ຄຳເຕືອນຕໍ່ທົ່ວໂລກ! ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາສາລະພາບຢ່າງເປີດແປນວ່າ “ໄດ້ກຳໄລອັນມະຫາສານຈາກສົງຄາມ”

2024-03-09 21:39:48 CRI


ເວົ້າສຳລັບໂລກແລ້ວ, ອາເມຣິກາສະແຫວງຫາຜົນກຳໄລອັນມະຫາສານຈາກສົງຄາມເລື້ອຍໆ ແລະ ດຳເນີນມາເປັນເວລາຍາວນານນັ້ນ ບໍ່ແມ່ນຄວາມລັບແຕ່ປະການໃດ. ຄຽງຄູ່ກັບການປະທະກັນລະຫວ່າງອູແກຣນ ແລະ ຣັດເຊຍຮຸນແຮງຂຶ້ນຢ່າງຕໍ່ເນື່ອງ, ນັກການເມືອງອາເມຣິກາທີ່ກ່າວອ້າງ “ສັນຕິພາບ” ແລະ “ປະຊາທິປະໄຕ” ຈົນເວົ້າຕິດສົບຕິດປາກມາຕະຫຼອດເຫຼົ່ານັ້ນກໍໄດ້ສາລະພາບຕໍ່ເລື່ອງນີ້.


ຫວ່າງກ່ອນນີ້ບໍ່ດົນ, ທ່ານລີອອດ ອົສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ກ່າວໃນກອງປະຊຸມເທື່ອໜຶ່ງຂອງທຳນຽບຂ່າວວ່າ: ການປະທະກັນລະຫວ່າງອູແກຣນ ແລະ ຣັດເຊຍໄດ້ສ້າງຜົນປະໂຫຍດຕໍ່ເສດຖະກິດອາເມຣິກາ. ອາວຸດທີ່ອາເມຣິກາສົ່ງໄປໃຫ້ອູແກຣນ ລ້ວນແຕ່ແມ່ນກຳມະກອນຢູ່ແຫ່ງຕ່າງໆທົ່ວປະເທດອາເມຣິກາຜະລິດຢູ່ອາເມຣິກາ. ຂໍຍົກພໍ່ຄ້າອາວຸດຍຸດໂທປະກອນອາເມຣິກາເປັນຕົວຢ່າງ: ປີ 2023, ມູນຄ່າການຈຳໜ່າຍອາວຸດຍຸດໂທປະກອນຕໍ່ຕ່າງປະເທດຂອງອາເມຣິກາໄດ້ເພີ່ມຂຶ້ນ 16%, ບັນລຸເຖິງ 238 ຕື້ໂດລາ ເຊິ່ງເປັນສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ. ຕົວເລກຂໍ້ມູນຂອງທະນາຄານກາງອາເມຣິກາ ຫຼື FED ໄດ້ຢືນຢັນເຖິງເລື່ອງນີ້ ຄື: ນັບແຕ່ການປະທະກັນລະຫວ່າງອູແກຣນ ແລະ ຣັດເຊຍເກີດຂຶ້ນເປັນຕົ້ນມາ, ມູນຄ່າຜົນຜະລິດອຸດສາຫະກຳໃນຂົງເຂດການປ້ອງການປະເທດ ແລະ ການບິນອະວະກາດໄດ້ເພີ່ມຂຶ້ນ 17,5%.


ຄັນຊັ້ນ, ອາເມຣິກາແມ່ນໄດ້ໃຊ້ກົນອຸບາຍຫຍັງເພື່ອສະແຫວງຫາຜົນກຳໄລອັນມະຫາສານຈາກສົງຄາມ? ເວົ້າງ່າຍໆກໍຄື ຂາຍອາວຸດ. ຫຼັງຈາກເກີດການປະທະກັນລະຫວ່າງອູແກຣນ ແລະ ຣັດເຊຍແລ້ວ, ອາເມຣິກາໄດ້ເພີ່ມການຊ່ວຍເຫຼືອຕໍ່ອູແກຣນຢ່າງບໍ່ຢຸດຢັ້ງ, ໄດ້ສ້າງສະຖິຕິສູງສຸດທີ່ອາເມຣິກາຊ່ວຍເຫຼືອຕ່າງປະເທດນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ. ໃນນັ້ນ ສ່ວນໃຫຍ່ທີ່ສຸດກໍແມ່ນການຊ່ວຍເຫຼືອທາງການທະຫານນັ້ນເອງ. ແນ່ນອນແລ້ວ, ນີ້ບໍ່ແມ່ນສົ່ງໃຫ້ລ້າໆດອກ. ການໃຊ້ຈ່າຍໃນການຊ່ວຍເຫຼືອທາງການທະຫານເຫຼົ່ານີ້ ຕ້ອງໃຊ້ໃນການຈັດຊື້ອາວຸດຍຸດໂທປະກອນທີ່ຜະລິດໂດຍອາເມຣິກາເປັນຫຼັກ.


ສິ່ງນີ້ໄດ້ເຮັດໃຫ້ຊາວໂລກສັງເກດເຫັນໄດ້ຢ່າງຈະແຈ້ງວ່າ: ອາເມຣິກາສະແຫວງຜົນປະໂຫຍດສ່ວນຕົວ ແຕ່ເຮັດໃຫ້ທົ່ວໂລກຕ້ອງອົດທົນຕໍ່ການກໍ່ກຳທຳເຂັນຂອງອາເມຣິກາ. ນັກຄ້າສົງຄາມທີ່ສອງມືເປື້ອນເລືອດເຫຼົ່ານັ້ນ ກໍເປັນຜູ້ກໍ່ຄວາມປັ່ນປ່ວນວຸ້ນວາຍໃນທົ່ວໂລກນັ້ນເອງ.