ໃນລະຫວ່າງ “ການບວກ ແລະ ການລົບ”, ທຶນຕ່າງປະເທດຢູ່ຈີນມີໂອກາດຫຼາຍກວ່າເກົ່າ

2024-03-09 19:42:50 cri

ເມື່ອເບິ່ງຈາກຂອບເຂດທົ່ວໂລກໃນປັດຈຸບັນຈະເຫັນໄດ້ວ່າ, ຂະໜາດການດຶງດູດການລົງທຶນຈາກຕ່າງປະເທດແມ່ນຢູ່ໃນລະດັບຕ່ຳ. ອີງຕາມຂໍ້ມູນຈາກກອງປະຊຸມການພັດທະນາການຄ້າ ອົງການສະຫະປະຊາຊາດ ຫຼື ສປຊ ສະແດງໃຫ້ເຫັນວ່າ: ໃນປີ 2023, ການລົງທຶນໂດຍກົງຂອງຕ່າງປະເທດໃນທົ່ວໂລກໄດ້ຫຼຸດລົງ 18%. ສະນັ້ນ, ບັນດາປະເທດຕ່າງກໍໄດ້ເພີ່ມທະວີການໂຄສະນາເພື່ອດຶງດູດນັກທຸລະກິດເຂົ້າມາລົງທຶນ. ສ່ວນການດຶງດູດ ແລະ ນຳໃຊ້ທຶນຕ່າງປະເທດຂອງຈີນແມ່ນເປັນແນວໃດ? ຈີນໄດ້ເຮັດແນວໃດເພື່ອເພີ່ມທະວີການເປີດປະຕູສູ່ພາຍນອກຕື່ມອີກ? ໃນບົດລາຍງານວຽກງານລັດຖະບານຈີນປີນີ້ ໄດ້ໃຫ້ຄຳຕອບຂອງຕົນ ໂດຍຜ່ານ “ການບວກ” ແລະ “ການລົບ” ຕ່າງໆ.

ກ່ອນອື່ນແມ່ນ “ການບວກ”. ເລີ່ມຈາກການເພີ່ມບັນຊີລາຍຊື່ຂະແໜງການທີ່ສົ່ງເສີມການລົງທຶນຂອງຕ່າງປະເທດ, ຮອດການເພີ່ມທະວີການຮັບປະກັນການບໍລິການການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ຮອດການເພີ່ມຄວາມສະດວກໃຫ້ກັບບຸກຄົນສັນຊາດຕ່າງປະເທດທີ່ມາເຮັດວຽກ, ຮ່ຳຮຽນ ແລະ ທ່ອງທ່ຽວຢູ່ຈີນ, ມາດຕະການຕ່າງໆທີ່ຖືຄົນເປັນສຳຄັນ ແລະ ມີຄວາມລະອຽດ ໄດ້ສ້າງຄວາມສະດວກໃຫ້ກັບການໄປມາຫາສູ່ກັນຂອງນັກທຸລະກິດຕ່າງປະເທດ ແລະ ສ້າງການຄ້ຳປະກັນອັນສຳຄັນໃຫ້ແກ່ເຂົາເຈົ້າໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ຈີນ.

ເມື່ອມີ “ການບວກ” ແລ້ວກໍຕ້ອງມີການລົບ. ບົດລາຍງານວຽກງານຂອງລັດຖະບານໃນປີນີ້ ຍັງໄດ້ລະບຸວ່າ ຈະສືບຕໍ່ຫຼຸດບັນຊີດ້ານລົບຂອງການອະນຸມັດການລົງທຶນຈາກຕ່າງປະເທດ, ຍົກເລີກຄວາມຈຳກັດໃນການອະນຸມັດທຶນຕ່າງປະເທດເຂົ້າໃນອຸດສາຫະກຳການຜະລິດຢ່າງຮອບດ້ານ, ຫຼຸດຜ່ອນເງື່ອນໄຂການເຂົ້າເຖິງຕະຫຼາດຂອງຂະແໜງການຄົມມະນາຄົມ, ການແພດ ແລະ ຂະແໜງການບໍລິການອື່ນໆ. ມາດຕະການດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຈີນໃນການເພີ່ມທະວີການເປີດປະຕູສູ່ພາຍນອກຕື່ມອີກ, ສ້າງ “ພະລັງຂັບເຄື່ອນອັນແຂງແຮງ” ໃຫ້ແກ່ວິສາຫະກິດຕ່າງປະເທດທີ່ຢາກຝັງຮາກຖານຢູ່ຈີນ ແລະ ສ້າງຄວາມຜາສຸກໃຫ້ກັບໂລກ.

    ນອກຈາກ “ການບວກ” ແລະ “ການລົບ” ເຫຼົ່ານີ້ແລ້ວ, ມາດຕະການການດຶງດູດການລົງທຶນຕ່າງປະເທດຂອງຈີນຍັງມີ “ການເທົ່າກັນ” ອີກ, ນັ້ນກໍຄື: ປະຕິບັດຕໍ່ວິສາຫະກິດຕ່າງປະເທດໃຫ້ມີຄວາມສະເໝີພາບເທົ່າກັບພົນລະເມືອງຂອງຈີນ, ຮັບປະກັນໃຫ້ວິສາຫະກິດຕ່າງປະເທດເຂົ້າຮ່ວມການຈັດຊື້ຂອງລັດຖະບານ, ການປະມູນ-ຍື່ນປະມູນ ແລະ ການສ້າງມາດຕະຖານຢ່າງສະເໝີພາບ. ມີຜູ້ຊ່ຽວຊານວິເຄາະວ່າ: ມາດຕະການເຫຼົ່ານີ້ໝາຍເຖິງຍຸຕິທຳ ແລະ ສະເໝີພາບ, ສ່ອງແສງໃຫ້ເຫັນເຖິງຄວາມຈິງໃຈຂອງລັດຖະບານຈີນ ໃນການຊ່ວຍເຫຼືອວິສາຫະກິດຕ່າງປະເທດແກ້ໄຂບັນຫາຕົວຈິງ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທຶນຕ່າງປະເທດ.