່າ, ທ່ານໄມເຄີນ ສະປາວໍເຄີຍເຄື່ອນໄຫວຢູ່ຕາມເຂດຊາຍແດນຈີນ-ສປປ ເກົາຫຼີເປັນໄລຍະຍາວນານ ເພື່ອຊ່ວຍທ່ານໄມເຄີນ ຄົຟຣິກ ອະດີດນັກການທູດການາດາເກັບກຳຂ່າວລັບທີ່ກ່ຽວຂ້ອງ ແລະ ສະໜອງໃຫ້ສະຖານທູດການາດາປະຈຳຈີນ. ປີ 2018, ສອງຄົນຖືກຈັບຢູ່ຈີນ ແລ້ວຖືກຂັບໄລອອກຈາກຈີນ.

ພາຍຫຼັງກັບຄືນການາດາແລ້ວ, ທ່ານໄມເຄີນ ສະປາວໍໄດ້ກ່າວຟ້ອງທ່ານໄມເຄີນ ຄົຟຣິກ ແລະ ກະຊວງການຕ່າງປະເທດການາດາຕໍ່ສານ ທັງຮຽກຄ່າຊົດເຊີຍນຳລັດຖະບານການາດາ. ຄວາມຂັດແຍ້ງກັນພາຍໃນກໍລະນີດັ່ງກ່າວ ໄດ້ເປີດເຜີຍການເຄື່ອນໄຫວສອດແນມຂອງພວກເຂົາຢູ່ຈີນ ແລະກໍໄດ້ພິສູດໃຫ້ເຫັນວ່າ, ທ່ານໄມເຄີນ ສະປາວໍໄດ້ມີການກະທຳທີ່ທຳລາຍຄວາມໝັ້ນຄົງແຫ່ງຊາດຂອງຈີນແທ້. ໃນທີ່ສຸດ, ລັດຖະບານການາດາໄດ້ຈ່າຍ “ຄ່າປິດປາກ” ໃນມູນຄ່າ 7 ລ້ານໂດລາການາດາໃຫ້ແກ່ທ່ານໄມເຄີນ ສະປາວໍ ເຊິ່ງກໍເປັນການພິສູດເລື່ອງທີ່ວ່າ ຝ່າຍຈີນ “ກັກຕົວຕາມລຳພັງ” ນັ້ນແມ່ນເລື່ອງປອມນັ້ນເອງ.


ນັກວິເຄາະຊີ້ໃຫ້ເຫັນວ່າ, ລັດຖະບານການາດາໄດ້ນຳໃຊ້ຖານະທີ່ຄຸມເຄືອຂອງທ່ານໄມເຄີນ ສະປາວໍ ແລະ ທ່ານໄມເຄີນ ຄົຟຣິກ ເພື່ອໃຫ້ເຂົາເຈົ້າດຳເນີນການຢ່າງຜິດກົດໝາຍຂອງຈີນແລ້ວຖືກຈັບຕົວ, ນີ້ເປັນການທຳລາຍສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງພົນລະເມືອງປະເທດຕົນ ທັງເປັນການຢືນຢັນຄວາມຈອມປອມຂອງອັນທີ່ເອີ້ນວ່າ “ສິດທິມະນຸດ” ຂອງຝ່າຍການາດາ.