ຈີນຄັດຄ້ານອາເມຣິກາໃຊ້ກຳລັງແຫ່ງຊາດທົ່ວທີບກົດໜີບວິສາຫະກິດ ແລະ ພົນລະເມືອງຈີນຢ່າງໄຮ້ເຫດຜົນ

2024-03-09 15:09:35 cri


ວັນທີ 8 ມີນານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນໂອກາດຕອບຄຳຖາມນັກຂ່າວກ່ຽວກັບອັນທີ່ເອີ້ນວ່າ ພົນລະເມືອງຈີນຖືກອາເມຣິກາຈັບຕົວ ຍ້ອນຖືກສົງໄສລັກເອົາເຕັກນິກຂອງບໍລິສັດ google, ທ່ານນາງເໝົາໜິງກ່າວວ່າ: ໃນຖານະເປັນຫຼັກການຂອງຕົນ, ປະເທດຈີນໄດ້ເອົາໃຈໃສ່ໃນລະດັບສູງ ພ້ອມທັງໄດ້ປົກປັກຮັກສາຊັບສິນທາງປັນຍາຢ່າງຕັ້ງໜ້າມາໂດຍຕະຫຼອດ. ຈີນຍຶດໝັ້ນປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ມີຊັບສິນທາງປັນຍາຂອງຈີນ ແລະ ຕ່າງປະເທດຢ່າງຍຸຕິທຳ ແລະທ່ຽງທຳ, ພ້ອມກັນນັ້ນ, ຈີນກໍຄັດຄ້ານອາເມຣິກາໃຊ້ກຳລັງແຫ່ງຊາດຢ່າງທົ່ວທີບ ເພື່ອກົດໜີບວິສາຫະກິດ ແລະ ພົນລະເມືອງຈີນຢ່າງໄຮ້ເຫດຜົນ, ຈີນຈະປະຕິບັດມາດຕະການທີ່ຈຳເປັນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດຈີນ ແລະ ພົນລະເມືອງຈີນ.