ນາຍົກມາເລເຊຍ ຕຳນິປະເທດຕາເວັນຕົກເຫັນແກ່ຜົນປະໂຫຍດສ່ວນຕົວ ໂດຍໃຊ້ສອງມາດຕະຖານ

2024-03-09 16:46:05 cri


   ວັນທີ7ມີນານີ້, ທ່ານອັນວາຣ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ທີ່ພວມຢ້ຽມຢາມອົດສະຕຣາລີ ໄດ້ກ່າວປາຖະກະຖາຢູ່ມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ ທີ່ນະຄອນຫຼວງແຄັນເບີຣາ ໂດຍກ່າວໂຈມຕີປະເທດຕາເວັນຕົກ ທີ່ປະຕິບັດສອງມາດຕະຖານ ຢ່າງບັງອາດຕໍ່ກົດໝາຍສາກົນຄື “ຫາກມີປະໂຫຍດຈະນຳໃຊ້, ຫາກບໍ່ມີປະໂຫຍດຈະປະຖິ້ມ”.

   ທ່ານອັນວາຣຊີ້ໃຫ້ເຫັນວ່າ: ປະເທດຕາເວັນຕົກໃຊ້ສອງມາດຕະຖານ ແລະ ນຳໃຊ້ກົດ  ໝາຍສາກົນຢ່າງມີການເລືອກເຟັ້ນ, ດ້ານໜຶ່ງກ່າວປະນາມຣັດເຊຍປະຕິບັດການທາງການທະຫານຕໍ່ອູແກຣນ, ອີກດ້ານໜຶ່ງຊ້ຳພັດບໍ່ເດັດດ່ຽວ ທວງໃຫ້ອິດສະຣາແອນຢຸດຍິງຢູ່ເຂດກາຊາ. ປະເທດຕາເວັນຕົກມີປະຕິກິລິຍາທີ່ແຕກຕ່າງກັນ ຕໍ່ການປະທະກັນລະຫວ່າງຣັດເຊຍກັບອູແກຣນ ແລະ ລະຫວ່າງປາແລັດສະຕິນກັບອິດສະຣາແອນ ເຊິ່ງສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງທາດແທ້ເຫັນແກ່ຕົວຂອງເຂົາເຈົ້າ ທີ່ເປີດປ່າວການໂຄສະນາຢ່າງແຮງກ່ຽວກັບອັນທີ່ເອີ້ນວ່າ “ລະບຽບການທີ່ຢູ່ບົນພື້ນຖານກົດລະບຽບ”.

   ທ່ານກ່າວເນັ້ນວ່າ: ປະເທດຕາເວັນຕົກມີປະຕິກິລິຍາຕ່າງກັນ ຕໍ່ສົງຄາມຣັດເຊຍ-ອູແກຣນ  ແລະ ການປະທະກັນຢູ່ເຂດກາຊາແມ່ນບໍ່ສົມເຫດສົມຜົນ, ຖ້າຫາກເຂົາເຈົ້າຄຶດວ່າ ປະເທດອື່ນຈະບໍ່ສັງເກດເຫັນຈຸດນີ້ໄດ້, ມັນຈະເປັນຄວາມຜິດພາດທີ່ໂງ່ຈ້າ.